ດ້ວຍໝາກຜົນດັ່ງກ່າວ, ທີມລົດຕັງຂອງຫວຽດນາມ ໄດ້ເຂົ້າຮອບຊີງຊະນະເລີດຂອງກຸ່ມ 2 ຢ່າງເປັນທາງການ ພ້ອມກັບທີມລົດຕັງຂອງອຸສະເບກິດສະຖານ, ກູບາ ແລະUganda. ກ່ອນໜ້ານັ້ນ, ທີມລົດຕັງຫວຽດນາມ ແລະUganda ຍາດໄດ້ໄຊຊະນະໃນການແຂ່ງຂັນເທື່ອທໍາອິດຂອງກຸ່ມ 2 ຮອບຮອງຊະນະເລີດ ກັບທີມມຽນມາ ແລະ Tajikistan.

leftcenterrightdel
 
leftcenterrightdel
 
leftcenterrightdel
ບັນຍາກາດທີ່ການແຂ່ງຂັນເທື່ອທີ 2 ຂອງກຸ່ມ 2 ຮອບຮອງຊະນະເລີດ ລະຫວ່າງ ອຸສະເບກິດສະຖານ, ກູແວດ, ລາວ ແລະກູບາ ທີ່ສະໜາມຝຶກແອບ Alabino, ສະຫະພັນລັດເຊຍ. ພາບ: ໝິ້້ແຮ້ງ.

ກໍ່ໃນວັນທີ 13 ສິງຫາ, ບັນດາທີມໄດ້ຈົກສະຫຼາກສີລົດແຂ່ງຂັນຢູ່ຮອບຊີງຊະນະເລີດ, ຕາມນັ້ນແລ້ວ ທີມຂອງຫວຽດນາມ ຈະນໍາໃຊ້ລົດຕັງສີຟ້າ. ການແຂ່ງຂັນລົດຕັງເຄື່ອນທີ່ຍິງເປົ້າໝາຍຮອບຊີງຊະນະເລີດ ກໍໄດ້ແບ່ງເປັນ 2 ກຸ່ມ ແລະແຂ່ງຂັນໃນສອງວັນ. ຕາມນັ້ນ, ກຸ່ມທີ 1 ລວມມີ: ທີມລົດຕັງຂອງປະເທດເຈົ້າພາບສະຫະພັນລັດເຊຍ, ເບລາຣຸດ, ກາຊັກສະຖານ ແລະ Azerbaijan  ຄາດຄະເນວ່າຈະແຂ່ງຂັນໃນວັນທີ 17 ສິງຫາ. ສ່ວນກຸ່ມທີ 2 ລວມມີ: ຫວຽດນາມ, ອຸສະເບກິດສະຖານ, ກູບາ ແລະ Uganda ຈະແຂ່ງຂັນໃນວັນທີ 15 ສິງຫາ.

ໂດຍ: ໄຊຊະນະ