ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງບັນດາໝາກຜົນທີ່ອົງການ, ກົມກອງບັນລຸໄດ້ໃນປີຜ່ານມາ ແລະເນັກໜັກວ່າ ໃນໄລຍະຈະມາເຖິງ, ບັນດາກົມກອງຕ້ອງເພີ່ມທະວີການສົມທົບ, ສືບຕໍ່ເປັນເຈົ້າການກຳແໜ້ນສະພາບການຢູ່ບໍລິເວນ, ເຮັດວຽກງານຄຸ້ມຄອງດ່ານຊາຍແດນຕາມຮູບແບບດ່ານຊາຍແດນດີຈີຕອນໃຫ້ເປັນຢ່າງດີ; ເປັນເສນາທິການໃຫ້ແກ່ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຈັດຕັ້ງ, ປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດຢ່າງທັນການ, ແກ້ໄຂທຸກກໍລະນີຢ່າງມີໄຊ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ...
    |
 |
|
ທ່ານພົນໂທ ຮວ່າງຊວນຈ໊ຽນ ຢ້ຽມຢາມຖາມຂ່າວປະຊາຊົນຢູ່ຕາແສງ ອາມູຊູງ, ເມືອງບາດຊາດ (ລາວກາຍ) |
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂອງຂວັນຈາກຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໃຫ້ແກ່ບັນດາອົງການ, ກົມກອງ; ອວຍພອນພະນັກງານ, ພາລະກອນ, ນັກຮົບ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ຕ້ອນຮັບບຸນປີໃໝ່ຢ່າງເບີກບານມ່ວນຊື່ນ, ປອດໄພ, ປະຢັດ, ກຽມພ້ອມສູ້ຮົບຢ່າງສູງ...
ວັນທີ 24 ມັງກອນ, ທ່ານພົນໂທ ຈິ໊ງວັນກວຽດ, ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ໄປຢ້ຽມ ຢາມ, ອວຍພອນປີໃໝ່ບັນດາອົງການ, ກົມກອງທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ລວມມີ, ກົມພະນັກງານ; ອົງການໄອຍະການທະຫານສູນກາງ; ຄະນະກຳມະການກວດກາຄະນະພັກການທະຫານສູນກາງ; ກົມໂຄສະນາອົບຮົມ; ກົມປ້ອງກັນຄວາມສະຫງົບກອງທັບ; ສູນວິທະຍຸ-ໂທລະພາບກອງທັບ.
ພາຍຫຼັງຮັບຟັງບັນດາກົມກອງລາຍງານໝາກຜົນພົ້ນເດັ່ນປີ 2023 ແລະວຽກງານກະກຽມຕ້ອນຮັັບບຸນປີໃໝ່ປະຈຳຊາດ 2024, ທ່ານພົນໂທ ຈິ້ງວັນກວຽດ ຮັບຮູ້ ແລະຊົມເຊີຍບັນດາໝາກຜົນທີ່ກົມກອງຕ່າງໆບັນລຸໄດ້. ຕາມນັ້ນແລ້ວ, ບັນດາກົມກອງ, ອົງການ ໄດ້ຊາບຊຶມບັນດາຄຳສັ່ງ, ມະຕິຂອງຂັ້ນເທິງ; ມີຄວາມສາມັກຄີ, ເຫັນດີເປັນເອກະພາບ, ຜັນຂະຫຍາຍມາດຕະການຕ່າງໆຢ່າງຄົບຊຸດ, ປະຕິບັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍສຳເລັດຢ່າງຮອບດ້ານ, ມີຫຼາຍໜ້າທີ່ໄດ້ສຳເລັດຢ່າງດີເດັ່ນ; ການນຳພັກ, ລັດ ໄດ້ຕີລາຄາສູງ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ, ຖານະບົດບາດຂອງກອງທັບ. ຕ້ອນຮັບບຸນປີໃໝ່ປະຈຳຊາດ 2024, ບັນດາອົງການ, ກົມກອງໄດ້ຈັດຕັ້ງການຊາບຊຶມບັນດາຄຳສັ່ງ, ຄຳແນະນຳຂອງຂັ້ນເທິງກ່ຽວກັບການກຽມພ້ອມສູ້ຮົບ; ຈັດຕັ້ງ, ຫ້າງຫາກະກຽມຕ້ອນຮັບບຸນປີໃໝ່; ສ້າງແຜນການກຽມພ້ອມສູ້ຮົບ, ມີມາດຕະການປ້ອງກັນ ແລະຕ້ານອັກຄີໄຟ, ຮັບປະກັນຄວາມປອດໄພໃນການສັນຈອນ...
ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ 2024, ທ່ານພົນໂທ ຈິ້ງວັນກວຽດ ໄດ້ມອບຂອງຂວັນຈາກກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໃຫ້ແກ່ບັນດາອົງການ, ກົມກອງ; ອວຍພອນໃຫ້ພະນັກງານ, ພາລະກອນ, ຜູ້ອອກແຮງງານ, ນັກຮົບ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສາມັກຄີແຂ່ງຂັນ, ຜ່ານຜ່າຄວາມຫຍຸ້ງຍາກ, ສຳເລັດໜ້າທີ່ເຊິ່ງການນຳພັກ, ລັດ, ກອງທັບມອບໝາຍໃຫ້ເປັນຢ່າງດີ.
* ຕອນເຊົ້າວັນດຽວກັນ, ຄະນະປະຕິບັດງານຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ນຳໂດຍທ່ານພົນຕີ ຫງວຽນວັນເກົ໊າ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເປັນຫົວໜ້າຄະນະໄດ້ລົງກວດກາ, ອວຍພອນປີໃໝ່ຢູ່ບັນດາກົມກອງ: ກອງບັນຊາການທະຫານເຮືອເຂດ 2, ກອງບັນຊາການຕຳຫຼວດທະເລເຂດ 3, ກອງບັນຊາການທະຫານແຂວງ ບ່າເຣ້ຍ-ຫວູງເຕົ່າ, ກອງບັນຊາການທະຫານຊາຍແດນແຂວງບ່າເຣ້ຍ-ຫວູງເຕົ່າ, ກອງພົນນ້ອຍ 167 (ທະຫານເຮືອເຂດ 2), ກອງເຮືອ 301 (ຕຳຫຼວດທະເລເຂດ 3), ຄ້າຍທະຫານຊາຍແດນລອງເຊີນ (ກອງບັນຊາການທະຫານແຂວງບ່າເຣ້ຍ-ຫວູງເຕົ່າ)...
ທີ່ບັນດາກົມກອງ, ພາຍຫຼັງຮັບຟັງການລາຍງານກ່ຽວກັບໝາກຜົນການປະຕິບັດໜ້າທີ່ປີ 2023, ທິດທາງ, ໜ້າທີ່ປີ 2024 ແລະວຽກງານປະຈຳການກຽມພ້ອມສູ້ຮົບ, ປະຈຳການເວນຍາມກອງບັນຊາການໃນໂອກາດບຸນປີໃໝ່ປະຈຳຊາດ ປີມະໂລງ 2024, ທ່ານພົນຕີ ຫງວຽນວັນເກົ໊າ ຮັບຮູ້, ຊົມເຊີຍຄວາມມານະພະຍາຍາມສູ້ຊົນຂອງບັນດາກົມກອງ; ຮັບຮູ້ຈິດໃຈຜ່ານຜ່າຄວາມຫຍຸ້ງຍາກຂອງພະນັກງານ, ນັກຮົບ, ສຳເລັດໜ້າທີ່ທີ່ໄດ້ມອບໝາຍໃຫ້. ທ່ານພົນຕີ ຫງວຽນວັນເກົ໊າ ຮຽກຮ້ອງ: ຄະນະພັກ, ການນຳບັນດາກົມກອງຕ້ອງໃກ້ຊິດຕິດແທດກັບພຶດຕິກຳຕົວຈິງ, ໜ້າທີ່, ເພີ່ມທະວີການສຶກສາອົບຮົມ, ສ້າງເຈດຈຳນົງຕັດສິນໃຈໃຫ້ພະນັກງານ, ນັກຮົບ, ເສີມຂະຫຍາຍຈິດໃຈສາມັກຄີ, ເຫັນດີເປັນເອກະພາບຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອສຳເລັດໜ້າທີ່ປີ 2024 ເປັນຢ່າງດີ. ບັນດາອົງການ, ກົມກອງຕ້ອງຊາບຊຶມ, ປະຕິບັດບັນດາຄຳສັ່ງຂອງຄະນະເລຂາທິການ, ນາຍົກລັດຖະມົນຕີ, ກະຊວງປ້ອງກັນປະເທດ ແລະເອກະສານຊີ້ນຳ, ແນະນຳຂອງກົມໃຫຍ່ເສນາທິການ, ກົມໃຫຍ່ການເມືອງກ່ຽວກັບການກຽມພ້ອມສູ້ຮົບ ແລະຈັດຕັ້ງບຸນປີໃໝ່ປະຈຳຊາດ ປີມະໂລງ 2024; ຜັນຂະຫຍາຍວຽກງານປະຈຳການກຽມພ້ອມສູ້ຮົບ, ປະຈຳການເວນຍາມກອງບັນຊາການຢ່າງເຂັ້ມງວດ, ຮັບປະກັນຄວາມປອດໄພຂອງອົງການ, ກົມກອງ...
ຕາງໜ້າຄະນະພັກການທະຫານສູນກາງ, ການນຳກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ທ່ານພົນຕີ ຫງວຽນວັນເກົ໊າ ມອບຂອງຂວັນ, ອວຍພອນປີໃໝ່ໃຫ້ພະນັກງານ, ນັກຮົບບັນດາກົມກອງ ປີໃໝ່ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ສາມັກຄີແຂ່ງຂັນ, ປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ມອບໝາຍໃຫ້.
* ວັນທີ 24 ມັງກອນ, ຄະນະປະຕິບັດງານຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດໂດຍທ່ານພົນຕີ ເລກວາງມິງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເປັນຫົວໜ້າຄະນະໄດ້ລົງກວດກາ, ອວຍພອນປີໃໝ່ ຄະນະເສດຖະກິດ-ປ້ອງກັນຊາດ 337 ແລະກອງພັນໃຫຍ່ 19 (ກອງພົນ 968, ທະຫານເຂດ 4).
ໄດ້ລົງກວດກາ ແລະຮັບຟັງການລາຍງານໂດຍກົງ, ທ່ານພົນຕີ ເລກວາງມິງ ຊົມເຊີຍບັນດາກົມກອງໃນໄລຍະຜ່ານມາໄດ້ຊີ້ນຳ, ຜັນຂະຫຍາຍໜ້າທີ່ການທະຫານ, ການປ້ອງກັນຊາດຢ່າງຄົບຊຸດ, ຮອບດ້ານ, ເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມ, ປ້ອງກັນ ແລະຕ້ານໄພທຳມະຊາດ, ຊອກຫາກູ້ໄພກູ້ຊີບ. ບັນດາກົມກອງໄດ້ໝູນໃຊ້ວິທະຍາດສາດເຕັກນິກເຂົ້າໃນການດຳເນີນການຝຶກຊ້ອມຢ່າງມີປະສິດທິຜົນ, ຝຶກແອບການຍິ່ງລູກປືນແທ້; ປະຕິບັດວຽກງານຂົນຂວາຍປະຊາຊົນຢູ່ເຂດສະເພາະ; ໜູນຊ່ວຍປະຊາຊົນພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຮ່ວມແຮງຮ່ວມໃຈສ້າງຊົນນະບົດໃໝ່. ເນື່ອງໃນໂອກາດບຸນປີໃໝ່ ປີມະໂລງ 2024, ບັນດາກົມກອງໄດ້ເປັນເຈົ້າການສ້າງແຜນການກຽມພ້ອມສູ້ຮົບ...
ທ່ານພົນຕີ ເລກວາງມິງ ເຊື່ອໝັ້ນວ່າ ກ່ອນໜ້າບຸນປີໃໝ່ ປີມະໂລງ 2024 ຈະມາເຖິງ, ດ້ວຍບັນຍາກາດໃໝ່, ກຳລັງໜູນໃໝ່, ພະນັກງານ, ນັກຮົບບັນດາກົມກອງ ຈະສືບຕໍ່ມານະພະຍາຍາມອອກແຮງແຂ່ງຂັນກັນ, ຕັດສິນໃຈເຮັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ.
ໂດຍ: ແສງເດືອນ