ພາຍຫຼັງໄດ້ຮັບຟັງການນຳ ແລະຜູ້ບັນຊາການບັນດາກົມກອງ ລາຍງານຜົນການປະຕິບັດໜ້າທີ່ປີ 2021 ແລະວຽກງານກະກຽມຕ້ອນຮັບບຸນປີໃໝ່ 2022, ທ່ານພົນໂທ ໂດ໊ກັນ ໄດ້ຍ້ອງຍໍຊົມເຊີຍບັນດາໝາກຜົນແຫ່ງການປະຕິບັດໜ້າທີ່ຂອງບັນດາກົມກອງໃນໄລຍະຜ່ານມາ.

leftcenterrightdel
ທ່ານພົນໂທ ໂດ໊ກັນ ໄດ້ມອບຂອງຂວັນຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດໃຫ້ກອງພັນໃຫຍ່ 165, ກອງພົນ 312 (ກອງພົນໃຫຍ່ທີ 1). ພາບ: qdnd.vn

leftcenterrightdel
ທ່ານພົນໂທ ໂດ໊ກັນ ໄດ້ມອບຂອງຂວັນຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ໃຫ້ກອງພັນໃຫຍ່ 692, ກອງພົນ 301 (ກອງບັນຊາການນະຄອນຫຼວງຮ່າໂນ້ຍ). ພາບ: qdnd.vn

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານພົນໂທ ໂດ໊ກັນ ຮຽກຮ້ອງ: ຄະນະພັກ, ຜູ້ບັນຊາການບັນດາກົມກອງສືບຕໍ່ຊາບຊຶມ, ຈັດຕັ້ງປະຕິບັດຄຳສັ່ງ, ມະຕິ ແລະເອກະສານແນະນຳຂອງຂັ້ນເທິງຢ່າງເຂັ້ມງວດ; ຕິດຕາມກໍາແໜ້ນສະພາບຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍເປັນປະຈໍາ, ເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຢ່າງທັນການ ເພື່ອສ້າງແຜນການ ແລະມາດຕະການຊີ້ນຳ ແລະນຳພາປະຕິບັດທຸກກໍລະນີຢ່າງເໝາະສົມ ແລະມີປະສິດທິຜົນ. ບັນດາກົມກອງຕ້ອງເພີ່ມທະວີການສຶກສາອົບຮົມຍົກສູງສະຕິຮັບຮູ້ໃຫ້ພະນັກງານ-ນັກຮົບ ກ່ຽວກັບໜ້າທີ່ກຽມພ້ອມສູ້ຮົບ, ໜ້າທີ່ປະຈໍາການກຽມພ້ອມສູ້ຮົບໃນຍາມບຸນເຕັດ; ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ດ້ານຈິດໃຈ ແລະ ວັດຖຸໃຫ້ແກ່ພະນັກງານ, ນັກຮົບໃນຍາມບຸນປີໃໝ່ປະຈໍາຊາດ ແລະປະຕິບັດວຽກງານນະໂຍບາຍ ແລະຂົນຂວາຍປະຊາຊົນຢູ່ໃນບໍລິເວນໃຫ້ເປັນຢ່າງດີ. ສືບຕໍ່ຮັບປະກັນວຽກງານພະລາທິການ, ເຕັກນິກໃຫ້ແກ່ໜ້າທີ່ກຽມພ້ອມສູ້ຮົບ ແລະບຸນປີໃໝ່ປະຈໍາຊາດ; ຮັບປະກັນການປ້ອງກັນ, ຕ້ານພະຍາດໂຄວິດ-19. ເນື່ອງໃນໂອກາດນີ້, ທ່ານພົນໂທ ໂດ໊ກັນ ໄດ້ມອບຂອງຂວັນຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດໃຫ້ບັນດາກົມກອງ.

ໂດຍ: ທະນາພອນ