ກະກຽມສະຫຼຸບ ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 21 ພຶດສະພາ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານກອງປະຊຸມເຮັດວຽກກັບອົງການກ່ຽວກັບການກະກຽມສະຫຼຸບກົດໝາຍວ່າດ້ວຍນາຍທະຫານ ກອງທັບປະຊາຊົນຫວຽດນາມ (ຂຽນຫຍໍ້ແມ່ນ: ກົດໝາຍວ່າດ້ວຍນາຍທະຫານ).
ທີ່ກອງປະຊຸມ, ຜູ້ແທນເຂົ້າຮ່ວມໄດ້ປຶກສາຫາລື, ຕີລາຄາຂໍ້ສະດວກ, ຂໍ້ຈຳກັດ, ສາຍເຫດ, ຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນຂະບວນການປະຕິບັດກົດໝາຍວ່າດ້ວຍນາຍທະຫານ; ເຫັນດີເປັນເອກະພາບບາງເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານຈັດຕັ້ງການສະຫຼຸບກົດໝາຍ.
    |
 |
ທ່ານພົນເອກ ຟານວັນຢາງ ເປັນປະທານ, ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ຮວ່າງຕວນ. |
ກ່າວຄຳເຫັນສະຫຼຸບທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ ໄດ້ຮັບຮູ້, ຍ້ອງຍໍອົງການຮຽບຮຽງທີ່ໄດ້ກະກຽມເອກະສານ, ບົດລາຍງານສະຫຼຸບຂອງກົດໝາຍວ່າດ້ວຍນາຍທະຫານເປັນຢ່າງດີ. ພາຍຫຼັງໄດ້ເຮັດແຈ້ງບາງບັນຫາ, ສະພາບການໃນປະຈຸບັນກ່ຽວກັບນະໂຍບາຍ, ລະບອບຂອງນາຍທະຫານໃນກອງທັບ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຮຽກຮ້ອງໃຫ້ອົງການສືບຕໍ່ຊາບຊຶມ, ປະຕິບັດກົດໝາຍວ່າດ້ວຍນາຍທະຫານ ແລະເອກະສານຂໍ້ກໍານົດໃຫ້ລະອຽດ, ແນະນໍາການຈັດຕັ້ງປະຕິບັດຢ່າງເຂັ້ມງວດ; ຄົ້ນຄວ້າ, ປັບປຸງ, ເພີ່ມເຕີມ ຫຼື ປະກາດໃຊ້ເອກະສານສະບັບໃໝ່ເພື່ອຍົກສູງປະສິດທິຜົນການປະຕິບັດກົດໝາຍ ແລະແກ້ໄຂຂໍ້ຕິດຂັດຕ່າງໆ. ສືບຕໍ່ປະຕິບັດມະຕິຂອງກົມການເມືອງ ແລະຄະນະພັກການທະຫານສູນກາງ ກ່ຽວກັບການຈັດຕັ້ງກອງທັບປະຊາຊົນຫວຽດນາມ ໄລຍະ 2021-2030 ຢ່າງເຂັ້ມງວດ; ສັງລວມຂໍ້ຕິດຂັດ, ບັນຫາທີ່ເກີດຂຶ້ນໃນລະຫວ່າງການປະຕິບັດກົດໝາຍວ່າດ້ວຍນາຍທະຫານ ເພື່ອສະເໜີໃຫ້ຂັ້ນມີສິດອໍານາດເພື່ອປັບປຸງ, ເພີ່ມເຕີມ.
ພ້ອມກັນນັ້ນ, ທ່ານພົນເອກ ຟານວັນຢາງ ຍັງຮຽກຮ້ອງໃຫ້ອົງການທີ່ກ່ຽວຂ້ອງຮັບເອົາຄຳເຫັນຈາກບັນດາຜູ້ແທນທີ່ກອງປະຊຸມ, ສືບຕໍ່ປັບປຸງເອກະສານໃຫ້ສຳເລັດ; ປະຕິບັດວຽກງານກະກຽມໃຫ້ແກ່ກອງປະຊຸມສະຫຼຸບກົດໝາຍວ່າດ້ວຍນາຍທະຫານໃຫ້ເປັນຢ່າງດີ ເພື່ອໃຫ້ກອງປະຊຸມດຳເນີນໄປຖືກຕາມແຜນການ, ຮັບປະກັນຄຸນນະພາບ, ປະສິດທິຜົນ.
ໂດຍ: ຈາງຫງວຽນ