ໃນບັນຍາກາດແຫ່ງຄວາມສາມັກຄີ, ມິດຕະພາບ, ຕາງໜ້າຄະນະປະຕິບັດງານ, ທ່ານພັນໂທ ຄຳເຫຼັກ ຈັນສຸລິ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງການນຳກອງບັນຊາການຕຳຫຼວດແຂວງແທງຮວ໊າ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: conganthanhhoa.gov.vn

ພ້ອມກັນນັ້ນ, ທ່ານພັນໂທ ຄຳເຫຼັກ ຈັນສຸລິ ໄດ້ແຈ້ງໃຫ້ຊາບສະພາບການ ແລະໝາກຜົນທີ່ບັນລຸໄດ້ໃນວຽກງານຮັບປະກັນຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍຂອງກອງບັນຊາການ ປກສ ແຂວງຫົວພັນ ແລະຫວັງວ່າ ໃນໄລຍະຈະມາເຖິງ, ກອງບັນຊາການ ປກສ  ແລະກອງບັນຊາການຕຳຫຼວດ 2 ແຂວງ ຈະສືບຕໍ່ຈັດຕັ້ງການປະຕິບັດວຽກງານສົມທົບກັນຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງມີປະສິດທິຜົນ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ສະໜິດຕິດພັນລະຫວ່າງສອງກອງທັບ ແລະສອງແຂວງແທງຮວ໊າ - ຫົວພັນ ໃຫ້ນັບມື້ນັບໝັ້ນແກ່ນກວ່າເກົ່າ.

ຕາງໜ້າໃຫ້ການນຳກອງບັນຊາການຕຳຫຼວດແຂວງ ແທງຮວ໊າ, ທ່ານພັນເອກພິເສດ ຫງວຽນກວາງຮຸຍ, ຮອງຫົວໜ້າກອງບັນຊາການຕຳຫຼວດແຂວງ ແທງຮວ໊າ ໄດ້ແຈ້ງໃຫ້ຄະນະຜູ້ແທນກອງບັນຊາການ ປກສ ແຂວງຫົວພັນໄດ້ຮັບຊາບກ່ຽວກັບບາງຈຸດພົ້ນເດັ່ນກ່ຽວກັບສະພາບການ ແລະໝາກຜົນໃນວຽກງານຮັບປະກັນຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍຂອງກອງບັນຊາການຕຳຫຼວດແຂວງແທງຮວ໊າ. ບັນດາໝາກຜົນດັ່ງກ່າວໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສັງຄົມ, ຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສອງແຂວງ.

ທ່ານພັນເອກພິເສດ ຫງວຽນກວາງຮຸຍ ສະແດງຄວາມປິຕິຊົມຊື່ນ ແລະຕີລາຄາສູງປະສິດທິຜົນການຮ່ວມມືລະຫວ່າງຕຳຫຼວດແຂວງແທງຮວ໊າ ແລະແຂວງຫົວພັນ, ພິເສດແມ່ນການແລກປ່ຽນ, ສະໜອງຂໍ້ມູນຂ່າວສານ ແລະສົມທົບກັນຮັບປະກັນຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ ແທງຮວ໊າ - ຫົວພັນ.

ໃນໄລຍະຈະມາເຖິງ, ທ່ານຮອງຫົວໜ້າກອງບັນຊາການຕຳຫຼວດແຂວງແທງຮວ໊າ ຫວັງວ່າ ກອງບັນຊາການ ປກສ ແຂວງຫົວພັນ ແລະກອງບັນຊາການຕຳຫຼວດແຂວງແທງຮວ໊າ ສືບຕໍ່ຜັນຂະຫຍາຍການປະຕິບັດບັນດາເນື້ອໃນ, ຄໍາຮຽກຮ້ອງ, ໜ້າທີ່ວຽກງານຮັບປະກັນຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍຕາມບົດບັນທຶກຄວາມຊ່ວຍຈໍາການຮ່ວມມືປ້ອງກັນຄວາມສະຫງົບ.

ທີ່ການຕ້ອນຮັບ, ທ່ານຮອງຫົວໜ້າກອງບັນຊາການຕຳຫຼວດແຂວງແທງຮວ໊າ ໄດ້ອວຍພອນຄະນະຜູ້ແທນກອງບັນຊາການ ປກສ ແຂວງຫົວພັນ ປະສົບຜົນສຳເລັດໃນການປະຕິບັດງານຢູ່ແຂວງແທງຮວ໊າ, ອວຍພອນໃຫ້ນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງ 2 ແຂວງເວົ້າລວມ ແລະການສົມທົບກັນລະຫວ່າງກອງບັນຊາການ ປກສ ແຂວງຫົວພັນ ແລະກອງບັນຊາການຕຳຫຼວດແຂວງແທງຮວ໊າ ເວົ້າສະເພາະ ຂຽວສົດງົດງາມໝັ້ນຄົງທະໜົງແກ່ນຈົນຊົ່ວກະລະນານ.

ໂດຍ: ທະນາພອນ