ທ່ານພົນໂທ ຮວ່າງຊວນຈຽນ ຊົມເຊີຍທ່ານພັນເອກ Michael Jansen ທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສສ ຫວຽດນາມ ຢ່າງດີເລີດ, ພ້ອມທັງສະແດງຄວາມຍິນດີຕ້ອນຮັບ ແລະຊົມເຊີຍທ່ານພັນເອກ Alana Burkitt ມາດໍາລົງຕໍາແໜ່ງເປັນທີ່ປຶກສາທູດປ້ອງກັນຊາດອົດສະຕາລີ ປະຈໍາ ຫວຽດນາມ.

ທ່ານພົນໂທ ຮວ່າງຊວນຈຽນ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ບົນພື້ນຖານບັນດາເອກະສານ, ຂໍ້ຕົກລົງທ່ີໄດ້ລົງນາມ, ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ອົດສະຕາລີ ໄດ້ຜັນຂະຫຍາຍຢ່າງຕັ້ງໜ້າໃນບັນດາຂົງເຂດ: ແລກປ່ຽນຄະນະ, ການເຈລະຈາ-ທາບທາມ; ການບໍາລຸງສ້າງ; ຮັກສາສັນຕິພາບ ສປຊ; ການແພດທະຫານ; ການຮ່ວມມືເຫຼົ່າທັບ-ເຫຼົ່າຮົບ; ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ການຮ່ວມມືໃນຂອບເຂດກົນໄກປ້ອງກັນຊາດຫຼາຍຝ່າຍ, ໂດຍສະເພາະແມ່ນກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ ເປີດກວ້າງ (ADMM+).

leftcenterrightdel
ທ່ານພົນໂທ ຮວ່າງຊວນຈຽນ ແລກປ່ຽນພ້ອມກັບທ່ານພັນເອກ Michael Jansen. ພາບ: ງອັກທື

ຮັບຮູ້, ຕີລາສູງການປະກອບສ່ວນຂອງທ່ານພັນເອກ Michael Jansen, ທ່ານພົນໂທ ຮວ່າງຊວນຈຽນ ໃຫ້ຮູ້ວ່າ ໃນຖານະເປັນຫົວໜ້າຄະນະທູດການທະຫານບັນດາປະເທດປະຈໍາ ຫວຽດນາມ, ທ່ານພັນເອກ Michael Jansen ກໍ່ປະກອບສ່ວນສໍາຄັນເຂົ້າໃນການເຊື່ອມຕໍ່, ຈັດຕັ້ງການເຄື່ອນໄຫວແລກປ່ຽນ, ພົບປະແລກປ່ຽນລະຫວ່າງຄະນະທີ່ປຶກສາທູດການທະຫານບັນດາປະເທດກັບກະຊວງປ້ອງກັນປະເທດຫວຽດນາມ.

ທ່ານພົນໂທ ຮວ່າງຊວນຈຽນ ຫວັງວ່າທ່ານພັນເອກ Alana Burkitt ໃນຖານະຕໍາແໜ່ງໃໝ່ຈະສືບຕໍ່ຄົ້ນຄວ້າ, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ສຸມໃສ່ເຂົ້າໃນການເພີ່ມທະວີການແລກປ່ຽນຄະນະ, ຮັກສາກົນໄກປຶກສາຫາລື, ເຈລະຈາຢ່າງມີປະສິດທິຜົນ, ຄົ້ນຄວ້າລົງນາມໃນບັນດາເອກະສານ, ຂໍ້ຕົກລົງຮ່ວມມື, ຊຸກຍູ້ການຮ່ວມມືບໍາລຸງສ້າງ, ຮັກສາສັນຕິພາບ ສປຊ, ແລກປ່ຽນບົດຮຽນ, ແບ່ງປັນຂໍ້ມູນຂ່າວສານລະຫວ່າງບັນດາເຫຼົ່າທັບ-ເຫຼົ່າຮົບ, ຮັກສາການຮ່ວມມືແບ່ງປັນຂໍ້ມູນຂ່າວສານ, ວັັດຖຸທີ່ລະນຶກທີ່ກ່ຽວຂ້ອງທະທານຫວຽດນາມ ທີີ່ເສຍສະຫຼະຊີວິດ, ເສຍຂ່າວ, ຫາຍສາບສູນໃນປາງສົງຄາມ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ຄືຄວາມໝັ້ນຄົງທາງໄຊເບີ, ອຸດສາຫະກໍາປ້ອງກັນຊາດ...

ຂອບໃຈການນໍາກະຊວງປ້ອງກັນປະເທດຫວຽດນາມ ແລະບັນດາອົງການຂອງກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂ, ສົມທົບກັນຢ່າງແໜ້ນແຟ້ນໃນຕະຫຼອດອາຍຸການປະຕິບັດງານທີ່ຜ່ານມາ, ທ່ານພັນເອກ Michael Jansen ສະແດງຄວາມປາດຖະໜາວ່າໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃຫ້ນັບມື້ນັບມີປະສິດທິຜົນ, ເລິກເຊິ່ງກວ່າເກົ່າ.

ໂດຍ: ໄຊນີດາ