ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນກັບອາຟຣິກາໃຕ້; ຕີລາຄາສູງຖານະບົດບາດ, ທີ່ຕັ້ງຂອງອາຟຣິກາໃຕ້ ໃນເວທີສາກົນ, ພາກພື້ນ, ກໍ່ຄືຖືເປັນສໍາຄັນການປະກອບສ່ວນຂອງອາຟຣິກາໃຕ້ ໃນບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ຢູ່ອາຟຣິກາ.

ໃນຂົງເຂດປ້ອງກັນຊາດ, ອາຟຣິກາໃຕ້ ແມ່ນຄູ່ຮ່ວມມືທີ່ມີປະສິດທິຜົນຂອງຫວຽດນາມ ຢູ່ອາຟຣິກາ. ບົນພື້ນຖານຂໍ້ຕົກລົງກ່ຽວກັບການພົວພັນໃນຂົງເຂດປ້ອງກັນຊາດທີ່ລົງນາມໃນປີ 2006, ການພົວພັນຮ່ວມມືລະຫວ່າງສອງປະເທດກໍາລັງຜັນຂະຫຍາຍໃນບາງຂົງເຂດ ຄື: ແລກປ່ຽນຄະນະຜູ້ແທນ, ທາບທາມຄວາມເຫັນ-ເຈລະຈາ, ກໍ່ສ້າງ, ອຸດສາຫະກໍາປ້ອງກັນຊາດ, ພະລາທິການ, ເສນາຮັກ...

leftcenterrightdel
ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານນາງ Vuyiswa Tulelo ເອກອັກຄະລັດຖະທູດ ອາຟຣິກາໃຕ້ ປະຈໍາ ຫວຽດນາມ. ພາບ: ເຟື່ອງລິງ

ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ອາຟຣິກາໃຕ້ ຍັງມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງ, ປາດຖະໜາຢາກໃຫ້ທ່ານນາງ Vuyiswa Tulelo ເອົາໃຈໃສ່ຊຸກຍູ້, ເຮັດໃຫ້ຂົງເຂດຮ່ວມມືທີ່ມີຢູ່ແລ້ວໃຫ້ເລິກເຊິ່ງກວ່າອີກ ແລະຄົ້ນຄວ້າເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ເຊິ່ງສອງຝ່າຍມີຄວາມຕ້ອງການ.

ສ່ວນທ່ານນາງ Vuyiswa Tulelo ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນລະຫວ່າງສອງປະເທດໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ, ມຸ່ງໄປເຖິງສັນຕິພາບ, ສະຖຽນລະພາບແບບຍືນຍົງ. ທ່ານນາງ Vuyiswa Tulelo ຢັ້ງຢືນວ່າ ໃນຖານະຕຳແໜ່ງງານຂອງຕົນ ຈະຕັ້ງໜ້າປະກອບສ່ວນເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.

ໂດຍ: ຈາງຫງວຽນ