ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າໜ່ວຍປະຕິບັດງານລະຫວ່າງຂະແໜງການ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນ ປະເທດກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເປັນປະທານພິທີ ແລະມອບໝາຍໜ້າທີ່ໃຫ້ນາຍທະຫານ.

ທີ່ພິທີ, ທ່ານພັນເອກ ເຈືອງແອງຕ໊ວນ, ຮອງຫົວໜ້າສູນຝຶກແອບ, ກົມຮັກສາສັນຕິພາບຫວຽດນາມ, ໄດ້ຮັບຂໍ້ຕົກລົງໄປປະຕິບັດໜ້າທີ່ຮັກສາສັນຕິພາບ, ດຳລົງຕຳແໜ່ງນາຍທະຫານຮັບຜິດຊອບກ່ຽວກັບວຽກງານການທະຫານ, ຫ້ອງການບັນດາບັນຫາກ່ຽວກັບວຽກງານການທະຫານ, ກົມເຄື່ອນໄຫວຮັກສາສັນຕິພາບຢູ່ສຳນັກງານສະຫະປະຊາຊາດ (ທີ່ ນິວຢອກ, ອາເມລິກາ).

ທ່ານພັນເອກ ເຈືອງແອງຕ໊ວນ ເປັນກຽດນາຍທະຫານຜູ້ທີ 4 ຂອງກອງທັບປະຊາຊົນຫວຽດນາມ ໄດ້ຮັບເຂົ້າເຮັດວຽກຢູ່ສຳນັກງານສະຫະປະຊາຊາດ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄໍາເຫັນມອບໝາຍໜ້າທີ່. ພາບ: qdnd.vn
leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບດອກໄມ້ຊົມເຊີຍທ່ານພັນເອກ ເຈືອງແອງຕ໊ວນ. ພາບ: qdnd.vn

ກ່າວຄໍາເຫັນມອບໝາຍໜ້າທີ່, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງໃຫ້ທ່ານພັນເອກ ເຈືອງແອງຕ໊ວນ ຊາບຊຶມ, ປະຕິບັດບັນດາທັດສະນະ, ແນວທາງການຕ່າງປະເທດຂອງພັກ, ລັດ, ກອງທັບຢ່າງເຂັ້ມງວດ; ປະຕິບັດລະບຽບວິໄນຂອງກອງທັບ, ຂໍ້ກໍານົດຂອງ ສປຊ, ກົດໝາຍຂອງປະເທດປະຈໍາຖິ່ນ, ຄຳແນະນໍາຂອງອົງການເຈົ້າໜ້າທີ່ຢ່າງເຂັ້ມງວດ; ຮັບປະກັນຄວາມປອດໄພທາງດ້ານຊີວິດ ແລະອຸປະກອນຢ່າງເດັດຂາດ; ຍົກສູງຈິດໃຈຄວາມຮັບຜິດຊອບ, ຈິດໃຈສາມັກຄີສາກົນ, ເປັນເຈົ້າການຜ່ານຜ່າທຸກຄວາມຫຍຸ້ງຍາກ, ກໍາແໜ້ນສະພາບການໃນບໍລິເວນ, ຜັນຂະຫຍາຍປະຕິບັດພາລະບົດບາດ, ໜ້າທີ່ທີ່ໄດ້ຮັບການມອບໝາຍຢ່າງວ່ອງໄວ;...

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ຕາມທ່ານພັນເອກພິເສດ ຫງວຽນຍືແກ໋ງ ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ ແລ້ວ,  ທ່ານພັນເອກ ເຈືອງແອງຕ໊ວນ ໄດ້ຄັດເລືອກ (ພ້ອມກັບປາກິດສະຖານ) ຊະນະການເລືອກຕັ້ງຜ່ານ 193 ປະເທດທີ່ລົງສະໜັກໄດ້ເຂົ້າໄປປະຕິບັດວຽກງານການທະຫານ. ນີ້ເປັນການພິສູດໃຫ້ເຫັນຄວາມສາມາດໃນການເຮັດວຽກຂອງພະນັກງານກອງທັບປະຊາຊົນຫວຽດນາມ ໃນສະພາບແວດລ້ອມສາກົນເວົ້າລວມ, ແລະສະພາບແວດລ້ອມທີ່ມີຄວາມຮຽກຮ້ອງຕ້ອງການຫຼາຍຢ່າງ ແລະມາດຕະຖານສູງຂອງສະຫະປະຊາຊາດເວົ້າສະເພາະ.

ໂດຍ: ທະນາພອນ