leftcenterrightdel
ຜູ້ແທນຢ້ຽມຊົມງານວາງສະແດງ “ໄພພິບັດທາດພິດສີສົ້ມ/ດີໂອຊີນ - 60 ປີຫວນຄືນຫຼັງ”. ພາບ: ຫວຽດຮ່າ.

ງານວາງສະແດງແນະນຳກວ່າ 300 ຮູບພາບ, ເອກະສານ, ຮູບຈຳລອງ, ວັດຖຸພັນ... ຕາມ 4 ເນື້ອໃນຕົ້ນຕໍເພື່ອແນໃສ່ໂຄສະນາຢ່າງເລິກເຊິ່ງກວ້າງຂວາງ, ເພື່ອໃຫ້ປະຊາຊົນ, ນັກຮົບໃນທົ່ວປະເທດ, ຊາວຫວຽດນາມ ຢູ່ຕ່າງປະເທດ ແລະເພື່ອນມິດສາກົນເຂົ້າໃຈແຈ້ງກວ່າກ່ຽວກັບຜົນຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຕໍ່ກັບສິ່ງແວດລ້ອມ ແລະສຸຂະພາບຂອງຄົນ. ຄວາມມານະພະຍາຍາມຂອງພັກ, ລັດ, ກອງທັບ, ສະມາຄົມຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ ແລະບັນດາອົງການ, ຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ; ການເຂົ້າຮ່ວມຂອງທົ່ວສັງຄົມ, ການຮ່ວມແຮງຮ່ວມໃຈຂອງເພື່ອນມິດສາກົນໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊີນ ຫຼັງສົງຄາມ; ຮຽກຮ້ອງຄວາມສາມັກຄີຕໍ່ສູ້ຕ້ານການເຜີຍແຜ່ອາວຸດລ້າງຜານ, ສະໜັບສະໜູນການຕໍ່ສູ້ທວງເອົາຄວາມຍຸຕິທໍາໃຫ້ບັນດາຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ.

ໂດຍ: ຈາງຫງວຽນ