ພົນໂທ ເລກວາງມິງ ກວດກາວຽກງານກຽມພ້ອມສູ້ຮົບ ຢູ່ກອງພົນນ້ອຍ 164
ກປ.ອອນໄລ - ວັນທີ 14 ມັງກອນ, ຄະນະປະຕິບັດງານ ເລກທີ 3 ຂອງກະຊວງປ້ອງກັນປະເທດຫວຽດນາມ ນຳໂດຍ ທ່ານພົນໂທ ເລກວາງມິງ ຮອງຫົວໜ້າກົມໃຫຍ່ການເມືອງ ໄດ້ໄປກວດກາວຽກງານກຽມພ້ອມສູ້ຮົບ ເພື່ອປ້ອງກັນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ແລະການຈັດຕັ້ງບຸນປີໃໝ່ປະຈໍາຊາດ ປີມະເມຍ 2026 ທີ່ກອງພົນນ້ອຍ 164 (ກອງພົນໃຫຍ່ 12).
ຄະນະປະຕິບັດງານ ໄດ້ດຳເນີນການກວດກາຢ່າງຮອບດ້ານກ່ຽວກັບໝາກຜົນຂອງວຽກງານກຽມພ້ອມສູ້ຮົບ ເພື່ອປ້ອງກັນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ແລະການຈັດຕັ້ງບຸນປີໃໝ່ປະຈໍາຊາດ ປີມະເມຍ 2026 ຂອງກອງພົນນ້ອຍ.
    |
 |
|
ທ່ານພົນໂທ ເລກວາງມິງ ມອບຂອງຂວັນຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໃຫ້ແກ່ພະນັກງານ, ນັກຮົບກອງພົນນ້ອຍ 164. ພາບ: qdnd.vn |
ຜ່ານການກວດກາ, ຄະນະປະຕິບັດງານ ຕີລາຄາສູງຕໍ່ໝາກຜົນຂອງການປະຕິບັດວຽກງານກຽມພ້ອມສູ້ຮົບຂອງກອງພົນນ້ອຍ 164. ກົມກອງ ໄດ້ຮັກສາລະບອບປະຈໍາການເວນຍາມ, ບັນຊາ, ກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ກໍາແໜ້ນສະພາບການໃນບໍລິເວນ; ເປັນເຈົ້າການກໍ່ສ້າງ ແລະຜັນຂະຫຍາຍບັນດາແຜນການ, ພ້ອມແລ້ວທີ່ຈະແກ້ໄຂບັນດາກໍລະນີຢ່າງທັນການ. ພິເສດແມ່ນໃນວິວັດການແກ້ໄຂກໍລະນີໄດ້ສະແດງໃຫ້ເຫັນວ່າ ຄວາມສາມາດຈັດຕັ້ງບັນຊາ ແລະທັກສະວິຊາສະເພາະຂອງພະນັກງານ, ນັກຮົບ ໄດ້ຮັບການຍົກສູງຂຶ້ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ເປັນຢ່າງດີ.
ກ່າວຄໍາເຫັນສະຫຼຸບການກວດກາ, ທ່ານພົນໂທ ເລກກວາງມິງ ໄດ້ຍ້ອງຍໍຊົມເຊີຍຄວາມຮັບຜິດຊອບ, ການເປັນເຈົ້າການ, ຄວາມຈິງຈັງຂອງພະນັກງານ, ນັກຮົບຂອງກອງພົນນ້ອຍ 164 ໃນວຽກງານກະກຽມ ແລະຈັດຕັ້ງຜັນຂະຫຍາຍປະຕິບັດໜ້າທີ່ກຽມພ້ອມສູ້ຮົບເພື່ອປ້ອງກັນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ແລະການຈັດຕັ້ງບຸນປີໃໝ່ປະຈໍາຊາດ ປີມະເມຍ 2026.
ເນື່ອງໃນໂອກາດນີ້, ທ່ານພົນໂທ ເລກວາງມິງ ໄດ້ມອບຂອງຂວັນຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໃຫ້ແກ່ພະນັກງານ, ນັກຮົບກອງພົນນ້ອຍ 164 ທີ່ປະຕິບັດໜ້າທີ່ກຽມພ້ອມສູ້ຮົບ ເພື່ອປ້ອງກັນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ແລະຕ້ອນຮັບບຸນປີໃໝ່ປະຈໍາຊາດ ປີມະເມຍ 2026.
ໂດຍ: ຈາງຫງວຽນ