ທ່ານພັນເອກພິເສດ ຫວູວັນກ້ຽມ, ຮອງຫົວໜ້າກົມກົດໝາຍ ກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພັນເອກ Gema Calvino Santana, ຫົວໜ້າກົມກົດໝາຍ ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ໄດ້ເປັນປະທານຮ່ວມກອງປະຊຸມ.

leftcenterrightdel
ທ່ານພັນເອກພິເສດ ຫວູວັນກ້ຽມ, ຮອງຫົວໜ້າກົມກົດໝາຍ ກະຊວງປ້ອງກັນປະເທດຫວຽດນາມ. ພາບ: qdnd.vn

ທີ່ກອງປະຊຸມ, ສອງຝ່າຍໄດ້ແບ່ງປັນກ່ຽວກັບຂໍ້ກໍານົດຂອງກົດໝາຍທີ່ໄດ້ນຳໃຊ້ໃຫ້ການເກັບກູ້ ແລະທໍາລາຍລະເບີດບໍ່ທັນແຕກ, ຜ່ານນັ້ນຊ້ວຍໃຫ້ສອງຝ່າຍມີຄວາມຮູ້ອັນລ້ຳຄ່າຕື່ມອີກທີ່ກ່ຽວຂ້ອງເຖິງຂົງເຂດດັ່ງກ່າວ. ປະຈຸບັນ, ຫວຽດນາມ ມີເອກະສານນິຕິກຳ 43 ສະບັບມີເນື້ອໃນທີ່ກ່ຽວຂ້ອງເຖິງການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ. ໃນໄລຍະຈະມາເຖິງ, ໂດຍປະຕິບັດຕາມການຊີ້ນຳຂອງລັດຖະບານ, ກະຊວງປ້ອງກັນປະເທດຫວຽດນາມ ຈະເປັນເສນາທິການເພື່ອສ້າງ ແລະຍື່ນສະເໜີປະກາດໃຊ້ລັດຖະດໍາລັດວ່າດ້ວຍການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມໃນປີ 2026. ທ່ານພັນເອກພິເສດ ຫວູວັນກ້ຽມ ໃຫ້ຮູ້ວ່າ, ນີ້ແມ່ນເອກະສານນິຕິກຳທີ່ສຳຄັນເພື່ອຍົກສູງປະສິດທິຜົນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມຢູ່ຫວຽດນາມ; ພ້ອມທັງຫວັງວ່າ ບັນດາບົດຮຽນປະສົບການຈາກຝ່າຍກູບາ ຈະແມ່ນພື້ນຖານອັນສຳຄັນເພື່ອປະກອບສ່ວນເຂົ້າໃນການຄົ້ນຄວ້າ, ສ້າງລັດຖະດໍາລັດສະບັບນີ້.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດນາມ, ທ່ານພັນເອກ Gema Calvino Santana ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ຈະປະກອບສ່ວນສືບທອດ ແລະພັດທະນາການພົວພັນຮ່ວມມືລະຫວ່າງກົມກົດໝາຍ ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ກັບກົມກົດໝາຍກະຊວງປ້ອງກັນປະເທດຫວຽດນາມ, ພິເສດແມ່ນການແບ່ງປັນບົດຮຽນປະສົບການທີ່ກ່ຽວຂ້ອງເຖິງການສ້າງກົດໝາຍວ່າດ້ວຍການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ, ເຊິ່ງແມ່ນຂົງເຂດມີຄວາມໝາຍທີ່ສຸດໃນສະພາບປະຈຸບັນ.

ທີ່ກອງປະຊຸມ, ຝ່າຍກູບາ ໄດ້ແບ່ງປັນບັນດາຂໍ້ກໍານົດຂອງກົດໝາຍທີ່ໄດ້ນຳໃຊ້ໃຫ້ການເກັບກູ້ ແລະທໍາລາຍລະເບີດບໍ່ທັນແຕກ ແລະປະສົບການເຂົ້າຮ່ວມໜ້າທີ່ສາກົນກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ.

ໂດຍ: ທູຈາງ