leftcenterrightdel
ພາບປະກອບຈາກ: qdnd.vn

ພ້ອມກັນນັ້ນ, ກະຊວງປ້ອງກັນປະເທດ ຍັງຊີ້ນຳການຝຶກອົບຮົມ, ຝຶກຊ້ອມໃຫ້ບັນດາອົງການ, ກົມກອງ, ທ້ອງຖິ່ນບັນລຸໝາກຜົນທີ່ດີ, ແທດຈິງ; ຊີ້ນຳການຊ້ອມຮົບປ້ອງກັນສົມທົບກັບການຊ້ອມຮົບປ້ອງກັນພົນລະເຮືອນຢູ່ບັນດາທ້ອງຖິ່ນບັນລຸປະສິດທິຜົນສູງ. ໄລ່ສະເພາະໃນປີ 2023, ທົ່ວປະເທດລະດົມພົນລະເມືອງເກືອບ 3,7 ລ້ານເທື່ອຄົນ ແລະພາຫະນະເກືອບ 5.000 ເທື່ອເຂົ້າຮ່ວມການຮັກສາຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປ້ອງກັນ ແລະຕ້ານໄພທຳມະຊາດ, ໂລກລະບາດ, ການຊອກຫາ ແລະກູ້ໄພ-ກູ້ຊີບ. ໃນນັ້ນ ກອງທັບໄດ້ລະດົມພະນັກງານ, ນັກຮົບເກືອບ 57.000 ເທື່ອຄົນເຂົ້າຮ່ວມການຊອກຫາ, ກູ້ໄພ, ກູ້ຊີບ; ມີທະຫານລາດປ້ອງກັນຕົວ 3,6 ລ້ານຄົນ ເຂົ້າຮ່ວມການປ້ອງກັນພົນລະເຮືອນ, ແລະໄດ້ຮັບການຮັບຮູ້, ຕີລາຄາສູງຈາກການນໍາພັກ, ລັດ, ຄະນະພັກ, ອໍານາດການປົກຄອງບັນດາທ້ອງຖິ່ນ ແລະປະຊາຊົນ.

ໂດຍ: ໄຊນີດາ