ລະດູບານໃໝ່ ຢູ່ເກາະຮ່ອນຄວາຍ
ກປ.ອອນໄລ - ສືບຕໍ່ການໄປຢ້ຽມຢາມ, ອວຍພອນບຸນເຕັດບັນດາກໍາລັງປະຕິບັດໜ້າທີ່ ຢູ່ເຂດທະເລຕາເວັນຕົກສ່ຽງໃຕ້, ຕອນບ່າຍວັນທີ 11 ມັງກອນ, ກໍາປັ່ນສອງລໍາ 527 ແລະ528 ສັງກັດກອງພົນນ້ອຍ 127, ທະຫານເຮືອເຂດ 5 ນໍາຄະນະປະຕິບັດງານໄປຮອດເກາະ ຮ່ອນຄວາຍ, ແຂວງກ່າເມົາ.
    |
 |
|
ບັນດາກໍາລັງປະຕິບັດໜ້າທີ່ຢູ່ເກາະຮ່ອນຄວາຍ ຕ້ອນຮັບຄະນະປະຕິບັດງານ. ພາບ: qdnd.vn |
ຮ້ອຍເອກ ແກັວກຣາຊິນ ພະນັກງານປ້ອມຣາດາ 595, ກອງພັນໃຫຍ່ 551, ທະຫານເຮືອເຂດ 5 ໄດ້ແບ່ງປັນວ່າ: “ຄະນະປະຕິບັດງານມາອວນພອນບຸນເຕັດ, ພວກຂ້າພະເຈົ້າ ຄືໄດ້ເຫັນລະດູບານໃໝ່. ພວກຂ້າພະເຈົ້າຂອບໃຈຕໍ່ອາລົມຈິດຂອງພໍ່ແມ່ປະຊາຊົນທົ່ວປະເທດ, ບັນດາວິສາຫະກິດ ທີ່ຍາມໃດກໍ່ມຸ່ງໄປເຖິງນັກຮົບ, ກໍາລັງເຮັດໜ້າທີ່ຢູ່ບ່ອນຫຍຸ້ງຍາກທາງທິດຕາເວັນຕົກສ່ຽງໃຕ້ຂອງປະເທດ”.
    |
 |
|
ພິທີເຄົາລົບທຸງຊາດຢູ່ປ້ອມຣາດາ 595, ກອງພັນໃຫຍ່ 551, ທະຫານເຮືອເຂດ 5. ພາບ: qdnd.vn |
    |
 |
|
ທ່ານພົນຈັດຕະວາ ໂງວັນແທ່ງ, ເລຂາຄະນະພັກ, ຫົວໜ້າການເມືອງທະຫານເຮືອເຂດ 5, ຫົວໜ້າຄະນະປະຕິບັດງານ ມອບຂອງຂວັນໃຫ້ບັນດາກໍາລັງປະຕິບັດໜ້າທີ່ຢູ່ເກາະຮ່ອນຄວາຍ. ພາບ: qdnd.vn |
ປີ 2025, ເກາະຮ່ອນຄວາຍ ໄດ້ຮັບຄວາມເອົາໃຈໃສ່ລົງທຶນກໍ່ສ້າງໂຄງການຈຸດສຸມ ຈາກລັດ, ຄື: ເສັ້ນທາງດ່່ວນກ່າເມົາ-ເດິ໊ດມຸຍ, ເສັ້ນທາງເຊື່ອມຕໍ່ຈາກ ແຫຼມ ກ່າເມົາ ໄປຮອດເກາະ ຮ່ອນຄວາຍ ແລະທ່າກໍາປັ່ນຮ່ອນຄວາຍ. ພາຍຫຼັງບັນດາໂຄງການ ໄດ້ຮັບການກໍ່ສ້າງສໍາເລັດ, ນໍາເຂົ້າໃຊ້ງານ, ຈະເຊື່ອມຕໍ່ລຸລ່ວງເສັ້ນທາງດ່ວນເໜືອ-ໃຕ້ ທິດຕາເວັນອອກ ໄປຮອດເດິ໊ດມຸຍ, ເຊື່ອມຕໍ່ດິນຕໍ່ແຜ່ນ ກັບເກາະຮ່ອນຄວາຍ ເພື່ອປະຕິບັດການກໍານົດທິດພັດທະນາເສດຖະກິດ ຢູ່ເກາະຮ່ອນຄວາຍ ກາຍເປັນ “ທະວີບຈຸດໃຕ້ສຸດ” ຂອງປະເທດ ໃນຊຸມປີຈະມາເຖິງ, ປະກອບສ່ວນປະຕິບັດການກໍານົດທິດຍຸດທະສາດສໍາຄັນຂອງປະເທດ ແລະແຂວງກ່າເມົາ.
ເກາະຮ່ອນຄວາຍ ຕັ້ງຢູ່ທິດຕາເວັນອອກສ່ຽງໃຕ້ ແຫຼມ ກ່າເມົາ, ມີເນື້ອທີ່ປະມານ 4 km2, ຫ່າງຈາກດິນຕໍ່ແຜ່ນປະມານ 14km; ຈຸດສູງສຸດ ເມື່ອທຽບໃສ່ກັບລະດັບນໍ້າທະເລປະມານ 318 m.
ຮ່ອນຄວາຍ ແມ່ນເກາະທີ່ມີເງື່ອນໄຂທໍາມະຊາດທີ່ອຸດົມສົມບູນ, ພ້ອມທັງມີທີ່ຕັ້ງສໍາຄັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ເກາະແຫ່ງນີ້ໄດ້ປຽບເໝືອນຄືປ້ອມດ່ານໜ້າເວນຍາມເຂດນ່ານຟ້າ, ນ່ານທະເລ ແລະທີ່ດິນທິດຕາເວັນຕົກສ່ຽງໃຕ້ຂອງປະເທດ.
    |
 |
|
ທ່ານພົນຈັດຕະວາ ໂງວັນແທ່ງ, ເລຂາຄະນະພັກ, ຫົວໜ້າການເມືອງທະຫານເຮືອເຂດ 5 ພ້ອມດ້ວຍຄະນະປະຕິບັດງານ ຢ້ຽມຢາມປ້ອມຣາດາ 595. ພາບ: qdnd.vn |
ໂດຍ: ໄຊນີດາ