leftcenterrightdel
ທ່ານພົນຈັດຕະວາ ເຈິ່ນຈຸງຮວ່າ ຜູ້ບັນຊາການເຫຼົ່າຮົບຊ່າງແສງ ລະດົມກຳລັງໃຈທີມຊ່າງແສງໃນການຝຶກແອບ-ຫັດແອບ. ພາບ: qdnd.vn.

ທີ່ພິທີ, ຜູ້ຕາງໜ້າທີມຊ່າງແສງໄດ້ລາຍງານໝາກຜົນແຫ່ງການຝຶກແອບ-ຫັດແອບ ແລະວຽກງານກະກຽມໃຫ້ Army Games 2021. ຕາມນັ້ນແລ້ວ, ຜ່ານວິວັດການຝຶກແອບ-ຫັດແອບສາມາດຄັດເລືອກເອົາ 29 ສະຫາຍດີເດັ່ນທີ່ສຸດເພື່ອເຂົ້າຮ່ວມການແຂ່ງຂັນກິລາ ແລະມາຮອດປະຈຸບັນນີ້, ທີມໄດ້ສໍາເລັດວຽກງານກະກຽມໃຫ້ແກ່ການເດີນທາງໄປແຂ່ງຂັນທີ່ Army Games 2021 ໂດຍພື້ນຖານແລ້ວ. ທີ່ພິທີປຸກລະດົມ, ຜູ້ຕາງໜ້າທີມໄດ້ຈົດທະບຽນ ແລະເຊັນສັນຍາໝັ້ນໝາຍຈະແຂ່ງຂັນດ້ວຍຄວາມຕັດສິນໃຈສໍາເລັດບັນດາລາຍການ, ເປົ້າໝາຍຂອງການແຂ່ງຂັນ, ນັ້ນແມ່ນ: ປະຕິບັດວຽກງານກະກຽມດີທີ່ສຸດ; ເຂົ້າຮ່ວມແຂ່ງຂັນຍາດໄດ້ຜົນງານສູງທີ່ສຸດ; ສາມັກຄີເປັນຢ່າງດີ, ປະຕິບັດກົດລະບຽບຢ່າງເຂັ້ມງວດທີ່ສຸດ.

ໂດຍ: ຈາງຫງວຽນ