leftcenterrightdel
ບັນຍາກາດທີ່ພິທີລົງນາມ. ພາບ: ສໍານັກຂ່າວສານຫວຽດນາມ

ວັນທີ 15 ມັງກອນ, ກອງບັນຊາການປ້ອງກັນເຂດ 5 - ແຄແຊັງ ໄດ້ສົມທົບກັບກອງບັນຊາການທະຫານບັນດາເມືອງ ເຊໂປນ, ນອງ, ກອງບັນຊາການທະຫານແຂວງ ສະຫວັນນະເຂດ ແລະກອງບັນຊາການທະຫານເມືອງ ສະໝ້ວຍ, ກອງບັນຊາການທະຫານແຂວງສາລະວັນ (ລາວ) ໄດ້ຈັດພິທີແຮກສ່ຽວ ແລະລົງນາມລະບຽບຂໍ້ກຳນົດສົມທົບກັນເຄື່ອນໄຫວ.

ທີ່ພິທີ, ບັນດາກົມກອງ ໄດ້ເປັນເອກະພາບລົງນາມລະບຽບຂໍ້ກຳນົດການສົມທົບກັນ ເພື່ອແນໃສ່ເພີ່ມທະວີການພົວພັນສາມັກຄີ, ມິດຕະພາບ ແລະປະສົມປະສານກັນໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ. ຕາມນັ້ນແລ້ວ, ບັນດາຝ່າຍໃຫ້ຄຳໝັ້ນສັນຍາສຸມໃສ່ບັນດາເນື້ອໃນຈຸດສຸມ, ຄື: ແລກປ່ຽນຂໍ້ມູນຂ່າວປະຈຳໄລຍະ ແລະກະທັນຫັນກ່ຽວກັບການເຄື່ອນໄຫວຂອງບັນດາອິດທິກຳລັງປໍລະປັກ, ສະພາບການອາດຊະຍາກຳຂ້າມຊາດ, ພິເສດແມ່ນອາດຊະຍາກຳຢາເສບຕິດ ແລະອາວຸດ; ສົມທົບກັນຕໍ່ສູ້, ສະກັດກັ້ນບັນດາການເຂົ້າເມືອງຕັ້ງຖິ່ນຖານແບບຜິດກົດໝາຍ, ການອົບພະຍົບແບບຜິດກົດໝາຍ…; ສ້າງເງື່ອນໄຂສະດວກໜູນຊ່ວຍເຊິ່ງກັນ ແລະກັນໃນການປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຈາກໄພທຳມະຊາດ, ໂລກລະບາດ ແລະຈັດບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳເນື່ອງໃນໂອກາດວັນບຸນໃຫຍ່ຂອງ 2 ຊາດ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ