leftcenterrightdel
ບັນດາແພດທະຫານຫວຽດນາມ ຢູ່ສະໜາມບິນສາກົນ Juba, ຊູດັງໃຕ້. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ວາລະປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາສະຫະປະຊາຊາດ ໄດ້ຕີລາຄາສູງບັນດາການເຄື່ອນໄຫວຂອງ UNMISS, ເນັ້ນໜັກເຖິງການປະກອບສ່ວນຂອງຫວຽດນາມ ຜ່ານການຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ຢູ່ Bentiu  ແລະຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງ UNMISS ໃນໄລຍະຈະມາເຖິງ. ທ່ານເອກອັກຄະລັດຖະທູດ  ດັ້ງດິ່ງກຸ໊ຍ ເນັ້ນໜັກຄວາມສໍາຄັນຂອງເລື່ອງຮັບປະກັນຄວາມປອດໄພໃຫ້ແກ່ກໍາລັງ UNMISS ໃນສະພາບພະຍາດໂຄວິດ-19 ແລະສະໜັບສະໜູນການຊຸກຍູ້, ສ້າງເງື່ອນໄຂສະດວກເພື່ອໃຫ້ແມ່ຍິງເຂົ້າຮ່ວມຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ.

ໂດຍ: ຫງວຽນກຸກ