leftcenterrightdel
ທ່ານພົນຈັດຕະວາ ໂດ໋ວັນທ້ຽນ ກ່າວຄຳເຫັນມອບໜ້າທີ່ໃຫ້ທີມ “ຕໍ່ກຳລັງແຮງເສນາຮັກ”. ພາບ: ວັນຈ໊ຽນ.

ຜ່ານການກວດກາ, ຕິດຕາມນັກກິລາຝຶກແອບ, ທ່ານພົນຈັດຕະວາ ໂດ໋ວັນທ້ຽນ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ, ຜົນການຝຶກແອບເບື້ອງຕົ້ນຂອງສະມາຊິກໃນທີມ, ພ້ອມທັງຮຽກຮ້ອງໃຫ້ອົງການທີ່ກ່ຽວຂ້ອງຂອງກົມໃຫຍ່ພະລາທິການ ຕ້ອງເປັນເຈົ້າການສົມທົບ, ຮັບປະກັນລະບອບ, ມາດຕະຖານ, ຄວາມຮຽກຮ້ອງຕ້ອງການທາງດ້ານວັດຖຸ, ຈິດໃຈ, ເງື່ອນໄຂໃນການຝຶກແອບໃຫ້ແກ່ທີມເປັນຢ່າງດີທີ່ສຸດ. ໃນຂັ້ນຕອນການເຕົ້າໂຮມນັ້ນ, ບັນດາອົງການ, ກົມກອງຕ້ອງຮັກສາກົດວິໄນ, ແບບແຜນດຳເນີນຊີວິດ, ຄຸ້ມຄອງການເຄື່ອນໄຫວຝຶກແອບ, ດຳເນີນຊີວິດຂອງທີມຢ່າງແໜ້ນແຟ້ນ; ນັກກິລາຕ້ອງຮັບຮູ້ໄດ້ເຖິງຄວາມເປັນກຽດຂອງຕົນເພື່ອເສີມຂະຫຍາຍຈິດໃຈເປັນເຈົ້າການ, ຕັດສິນໃຈຝຶກແອບເພື່ອໃຫ້ບັນລຸໝາກຜົນສູງທີ່ສຸດ, ຮັບປະກັນຄວາມປອດໄພຢ່າງເດັດຂາດ...

ໂດຍ: ແສງເດືອນ