ກອງເຮືອ 129 ຈັດຕັ້ງໄປມອບຂອງຂວັນບຸນເຕັດໃຫ້ແກ່ທະຫານ ແລະປະຊາຊົນເຈື່ອງຊາ
ກປ.ອອນໄລ - ຕອນບ່າຍວັນທີ 16 ມັງກອນ, ກໍາປັ່ນ 638 ຂຶ້ນກັບກອງເຮືອ 129 (ເຫຼົ່າທັບເຮືອ) ໄດ້ອອກເດີນທາງໄປນຳຄະນະປະຕິບັດງານຂອງກອງເຮືອ ໄປຢ້ຽມຢາມ, ມອບຂອງຂວັນ, ອວຍພອນບຸນເຕັດພະນັກງານ, ນັກຮົບ ແລະປະຊາຊົນຢູ່ບັນດາເກາະ, ຄື: ເຈື່ອງຊາ, ຊີງໂຕນ, ນູ໊ຍແລ, ຕົ໊ກຕານ (ຂຶ້ນກັບເຂດພິເສດເຈື່ອງຊາ, ແຂວງແຄ໊ງຮວ່າ).