ກ່າວຄຳເຫັນຊີ້ນຳທີ່ການເຮັດວຽກ, ທ່ານພົນເອກ ຟານວັນຢາງ ໄດ້ຍ້ອງຍໍຊົມເຊີຍວິທະຍາຄານທະຫານບົກ ທີ່ມີຫຼາຍວິທີການເຮັດໃໝ່, ມາດຕະການໃໝ່, ການຮັບຮູ້ໃໝ່, ຜັນຂະຫຍາຍການປະຕິບັດບັນດາເນື້ອໃນຊີ້ນຳຂອງລັດຖະມົນຕີກະຊວງປ້ອງກັນປະເທດ ຢ່າງເຂັ້ມງວດ; ຮຽກຮ້ອງໃຫ້ຄະນະພັກ, ຄະນະອຳນວຍການວິທະຍາຄານທະຫານບົກ ສືບຕໍ່ຊາບຊຶມບັນດາຄຳສັ່ງ, ມະຕິ, ຄຳສັ່ງຊີ້ນໍາຂອງຂັ້ນເທິງຢ່າງເຂັ້ມງວດ. ສຸມໃສ່ນຳພາ-ຊີ້ນໍາແກ້ໄຂບັນດາຂໍ້ຄົງຄ້າງ, ຂໍ້ຈຳກັດ; ຜັນຂະຫຍາຍປະຕິບັດໃຫ້ມີປະສິດທິຜົນ, ຫັນປ່ຽນຢ່າງແຮງກ່ຽວກັບວຽກງານສຶກສາ-ກໍ່ສ້າງ; ສືບຕໍ່ກວດກາຄືນ, ປັບປຸງເນື້ອໃນ, ເພີ່ມເຕີມຫຼັກສູດການສຶກສາ-ກໍ່ສ້າງ ເໝາະສົມກັບແຕ່ລະເປົ້າໝາຍ; ປ່ຽນແປງໃໝ່ຮູບການ, ວິທີການເສັງ, ກວດກາ, ຕີລາຄາໝາກຜົນ, ປະຕິບັດ 3 ແທດຈິງ ໃຫ້ເປັນຢ່າງດີ; ຕ້ານພະຍາດຜົນງານ, ປະກົດການຫຍໍ້ທໍ້ໃນການສຶກສາ-ກໍ່ສ້າງ; ຍູ້ແຮງການຄົ້ນຄວ້າວິທະຍາສາດ, ເອົາໃຈໃສ່ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການສິດສອນ, ຄຸ້ມຄອງ.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ກ່າວຄຳເຫັນຊີ້ນຳທີ່ການເຮັດວຽກ. ພາບ: ເຊີນບິ່ງ

ຕາມທ່ານພົນເອກ ຟານວັນຢາງ ແລ້ວ, ຖັນແຖວພະນັກງານ, ຄູອາຈານຕ້ອງແມ່ນຜູ້ສິດສອນຄວາມຮູ້, ພ້ອມທັງແມ່ນຜູ້ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ນັກສຶກສາ, ນັກຄົ້ນຄວ້າ, ເພາະສະນັ້ນ, ຄະນະພັກ, ຄະນະອຳນວຍການວິທະຍາຄານທະຫານບົກ ຕ້ອງເອົາໃຈໃສ່ນຳພາ-ຊີ້ນໍາກໍ່ສ້າງຖັນແຖວຄູອາຈານ, ພະນັກງານໃຫ້ເທົ່າທຽມກັບໜ້າທີ່. ສະນັ້ນ, ວິທະຍາຄານທະຫານບົກ ຕ້ອງປະຕິບັດຂັ້ນຕອນ, ແຜນການຄັດເລືອກ,  ບຳລຸງກໍ່ສ້າງຖັນແຖວຄູອາຈານ, ພະນັກງານຄຸ້ມຄອງການສຶກສາໃຫ້ເປັນຢ່າງດີ. ສົມທົບກັບບັນດາອົງການ, ກົມກອງໃນການເຄື່ອນໄຫວການສຶກສາ-ກໍ່ສ້າງ, ຄົ້ນຄວ້າວິທະຍາສາດ, ສຸມໃສ່ກໍ່ສ້າງວິທະຍາຄານທະຫານບົກ ໃຫ້ກາຍເປັນວິທະຍາຄານດີຈີຕອນຖືກຕາມຂັ້ນຕອນ, ຮັບປະກັນຄຸນນະພາບ; ເປັນເຈົ້າການເຊື້ອເຊີນນັກຊ່ຽວຊານທີ່ມີຄວາມເກັ່ງກ້າສາມາດມາສິດສອນ...

ດ້ວຍບົດຮຽນປະສົບການຍາວນານ 75 ປີແຫ່ງການສ້າງສາ, ພັດທະນາ ແລະມູນເຊື້ອກົມກອງວິລະຊົນກຳລັງປະກອບອາວຸດປະຊາຊົນ, ທ່ານພົນເອກ ຟານວັນຢາງ ເຊື່ອໝັ້ນວ່າ ວິທະຍາຄານທະຫານບົກ ຍາມໃດກໍ່ສາມັກຄີ, ເຫັນດີເປັນເອກະພາບຕໍ່ເຈດຈຳນົງ ແລະການກະທຳ, ເຮັດສຳເລັດທຸກໜ້າທີ່ທີ່ໄດ້ຮັບການມອບໝາຍ, ສ້າງວິທະຍາຄານປະຕິວັດ, ເປັນກຳລັງຫຼວງ, ກ້າວໜ້າ, ເປັນແບບຢ່າງ.

ໂດຍ: ແສງເດືອນ