ວິທະຍາຄານທະຫານເຮືອ ເພີ່ມທະວີການສົມທົບກັນໂຄສະນາກ່ຽວກັບທະເລ, ໝູ່ເກາະ
ກປ.ອອນໄລ - ວັນທີ 14 ມັງກອນ, ທີ່ແຂວງແຄ໊ງຮວ່າ, ວິທະຍາຄານທະຫານເຮືອ ຮ່ວມກັບຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນຄະນະພັກແຂວງດັກລັກ ຈັດຕັ້ງກອງປະຊຸມສົມທົບວຽກງານໂຄສະນາກ່ຽວກັບທະເລ, ໝູ່ເກາະ ແລະດຶງດູດແຫຼ່ງກໍາລັງ; ລາຍການ “ທະຫານເຮືອຫວຽດນາມ ເປັນບ່ອນອີງໃຫ້ຊາວປະມົງອອກສູ່ທະເລ, ຫາປາ”; ການເຄື່ອນໄຫວ “ທະຫານເຮືອ ຮັບລ້ຽງດູລູກຊາວປະມົງ” ໄລຍະ 2026-2030.
ທ່ານພົນຈັດຕະວາ ຫງວຽນຫຶວທວານ ເລຂາຄະນະພັກ, ຫົວໜ້າການເມືອງວິທະຍາຄານທະຫານເຮືອ ແລະທ່ານ ເຈິ່ນມິງຈິ້ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນຄະນະພັກແຂວງດັກລັກ ເປັນປະທານຮ່ວມກອງປະຊຸມ.
    |
 |
|
ທ່ານພົນຈັດຕະວາ ຫງວຽນຫຶວທວານ ຫົວໜ້າການເມືອງວິທະຍາຄານທະຫານເຮືອ ແຈ້ງໃຫ້ຊາບບາງເນື້ອໃນຢູ່ກອງປະຊຸມ. ພາບ: qdnd.vn |
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
    |
 |
|
ທ່ານພັນເອກພິເສດ ຟ້າມດຶກຮຸ່ງ ຮອງຫົວໜ້າການເມືອງວິທະຍາຄານທະຫານເຮືອ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn |
ສອງຝ່າຍຕັ້ງໜ້າເຊື່ອມຕໍ່, ແລກປ່ຽນ, ແບ່ງປັນ, ສະໜອງບັນດາຂໍ້ມູນ, ເອກະສານ, ວິທີການຕອບໂຕ້ກັບທັດສະນະທີ່ຜິດພາດ, ປໍລະປັກ... ວິທະຍາຄານ ໄດ້ເປັນເຈົ້າການປະສານສົມທົບວຽກງານໂຄສະນາກ່ຽວກັບທະເລ, ໝູ່ເກາະ, ດຶງດູດແຫຼ່ງກໍາລັງກັບວຽກງານໃຫ້ຄໍາປຶກສາລະດູສອບເສັງທີ່ໂຄງຮຽນມັດທະຍົມຕອນປາຍແຫ່ງຕ່າງໆ;...
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແລກປ່ຽນ, ປຶກສາຫາລື ແລະເຫັນດີເປັນເອກະພາບ, ໄລຍະ 2026-2030, ປະຕິບັດເນື້ອໃນລົງນາມ, ແຕ່ລະໄຕມາດ, ວິທະຍາຄານທະຫານເຮືອ ພ້ອມກັບຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນຄະນະພັກແຂວງດັກລັກ ຈະແລກປ່ຽນ, ສະໜອງຂໍ້ມູນກ່ຽວກັບສະພາບການທະເລ, ໝູ່ເກາະຫວຽດນາມ;...
    |
 |
|
ສອງຝ່າຍລົງນາມການຮ່ວມມືສົມທົບກັນໂຄສະນາ. ພາບ: qdnd.vn |
ຄຽງຂ້າງກັນນັ້ນ, ສອງຝ່າຍສືບຕໍ່ກວດກາຄືນບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ຮັບລ້ຽງດູລູກຊາວປະມົງ, ຍູ້ແຮງການໂຄສະນາໂຄງການ “ທະຫານເຮືອຫວຽດນາມ ເປັນບ່ອນອີງໃຫ້ຊາວປະມົງອອກສູ່ທະເລ, ຫາປາ”, ກິດຈະກໍາ “ທະຫານເຮືອຮັບລ້ຽງດູລູກຊາວປະມົງ” ໃຫ້ມີປະສິດທິຜົນ; ເຂົ້າຮ່ວມຊ່ວຍເຫຼືອປະຊາຊົນທ້ອງຖິ່ນຕ້ານ ແລະສະກັດກັ້ນ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ, ຊອກຫາກູ້ໄພ, ກູ້ຊີບ; ກວດພະຍາດ, ແຈກຢາຢາຍໂດຍບໍ່ເສຍຄ່າ; ຍູ້ແຮງການໂຄສະນາໃຫ້ຊາວປະມົງ ກ່ຽວກັບກົດລະບຽບຕ້ານການຂຸດຄ້ົນສິນທະເລຢ່າງຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກໍານົດ (IUU) ຜ່ານສື່ສານສື່ມວນຊົນ...
ໂດຍ: ໄຊນີດາ