ທ່ານພົນຕີ ເຈິ່ນຢຸຍຢາງ, ຫົວໜ້າການທະຫານກົມໃຫຍ່ພະລາທິການ ເປັນປະທານ ແລະກ່າວປາໄສໄຂຊຸດຝຶກອົບຮົມ. ເຂົ້າຮ່ວມຍັງມີທ່ານພົນຕີ ໂດ໊ວັນທ້ຽນ, ຫົວໜ້າການເມືອງກົມໃຫຍ່ພະລາທິການ; ບັນດາຜູ້ແທນທີ່ເປັນການນຳກົມໃຫຍ່ພະລາທິການ ແລະພະນັກງານພະລາທິການຂັ້ນບັ້ນຮົບ, ຍຸດທະສາດໃນທົ່ວກອງທັບ.

leftcenterrightdel
ທ່ານພົນຕີ ເຈິ່ນຢຸຍຢາງ, ຫົວໜ້າການທະຫານກົມໃຫຍ່ພະລາທິການ ກ່າວປາໄສໄຂຊຸດຝຶກອົບຮົມ. ວັນຈ໊ຽນ.

ຊຸດຝຶກອົບຮົບຄັ້ງນີ້ແມ່ນເພື່ອແນໃສ່ຝຶກແອບ, ບຳລຸງສ້າງມາດຕະການ, ວິທີການເຮັດວຽກ, ຍົກສູງລະດັບຄວາມຮູ້ຮອບດ້ານໃຫ້ພະນັກງານ, ຫົວໜ້າຮັບຜິດຊອບດ້ານພະລາທິການຂັ້ນບັ້ນຮົບ, ຍຸດທະສາດ, ປະກອບສ່ວນປະຕິບັດສຳເລັດເປົ້າໝາຍ, ໜ້າທີ່ວຽກງານພະລາທິການຂອງກອງທັບ. ໃນໄລຍະດຳເນີນການຝຶກອົບຮົມ, ຖັນແຖວພະນັກງານຈະໄດ້ຄົ້ນຄວ້າບາງເນື້ອໃນ, ຄື: ປັດໄຈສົ່ງຜົນກະທົບເຖິງວຽກງານການທະຫານ, ການປ້ອງກັນຊາດ ແລະວຽກງານພະລາທິການ; ວຽກງານພະລາທິການໃນການສູ້ຮົບປ້ອງກັນບໍລິເວນຂັ້ນທະຫານເຂດ, ປ້ອງກັນບໍລິເວນພົນລະເຮືອນ; ບາງບັນຫາກ່ຽວກັບການຫັນປ່ຽນດີຈີຕອນວຽກງານພະລາທິການກອງທັບ; ຮຽບຮຽງເອກະສານພະລາທິການສູ້ຮົບຂັ້ນບັ້ນຮົບ; ວຽກງານເປັນເສນາທິການພະລາທິການໃນການຫັນປ່ຽນສະພາບການ ແລະສູ້ຮົບ...

ສິ້ນສຸດຊຸດຝຶກອົບຮົມຄັ້ງນ້ີ, ກົມໃຫຍ່ພະລາທິການ ຈະກວດກາຖັນແຖວພະນັກງານກ່ຽວກັບວຽກງານເປັນເສນາທິການພະລາທິການ; ຄວາມຮັບຮູ້ຂະບວນການແຂ່ງຂັນໃນຂະແໜງພະລາທິການ, ວິຊາງົດງາມ, ຍິງປືນສັ້ນ K54 ບົດ 1b, 1c...

ໂດຍ: ແສງເດືອນ