leftcenterrightdel
ທ່ານພົນຈັດຕະວາ ຟ້າມຄັ໊ກເລື້ອງ. ພາບ: qdnd.vn.

ທ່ານພົນຈັດຕະວາ ຟ້າມຄັ໊ກເລື້ອງ ໃຫ້ຮູ້ວ່າ ກອງປະຊຸມຜູ້ບັນຊາການທະຫານເຮືອບັນດາປະເທດອາຊຽນ ຄັ້ງທີ 14 (ANCM-14) ທີ່ໄດ້ຈັດຂຶ້ນໃນເດືອນ ພະຈິກ 2020 ນັ້ນ ໄດ້ເຫັນດີເປັນເອກະພາບຮັບຮອງເອົາຂໍ້ລິເລີ່ມຂອງທະຫານເຮືອປະຊາຊົນຫວຽດນາມ ກ່ຽວກັບໂຄງການແລກປ່ຽນບົດຮຽນ, ປະສົບການໃນການຝຶກແອບທະຫານເຮືອບັນດາປະເທດອາຊຽນ (ANTEEP). ຫວຽດນາມ ໄດ້ຍົກອອກຂໍ້ລິເລີ່ມນີ້ ເພື່ອສ້າງກາລະໂອກາດໃຫ້ນາຍທະຫານເຮືອຂອງບັນດາປະເທດອາຊຽນ ແລກປ່ຽນຄວາມຮູ້ ແລະບົດຮຽນໃນຂົງເຂດວິຊາສະເພາະທີ່ແຕກຕ່າງກັນ ແລະຕ່າງຝ່າຍຕ່າງມີຄວາມສົນໃຈ, ຈາກນັ້ນຖອດຖອນວິທີການ, ບົດຮຽນທີ່ດີຂອງທະຫານເຮືອປະເທດອື່ນ ເພື່ອໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງຂອງຕົນ, ພ້ອມກັນນັ້ນ, ຜ່ານການພົບປະແລກປ່ຽນນີ້ແມ່ນເພື່ອສ້າງການເຊື່ອມຕໍ່ດ້ານວິຊາສະເພາະ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ຍົກສູງກໍາລັງຄວາມສາມາດໃນການເຮັດວຽກເປັນກຸ່ມ, ຄວາມສາມາດປະສານງານກັນໃນການແກ້ໄຂສິ່ງທ້າທາຍລວມກ່ຽວກັບຄວາມໝັ້ນຄົງໃນການເດີນທະເລ...

leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມຢູ່ຮ່າໂນ້ຍ.​ ພາບ: qdnd.vn.
leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມຜ່ານລະບົບທາງໄກ.​ ພາບ: qdnd.vn.

ທີ່ກອງປະຊຸມ, ບັນດາຜູ້ແທນທະຫານເຮືອຂອງບັນດາປະເທດອາຊຽນ ແລະກອງທັບປະຊາຊົນລາວ ໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງ ANTEEP, ໂດຍສຸມໃສ່ເນື້ອໃນດັ່ງນີ້: ເປົ້າໝາຍເຂົ້າຮ່ວມ, ຂົງເຂດຝຶກແອບທີ່ຕ້ອງການແລກປ່ຽນ, ສະຖານທີ່ຈັດຕັ້ງ... ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງໃນຕໍ່ໜ້າ. ທ່ານພົນຈັດຕະວາ ຟ້າມຄັ໊ກເລື້ອງ ເນັ້ນໜັກວ່າ ການຈັດກອງປະຊຸມກຸ່ມປະຕິບັດງານ ANTEEP ສຳເລັດຜົນໃນສະພາບເກີດໂລກລະບາດອີກຄັ້ງໜຶ່ງໄດ້ຢັ້ງຢືນເຖິງຄວາມຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ ແລະໃຫ້ຄໍາໝັ້ນສັນຍາຢ່າງແຮງຂອງທະຫານເຮືອຂອງບັນດາປະເທດອາຊຽນ ໃນການຊຸກຍູ້ການຮ່ວມມື, ປະກອບສ່ວນຮັກສາສະພາບແວດລ້ອມທະເລສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.

ໂດຍ: ທະນາພອນ