leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄຳເຫັນຊີ້ນໍາທີ່ວາລະປະຊຸມຄັ້ງທຳອິດຂອງຄະນະຮຽບຮຽງກົດໝາຍ ວ່າດ້ວຍການເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດ. ພາບ: qdnd.vn

ກອງປະຊຸມໄດ້ປຶກສາຫາລືກ່ຽວກັບກົດລະບຽບ ແລະວິທີການເຮັດວຽກຂອງຄະນະຮຽບຮຽງຮ່າງກົດໝາຍ; ປະກອບຄຳເຫັນກ່ຽວກັບການສ້າງແຜນການ ແລະ ຂັ້ນຕອນຮຽບຮຽງຮ່າງກົດໝາຍ ແລະ ເນື້ອໃນຈຳນວນໜຶ່ງ ເຊັ່ນ: ຊື່, ຂອບເຂດປັບປຸງ ແລະເປົ້າໝາຍນຳໃຊ້ກົດໝາຍ.

ຕາມນັ້ນແລ້ວ, ອີງຕາມສະພາບການ, ຄວາມຕ້ອງການຕົວຈິງຂອງໜ້າທີ່ວຽກງານ, ຄວາມສາມາດ ແລະຄວາມຕ້ອງການຂອງຫວຽດນາມ ເພື່ອຍົກອອກຂໍ້ສະເໜີປັບປຸງຂອບເຂດ ແລະເປົ້າໝາຍນໍາໃຊ້ໃຫ້ເໝາະສົມ; ເຫັນດີນຳກັນວ່າ ເປົ້າໝານນໍາໃຊ້ລວມມີກຳລັງຂອງກະຊວງປ້ອງກັນປະເທດ, ກະຊວງຕໍາຫຼວດ ແລະພົນລະເຮືອນ; ຕ້ອງປັບປຸງເວລາໃນວິວັດການສ້າງຮ່າງກົດໝາຍ ໃຫ້ເໝາະສົມກັບບັນດາວຽກງານຕ້ອງຜັນຂະຫຍາຍໃນແຕ່ລະໄລຍະ ເພື່ອແນໃສ່ຮັບປະກັນຄວາມຄືບໜ້າທີ່ໄດ້ວາງອອກ; ເພີ່ມທະວີການເຄື່ອນໄຫວເຮັດວຽກງານວິຊາສະເພາະ ແລະການເຄື່ອນໄຫວຂອງກຸ່ມ ຜ່ານກອງປະຊຸມສໍາມະນາ ແລະກອງປະຊຸມເພື່ອຮັບເອົາຄໍາເຫັນປະກອບຈາກຊ່ຽວຊານ ແລະອົງການກ່ຽວຂ້ອງໃສ່ຮ່າງກົດໝາຍ; ບັນດາຂໍ້ກຳນົດໃນຮ່າງກົດໝາຍຕ້ອງຮັບປະກັນບໍ່ໃຫ້ເກີດຄວາມຂັດແຍ້ງກັນ ຫຼື ທັບຊ້ອນກັບຂໍ້ກຳນົດຂອງກົດໝາຍໃນປະຈຸບັນ, ຮັບປະກັນຄົບຖ້ວນ, ແໜ້ນແຟ້ນ ແລະແກ້ໄຂຂໍ້ຈຳກັດໃນການຜັນຂະຫຍາຍໜ້າທີ່ທີ່ກ່ຽວຂ້ອງຕົວຈິງ.

leftcenterrightdel
ທ່ານພັນເອກພິເສດ ຟ້າມແມັ້ງຖັ໊ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ລາຍງານສະພາບການຜັນຂະຫຍາຍການສ້າງຮ່າງກົດໝາຍ. ພາບ: qdnd.vn

ໜ້າເອົາໃຈໃສ່ວ່າ ໃນສໍາເນົາຮ່າງກົດໝາຍ ລວມມີບົດລາຍງານທີ່ມີບັນຫາຄວາມສະເໝີພາບ ລະຫວ່າງຍິງ-ຊາຍ; ບົດລາຍງານປະສົບການສາກົນກ່ຽວກັບຂັ້ນຕອນ ດ້ານນິຕິກໍາຂອງການຈັດສົ່ງກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ; ບົດລາຍງານການກວດກາຄືນ ເອກະສານນິຕິກຳ ທີ່ກ່ຽວຂ້ອງ.

ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ, ທ່ານພົນໂທ ຮວ່າງຊວຍຈ໊ຽນ ເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມໝາຍຂອງການສ້າງຮ່າງກົດໝາຍ ເພາະວ່າການເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ແມ່ນການປະກອບສ່ວນປົກປັກຮັກສາປະເທດຊາດ ແຕ່ໄກແຕ່ຫົວທີ ໂດຍສັນຕິວິທີ, ໂດຍກົງຍົກສູງຖານະບົດບາດ ແລະ ອິດທິພົນຊື່ສຽງຂອງຫວຽດນາມ ໃນເວທີສາກົນ; ຕີລາຄາຈິດໃຈເຮັດວຽກຢ່າງຕັ້ງໜ້າ ຂອງຄະນະຮຽບຮຽງ ແລະໜ່ວຍບັນນາທິການ ໂດຍກົມຮັກສາສັນຕິພາບຫວຽດນາມ ເປັນປະທານ ສົມທົບກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງ, ພ້ອມກັບບັນດາຄຳເຫັນປະກອບທີ່ມີຄຸນນະພາບ ແລະມີຄວາມຮັບຜິດຊອບ ຂອງບັນດາອົງການ, ກະຊວງ, ຂະແໜງການ; ສະເໜີວ່າ ເມື່ອສ້າງຮ່າງກົດໝາຍ ຕ້ອງໃກ້ຊິດຕິດແທດກັບແຜນສັງລວມກ່ຽວກັບ ເລື່ອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ເຊິ່ງກົມການເມືອງ ໄດ້ຮັບຮອງເອົາ, ແຜນຮ່າງຂອງກະຊວງປ້ອງກັນປະເທດ ແລະກະຊວງຕໍາຫຼວດ ວ່າດ້ວຍກອງທັບປະຊາຊົນ ແລະ ຕຳຫຼວດປະຊາຊົນ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ໄລຍະ 2014-2020 ແລະ ຊຸມປີຕໍ່ໄປ...

ໂດຍ: ທູຈາງ