ຝົນຕົກໜັກໄດ້ເຮັດໃຫ້ຖະໜົນຫຼາຍສາຍຖືກນ້ໍາຖ້ວມ, ການຈະລາຈອນຕິດຂັດ. ບັນດາກໍາລັງທີ່ກ່ຽວຂ້ອງໄດ້ສົມທົບກັນຕັ້ງຈຸດສະກັດກັ້ນຕະຫຼອດ 24 ຊົ່ວໂມງເພື່ອແນະນໍາປະຊາຊົນ ແລະພາຫະນະໄປມາ, ຮັບປະກັນຄວາມປອດໄພ.

leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນກວິ່ງຖ້ວນ (ທະຫານຊາຍແດນແຂວງເງະອານ) ຂົນເຄື່ອງຊ່ວຍເຫຼືອໄປຊ່ວຍປະຊາຊົນທ້ອງຖິ່ນ. ພາບ: qdnd.vn.

ພິເສດ, ຝົນຕົກໜັກໄດ້ເຮັດໃຫ້ຫຼາຍຕາແສງຢູ່ເມືອງກວິ່ງລືວ ຖ້ວມໜັກ, ຫຼາຍຮ້ອຍຄອບຄົວຕ້ອງອົບພະຍົບຢ່າງຮີບດ່ວນ. ຕໍ່ໜ້າການຜັນແປຝົນຕົກນ້ຳຖ້ວມຢ່າງສັບສົນຂອງຝົນຕົກນ້ຳຖ້ວມນີ້, ຄະນະກໍາມະການປະຊາຊົນເມືອງກວິ່ງລືວ ໄດ້ລະດົມພະນັກງານ, ນັກຮົບກອງທັບ, ທະຫານລາດປ້ອງກັນຕົວໄປຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງ, ເຮັດໃຫ້ຊີວິດການເປັນຢູ່ເປັນປົກກະຕິໂດຍໄວ. ຄ້າຍທະຫານຊາຍແດນກວິ່ງຖ້ວນ (ທະຫານຊາຍແດນແຂວງເງະອານ) ໄດ້ສົມທົບກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນຊ່ວຍປະຊາຊົນຢູ່ເຂດຖືກຮັບຄວາມເສຍຫາຍຢ່າງໜັກໜ່ວງ, ໂຄສະນາ, ແນະນໍາປະຊາຊົນຢູ່ເທດສະບານເກົ່າຢາດ, ຕາແສງກວິ່ງຮົ່ງ (ເມືອງກວິ່ງລືວ) ຫຼີກນໍ້າຖ້ວມຢ່າງປອດໄພ; ຄ້າຍທະຫານຊາຍແດນນາລອຍ (ທະຫານຊາຍແດນແຂວງເງະອານ) ໄດ້ສົ່ງກໍາລັງໄປປັບດິນຫີນທີ່ເຈື່ອນລົງມາ, ຮັບປະກັນຄວາມສະດວກໃຫ້ແກ່ການຈາລະຈອນ.

ໂດຍ: ຈາງຫງວຽນ