“ກ່ອນອື່ນໝົດຕ້ອງເປັນເຈົ້າການ”

ນັ້ນແມ່ນຄຳຢັ້ງຢືນຂອງທ່ານພົນຕີ ຫງວຽນຈ້ອງບິ່ງ ຮອງຫົວໜ້າກົມໃຫຍ່ເສນາທິການ ໃນການເຮັດວຽກກັບທະຫານເຂດ 5 ແລະບັນດາກົມກອງຂອງກະຊວງປ້ອງກັນປະເທດທີ່ຕັ້ງທັບໃນບໍລິເວນດ່ານັ້ງ ກ່ຽວກັບການຜັນຂະຫຍາຍວຽກງານປ້ອງກັນ, ຕ້ານພາຍຸລູກທີ 9 ໃນຕອນເຊົ້າວັນທີ 27 ຕຸລາ.

leftcenterrightdel
ທ່ານພົນຕີ ຫງວຽນຈ້ອງບິ່ງ ສະຫຼຸບການເຮັດວຽກກັບກອງບັນຊາການທະຫານເຂດ 5 ແລະບັນດາກົມກອງ. ພາບ: ວັນຈູງ.

ທີ່ການເຮັດວຽກ, ທ່ານພົນຕີ ຫງວຽນຈ້ອງບິ່ງ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງຊາບຊຶມ, ປະຕິບັດໂທລະເລກທາງການຂອງນາຍົກລັດຖະມົນຕີ, ຄໍາເຫັນຊີ້ນໍາຂອງກະຊວງປ້ອງກັນປະເທດໃຫ້ເຂັ້ມງວດ; ເປັນເຈົ້າການຕິດຕາມ, ກໍາແໜ້ນສະພາບການຜັນແປຂອງພາຍຸ; ຜັນຂະຫຍາຍກໍາລັງພາຫະນະຮັບມືຕາມທິດ “4 ຢູ່ກັບທີ່” ຢ່າງທັນການ.

ສຸມໃສ່ຮັບປະກັນຄວາມປອດໄພໃຫ້ຄົນ, ພາຫະນະໃນເຂດຖືກຜົນສະທ້ອນຈາກພາຍຸ. ກວດກາຄືນມາດຕະການ, ເປັນເຈົ້າການຍົກຍ້າຍປະຊາຊົນ, ພາຫະນະຢູ່ເຂດອັນຕະລາຍ. ອີງຕາມສະພາບການຜັນແປຂອງພາຍຸ ແລະສະພາບຕົວຈິງ, ບັນດາກົມກອງມີມາດຕະການປ້ອງກັນ, ຕ້ານຢ່າງມີປະສິດທິຜົນ, ຈໍາກັດຄວາມເສຍຫາຍຈາກພາຍຸລູກທີ 9  ໃຫ້ຢູ່ໃນລະດັບຕໍ່າສຸດ.

ຢູ່ທິດແຂວງແຄ໊ງຮວ໊າ, ຄະນະປະຕິບັດງານຂອງກົມໃຫຍ່ການເມືອງ ນໍາໂດຍທ່ານພົນໂທ ເຈິ່ນກວາງເຟືອງ ຮອງຫົວໜ້າກົມໃຫຍ່ການເມືອງ ໄດ້ກວດກາ ແລະລະດົມກໍາລັງໃຈກໍາລັງກວດກາປະມົງທ່າກໍາປັ່ນກາມແຣງ, ກອງບັນຊາການທະຫານເຮືອເຂດ 4 ກ່ຽວກັບວຽກງານກະກຽມຮັບມືກັບພາຍຸລູກທີ 9. ຕອນບ່າຍວັນດຽວກັນ, ທ່ານພົນໂທ ເຈິ່ນກວາງເຟືອງ ພ້ອມກັບຄະນະປະຕິບັດງານໄດ້ດໍາເນີນການກວດກາຢູ່ແຂວງຝູອຽນ.

ໂດຍປະຕິບັດໂທລະເລກທາງການຂອງກົມໃຫຍ່ເສນາທິການ, ກອງບັນຊາການທະຫານເຂດ 5 ໄດ້ຊີ້ນໍາບັນດາທ້ອງຖິ່ນ, ກົມກອງກໍາລັງປະກອບອາວຸດເພີ່ມທະວີປະຈໍາການຕະຫຼອດ 24 ຊົ່ວໂມງ, ຕິດຕາມການຜັນແປຂອງພາຍຸລູກທີ 9 ແລະສະພາບການຝົນຕົກນໍ້າຖ້ວມໃນບໍລິເວນ; ສຸມໃສ່ທຸກຄວາມມານະພະຍາຍາມຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານພາຍຸນໍ້າຖ້ວມ, ຮັບປະກັນຄວາມປອດໄພໃຫ້ແກ່ທະຫານ, ອຸປະກອນ, ພາຫະນະ, ວັດຖຸ, ເອກະສານ...

leftcenterrightdel
ທ່ານພົນໂທ ເຈິ່ນກວາງເຟືອງ ກວດກາວຽກງານປ້ອງກັນ, ຕ້ານພາຍຸຢູ່ທະຫານເຮືອເຂດ 4. ພາບ: ວັນໄມ.

ກອງບັນຊາການທະຫານ 7 ແຂວງ, ນະຄອນແຄມທະເລ ໄດ້ສົມທົບກັບບັນດາກົມກອງຂອງທະຫານເຂດ ແລະຂອງກະຊວງທີ່ຕັ້ງທັບໃນບໍລິເວນກວດກາກໍາແໜ້ນສະພາບການບັນດາບໍລິເວນຈຸດສຸມຢ່າງຮີບດ່ວນ, ສ້າງວິທີການກຽມພ້ອມກູ້ຊ່ວຍ, ຍົກຍ້າຍປະຊາຊົນໄປຍັງສະຖານທີ່ປອດໄພ; ພ້ອມກັນນັ້ນກໍ່ຈັດຕັ້ງການກວດກາ, ຜັນຂະຫຍາຍບັນດາມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ທະຫານ, ຄ້າຍທະຫານ, ສາງອາວຸດເມື່ອພາຍຸພັດເຂົ້າເຂດດິນຕໍ່ແຜ່ນ. ບັນດາແຂວງເຂດໄຕງວຽນ ເປັນເຈົ້າການປ້ອງກັນຕໍ່ການຜັນແປທີ່ຍາກຈະຄາດຄະເນລ່ວງໜ້າໄດ້ຂອງດິນຟ້າອາກາດ, ສົມທົບກັນຢ່າງແໜ້ນແຟ້ນຂອງກົມກອງກອງທັບ, ຕໍາຫຼວດ, ທະຫານລາດປ້ອງກັນຕົວ ແລະຄະນະພັກ, ອໍານາດການປົກຄອງທ້ອງຖິ່ນກະກຽມກໍາລັງ, ພາຫະນະຍົກຍ້າຍ, ຊ່ວຍເຫຼືອປະຊາຊົນເມື່ອມີສະພາບການນ້ຳແກ່ງນ້ຳຊຸ, ດິນເຊາະເຈື່ອນ... ເກີດຂຶ້ນ.

ປະຈັນບານຊ່ວຍເຫຼືອປະຊາຊົນ

ເພື່ອຊີ້ນໍາກໍາລັງປະກອບອາວຸດໃນບໍລິເວນທະຫານເຂດຢ່າງທັນການ ເພື່ອຊ່ວຍເຫຼືອປະຊາຊົນຮັບມື ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນໍ້າຖ້ວມ, ຄະນະຊີ້ນໍາກ່ຽວກັບການປ້ອງກັນ, ຕ້ານພາຍຸນໍ້າຖ້ວມ-ຊອກຫາກູ້ໄພທະຫານເຂດ 5 ໄດ້ສ້າງຄະນະບັນຊາການປະຈໍາຢູ່ເລກທີ 1 ຢຸຍເຕິນ, ນະຄອນດ່ານັ້ງ. ຄະນະຊີ້ນໍາໂດຍທ່ານພັນເອກພິເສດ ເລຫງອັກຫາຍ, ຮອງຫົວໜ້າກອງບັນຊາການ, ຫົວໜ້າເສນາທິການທະຫານເຂດ 5 ເປັນຜູ້ບັນຊາໂດຍກົງ.

ຄະນະປະຕິບັດງານຂອງທະຫານເຂດ 5 ນໍາໂດຍທ່ານພົນຈັດຕະວາ ເຮື໊ອວັນເຕື໋ອງ ຮອງຫົວໜ້າກອງບັນຊາການທະຫານເຂດ ໄດ້ລົງກວດກາວຽກງານປ້ອງກັນ, ຕ້ານພາຍຸຢູ່ບັນດາແຂວງ: ບິ່ງດິ້ງ, ຝູອຽນ, ແຄ໊ງຮວ່າ. ທະຫານເຂດ 5 ກໍ່ຈັດ 3 ຄະນະປະຕິບັດງານເຂົ້າຮ່ວມບັນດາຄະນະກວດກາ, ຊີ້ນໍາການປ້ອງກັນ, ຕ້ານພາຍຸຂອງຮອງນາຍົກລັດຖະມົນຕີ, ກົມໃຫຍ່ເສນາທິການ ແລະກົມໃຫຍ່ການເມືອງຢູ່ບັນດາທ້ອງຖິ່ນ, ກົມກອງໃນບໍລິເວນທະຫານເຂດ. ຢູ່ກອງພົນນ້ອຍທະຫານຊ່າງແສງ 270, ພະນັກງານ, ນັກຮົບໄດ້ປະຕິບັດວຽກງານປ້ອງກັນ, ຕ້ານພາຍຸຢ່າງຮີບດ່ວນ.

ກອງບັນຊາການທະຫານແຂວງກວ໋າງຫງາຍ ໄດ້ສ້າງ 3 ຄະນະປະຕິບັດງານລົງ 13 ເມືອງ, ຕາແສງ, ນະຄອນໃນແຂວງເພື່ອກວດກາລະອຽດແຕ່ລະບໍລິເວນກ່ຽວກັບກໍາລັງ, ພາຫະນະ, ວັດຖຸ ແລະບັນດາມາດຕະການຮັບມືກັບພາຍຸ. ປະຈຸບັນບັນດາທ້ອງຖິ່ນພ້ອມກັບກໍາລັງປະກອບອາວຸດທົ່ວແຂວງ ພວມອອກເຫື່ອເທແຮງຜັນຂະຫຍາຍຊ່ວຍເຫຼືອປະຊາຊົນປ້ອງກັນ, ຕ້ານພາຍຸ.

ຕອນບ່າຍວັນທີ 27 ຕຸລາ, ທ່ານພັນເອກພິເສດ ຮວ່າງວັນເໝິນ ຫົວໜ້າການເມືອງທະຫານຊາຍແດນແຂວງກວ໋າງນາມ ໃຫ້ຮູ້ວ່າ ໃນຊຸມວັນຜ່ານມາ, ທະຫານຊາຍແດນແຂວງກວ໋າງນາມ ໄດ້ກະກຽມກໍາລັງ, ຈັດສົ່ງພະນັກງານ, ນັກຮົບເກືອບ 400 ເທື່ອຄົນລົງໄປຊ່ວຍເຫຼືອປະຊາຊົນປ້ອງກັນ, ຕ້ານພາຍຸ.

ໂດຍ: ທະນາພອນ