ໃກ້ຊິດຕິດແທດກັບໜ້າທີ່, ຜັນຂະຫຍາຍມາດຕະການຢ່າງຄົບຊຸດ

ທ່ານພັນໂທ ເຢືອງກິມຕ໊ວນ, ຫົວໜ້າຄະນະເສດຖະກິດ-ປ້ອງກັນຊາດ 75 ໃຫ້ຮູ້ວ່າ: ປີ 2025, ຄະນະພັກ, ຄະນະບັນຊາ ຄະນະເສດຖະກິດ-ປ້ອງກັນຊາດ 75 ໄດ້ໃກ້ຊິດຕິດແທດກັບໜ້າທີ່ ແລະການຊີ້ນໍາຂອງຂັ້ນເທິງ, ກໍານົດຫຼາຍມາດຕະການແກ້ໄຂທີ່ຄົບຊຸດ, ເໝາະສົມກັບສະພາບຕົວຈິງຂອງກົມກອງ, ທ້ອງຖິ່ນ, ການຈັດຕັ້ງນໍາພາ, ຊີ້ນໍາ ແລະຜັນຂະຫຍາຍປະຕິບັດໜ້າທີ່ໃຫ້ເປັນຢ່າງດີ. ຊີວິດທາງດ້ານວັດຖຸ ແລະຈິດໃຈຂອງພະນັກງານ, ນັກຮົບ, ກໍາມະກອນ, ຜູ້ອອກແຮງງານ ຍາມໃດກໍ່ໄດ້ຮັບການຍົກສູງຂຶ້ນ.

ໃກ້ຊິດຕິດແທດກັບບ້ານ, ປະຊາຊົນຢ່າງເປັນປົກກະຕິ, ປະຕິບັດວຽກງານຊ່ວຍເຫຼືອປະຊາຊົນຢູ່ໃນບໍລິເວນທີ່ກົມກອງຕັ້ງທັບໃຫ້ເປັນຢ່າງດີ, ເປັນຕົ້ນແມ່ນພໍ່ແມ່ຊົນເຜົ່າສ່ວນໜ້ອຍ ພັດທະນາເສດຖະກິດ, ມີການດໍາລົງຊີວິດເປັນປົກກະຕິ.

ນອກຈາກການລົງທຶນພັດທະນາການຜະລິດ, ດຳເນີນທຸລະກິດແລ້ວ, ກົມກອງຍັງໄດ້ເອົາໃຈໃສ່ຍົກສູງຄຸນນະພາບວຽກງານການທະຫານ ແລະການປ້ອງກັນຊາດ; ວຽກງານສຶກສາດ້ານການເມືອງ, ແນວຄິດ ສືບຕໍ່ໄດ້ຮັບການປ່ຽນແປງໃໝ່, ຍົກສູງຄຸນນະພາບ; ເປັນເຈົ້າການກໍາແໜ້ນ,  ກໍານົດທິດທາງດ້ານແນວຄິດ, ຫາງສຽງ; ຕອບໂຕ້ກັບບັນດາທັດສະນະທີ່ຜິດພາດ ແລະເປັນປໍລະປັກຢ່າງທັນການ, ປົກປັກຮັກສາພື້ນຖານແນວຄິດຂອງພັກຢ່າງໜັກແໜ້ນ.

leftcenterrightdel
ພະນັກງານແມ່ທັບນ້ອຍ 15 ພ້ອມດ້ວຍຄະນະເສດຖະກິດ-ປ້ອງກັນຊາດ 75 ຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວ ເປົ້າໝາຍນະໂຍບາຍໃນບໍລິເວນ. ພາບ: qdnd.vn

ຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ຈັດຕັ້ງການລາດຕະເວນເພື່ອຮັກສາຄວາມປອດໄພຂອງສວນໄມ້, ຊັບສິນ ແລະບໍລິເວນທີ່ກົມກອງຕັ້ງທັບ. ວຽກງານອົບຮົມຫັດແອບ ແລະບໍາລຸງສ້າງຄວາມຮູ້ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການຜັນຂະຫຍາຍຢ່າງໜັກແໜ້ນ, ຖືກຕາມແຜນການ.

ພ້ອມກັນນັ້ນ, ຕ້ອງເຮັດວຽກງານບໍາລຸງສ້າງຖັນແຖວພະນັກງານ, ສະມາຊິກພັກໃຫ້ເປັນຢ່າງດີ, ເປັນຕົ້ນແມ່ນພະນັກງານແມ່ນລູກເຕົ້າຂອງພໍ່ແມ່ຊົນເຜົ່າສ່ວນໜ້ອຍ. ການປະກົດມີພະນັກງານ, ສະມາຊິກພັກທີ່ເປັນລູກເຕົ້າຂອງຊາວທ້ອງຖິ່ນນັບມື້ນັບຫຼາຍຂຶ້ນນັ້ນ  ບໍ່ພຽງແຕ່ຊ່ວຍໃຫ້ຄະນະເສດຖະກິດ-ປ້ອງກັນຊາດ 75 ຜັນຂະຫຍາຍວຽກງານພັດທະນາການຜະລິດ, ວຽກງານຂົນຂວາຍປະຊາຊົນ, ກໍ່ສ້າງບໍລິເວນ ຢ່າງໝັ້ນຄົງເທົ່ານັ້ນ, ຫາກຍັງແມ່ນປັດໄຈສຳຄັນໃນການຖ່າຍທອດເຕັກນິກ ໃຫ້ແກ່ຜູ້ອອກແຮງງານໃຫ້ນັບມື້ເຂົ້າສູ່ລະບົບ, ມີວິທະຍາສາດ ແລະມີປະສິດທິຜົນ. ສິ່ງດັ່ງກ່າວໄດ້ພິສູດໃຫ້ເຫັນວ່າ, ຖັນແຖວພະນັກງານ, ສະມາຊິກພັກທີ່ເປັນລູກເຕົ້າຂອງຊົນເຜົ່າສ່ວນໜ້ອຍ ໃນໄລຍະຜ່ານມາ ໄດ້ເປັນຂົວຕໍ່ໃນການນຳເອົາຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລຸງໂຮ່, ກອງທັບເວົ້າລວມ, ແມ່ທັບນ້ອຍ 15 ແລະຄະນະເສດຖະກິດ-ປ້ອງກັນຊາດ 75 ເວົ້າສະເພາະມາໃຫ້ພໍ່ແມ່ປະຊາຊົນ, ຊາວບ້ານຢ່າງແທ້ຈິງ.

ໃກ້ຊິດຕິດແທດກັບຊາວບ້ານເພື່ອຂົນຂວາຍປະຊາຊົນ

ເພື່ອເຮັດໃຫ້ຜູ້ອອກແຮງງານມີຄວາມສະໜິດຕິດພັນກັບກົມກອງ,  ມີຄວາມອຸ່ນອ່ຽນໃຈອອກແຮງງານທໍາການຜະລິດ, ຄະນະເສດຖະກິດ-ປ້ອງກັນຊາດ 75 ໄດ້ໝູນໃຊ້ບັນດາຜົນງານທາງດ້ານວິທະຍາສາດເຂົ້າໃນການຜະລິດ. ເພື່ອຍົກສູງຄຸນນະພາບຂອງສວນຕົ້ນໄມ້, ເພີ່ມສະມັດຕະພາບການຜະລິດ ແລະຫຼຸດລາຄາການຜະລິດລົງ, ໄປຄຽງຄູ່ກັນນັ້ນ, ທາງບໍລິສັດໄດ້ຜັນຂະຫຍາຍດ້ວຍວິທີຈ້າງຜູ້ອອກແຮງງານມາຮັບເໝົາສວນຕົ້ນໄມ້ເພື່ອສ້າງວຽກເຮັດງານທຳທີ່ໝັ້ນຄົງໃນໄລຍະຍາວ. ເມື່ອສວນຕົ້ນໄມ້ມີເຈົ້າຂອງທີ່ແທ້ຈິງ,  ຜູ້ອອກແຮງງານຈຶ່ງມີຄວາມອຸ່ນອ່ຽນໃຈເຮັດວຽກຢູ່ສວນຕົ້ນໄມ້,  ດຸໝັ່ນອອກແຮງງານ, ຊີວິດການເປັນຢູ່ຂອງເຂົາເຈົ້າໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ.

ທ່ານພັນເອກພິເສດ ເຈິ່ນກົງດຶກ, ຮອງຫົວໜ້າຄະນະເສດຖະກິດ-ປ້ອງກັນຊາດ 75 ແບ່ງປັນວ່າ: “ມາຮອດປະຈຸບັນ, ສິ່ງທີ່ກົມກອງ ປະຕິບັດໄດ້ແມ່ນຕິດແທດກັບປະຊາຊົນ, ສະໜິດສະໜົມກັບປະຊາຊົນ, ຊ່ວຍເຫຼືອປະຊາຊົນ, ຈາກນັ້ນໄດ້ຫັນປ່ຽນຄວາມຮັບຮູ້ຂອງພໍ່ແມ່ປະຊາຊົນກ່ຽວກັບວິທີການປູກຝັງ ແລະເວລາໃນການອອກແຮງງານ. ກ່ອນນີ້ ປະຊາຊົນລື້ງເຄີຍກັບການເຮັດໄຮ່ ເພື່ອ “ຈູດ, ຕັດ, ຕອນ”, ແຕ່ມາປະຈຸບັນ ເຂົາເຈົ້າໄດ້ມີຄວາມຮູ້ກ່ຽວກັບການປູກຝັງ, ບົວລະບັດຕົ້ນໄມ້ອຸດສາຫະກຳປະເພດຕ່າງໆທີ່ມີມູນຄ່າດ້ານເສດຖະກິດສູງ”. ດ້ວຍການປະຕິບັດວຽກງານຂົນຂວາຍປະຊາຊົນເປັນຢ່າງດີ,  ປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ຢ່າງມີປະສິດທິຜົນ, ຊ່ວຍເຫຼືອປະຊາຊົນລົບລ້າງຄວາມທຸກຍາກ, ໄດ້ປະກອບສ່ວນກໍ່ສ້າງ “ທ່າສະໜາມໃນຈິດໃຈປະຊາຊົນ” ຢ່າງໜັກແໜ້ນ, ປີ 2025, ຄະນະເສດຖະກິດ-ປ້ອງກັນຊາດ 75 ໄດ້ຮັກສາລະບຽບການສົມທົບກັບ 4 ຕາແສງ ແລະ 39 ບ້ານແຮກສ່ຽວ. ທາງກົມກອງຍັງໄດ້ຈັດຕັ້ງການໂຄສະນາເຜີຍແຜ່ນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ດຶງດູດຜູ້ເຂົ້າຮ່ວມໄດ້ 8.500 ກວ່າຄົນ.

leftcenterrightdel
ການນໍາແມ່ທັບນ້ອຍ 15 ພ້ອມດ້ວຍຄະນະເສດຖະກິດ-ປ້ອງກັນຊາດ 75 ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນທ້ອງຖິ່ນ. ພາບ: qdnd.vn

ເປັນເຈົ້າການສົມທົບກັບຄະນະພັກ ແລະອຳນາດການປົກຄອງທ້ອງຖິ່ນ, ຕັ້ງໜ້າເຂົ້າຮ່ວມບັນດາໂຄງການຮັບປະກັນຊີວິດສັງຄົມ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່; ມອບຂອງຂວັນນັບພັນພູດໃຫ້ແກ່ເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ກໍາມະກອນ, ຜູ້ອອກແຮງງານ, ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ ດ້ວຍຄ່າໃຊ້ຈ່າຍທັງໝົດນັບສິບຕື້ດົ່ງ. ໜ້າວຽກທີ່ແທດຈິງດັ່ງກ່າວໄດ້ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ກັບພັກ, ລັດ, ກອງທັບ; ເພີ່ມທະວີຄວາມສາມັກຄີລະຫວ່າງທະຫານກັບປະຊາຊົນ; ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ໃນບໍລິເວນ.

ທ້າວ ກປຸ້ຍອິນ, ເຈົ້າກົກເຈົ້າເຫຼົ່າ ຢິດຣົງ, ຕາແສງ ອີອາກະເຣ, ແຂວງຢາລາຍ ໃຫ້ຮູ້ວ່າ: “ໃນບ້ານມີ 220 ຄອບຄົວ, ມີພົນລະເມືອງກວ່າ 950 ຄົນ, ປະຊາຊົນສ່ວນຫຼາຍແມ່ນປູກຢາງພາລາ, ກາເຟ, ໝາກມ່ວງຫິມະພານ ແລະເຮັດວຽກເປັນກຳມະກອນໃຫ້ຄະນະເສດຖະກິດ-ປ້ອງກັນຊາດ 75.  ໃນໄລຍະທີ່ຜ່ານມາ, ພັກ, ລັດ, ກອງທັບຍາມໃດກໍ່ໄດ້ເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ, ພ້ອມກັນນັ້ນ, ຄະນະເສດຖະກິດ-ປ້ອງກັນຊາດ 75 ຍັງໄດ້ໜູນຊ່ວຍປະຊາຊົນໃນບ້ານຕົນເອງ ພ້ອມດ້ວຍເຂດໃກ້ຄຽງມີວຽກເຮັດງານທຳທີ່ແທດຈິງ ແລະມີປະສິດທິຜົນ, ສະນັ້ນ ຊີວິດການເປັນຢູ່ຈຶ່ງນັບມື້ນັບດີຂຶ້ນ. ເສດຖະກິດພັດທະນາ, ສາຍພົວພັນໃນບ້ານ ແລະ ຄວາມສາມັກຄີລະຫວ່າງທະຫານ ກັບປະຊາຊົນ ໄດ້ຮັບການປັບປຸງ”.

ໂດຍ: ທູຈາງ