ຢອດນໍ້າແຫ່ງຄວາມຮັກແພງໃນລະດູແລ້ງ

ອອກຈາກ ຝູກວກ, ການເດີນທາງຕະຫຼອດຄືນ, ເວລາ 2 ໂມງ 30 ນາທີ, ກໍາປັ່ນຕໍາຫຼວດທະເລ ໝາຍເລກ 9003 ໄດ້ຂົນນ້ຳຈືດໄປຊ່ວຍປະຊາຊົນຢູ່ເກາະ ຮອນຈວຍ, ເມືອງ ເຈິ່ນວັນເທີ່ຍ, ແຂວງ ກ່າເມົາ. ເຖິງວ່າຟ້າຍັງມືດຢູ່ກໍ່ຕາມ, ແຕ່ເພື່ອບໍ່ໃຫ້ປະຊາຊົນຕ້ອງລໍຖ້າດົນ, ເມື່ອໄປຮອດບ່ອນ, ພະນັກງານ ແລະນັກຮົບໄດ້ຕໍ່ທໍ່ນ້ຳຢ່າງວ່ອງໄວ ແລະກຽມພ້ອມທຸກວຽກງານເພື່ອເບີກຈ່າຍນ້ຳ. ເວລາ 7 ໂມງເຊົ້າ, ຕຸກນ້ຳຈືດໄດ້ສົ່ງໄປຮອດເຮືອນປະຊາຊົນຢູ່ເກາະ.

ໂດຍໄດ້ເອົາໃຈໃສ່ຮັກສານ້ຳເຢັນທຸກຢອດ, ທ່ານ ເລວັນຮຸ່ງ, ຊາວເກາະ ຮອນຈວຍ ໃຫ້ຮູ້ວ່າ: “ເມື່ອໄດ້ຍິນຂ່າວວ່າມີຕໍາຫຼວດທະເລເຂດ 4 ເອົານ້ຳມາໃຫ້, ທຸກຄົນດີໃຈຫຼາຍ. ສອງສາມມື້ທີ່ຜ່ານມາດິນຟ້າອາກາດຮ້ອນຫຼາຍ ແລະແຫ້ງແລ້ງ, ນ້ໍາຈືດຄ່ອຍໆແຫ້ງລົງ. ບໍ່ຮູ້ວ່າຈະເຮັດແນວໃດດີແຕ່ມີຕໍາຫຼວດທະເລໄດ້ເອົານໍ້າມາໃຫ້ຢ່າງທັນການ. ພວກຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ".

leftcenterrightdel
ພະນັກງານ, ນັກຮົບກອງບັນຊາການຕໍາຫຼວດທະເລເຂດ 4 ໄດ້ສະໜອງນໍ້າຈືດໃຫ້ພໍ່ແມ່ປະຊາຊົນເກາະ ຮອນຈວຍ, ເມືອງ ເຈິ່ນວັນເທີ່ຍ, ແຂວງ ກ່າເມົາ. ພາບ: qdnd.vn

ຕາມອຳນາດການປົກຄອງທ້ອງຖິ່ນແລ້ວ, ທົ່ວເກາະ ຮອນຈວຍ ມີ 39 ຄອບຄົວດຳລົງຊີວິດຢູ່. ສະຖານທີ່ແຫ່ງນີ້ພູມສັນຖານສະຫຼັບຊັບຊ້ອນ ແລະສະພາບດິນຟ້າອາກາດຮຸນແຮງ, ມີຝົນຕົກໜ້ອຍ ແລະແດດຮ້ອນຫຼາຍ, ສະນັ້ນ ປະຊາຊົນຈຶ່ງຂາດນໍ້າຈືດເພື່ອໃຊ້ເຂົ້າໃນການດຳລົງຊີວິດປະຈໍາວັນ. ປີນີ້, ລະດູແລ້ງມາໄວ, ແຫຼ່ງນໍ້າຝົນໝົດໄວ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີຄວາມຫຍຸ້ງຍາກຫຼາຍຂຶ້ນ.

ສະຫາຍ ຮວ່າງວັນແທ່ງ, ຫົວໜ້າການເມືອງຂອງກຳປັ່ນຕໍາຫຼວດທະເລ ໝາຍເລກ 9003/ກອງເຮືອ 401, ກອງບັນຊາການຕໍາຫຼວດທະເລເຂດ 4 ໃຫ້ຮູ້ວ່າ: “ເມື່ອໄດ້ຮັບມອບໝາຍໜ້າທີ່ຂົນສົ່ງນໍ້າຈືດໄປຊ່ວຍເຫຼືອປະຊາຊົນຢູ່ເຂດທີ່ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ ແລະນໍ້າເຄັມຊຶມເຂົ້າ, ໃນເວລາພຽງຄືນດຽວ, ພວກຂ້າພະເຈົ້າກໍ່ໄດ້ກະກຽມວຽກງານທຸກດ້ານ ແລະອອກປະຕິບັດໜ້າທີ່ຢ່າງຮີບດ່ວນ ເພື່ອນໍາເອົານໍ້າຈືດໄປໃຫ້ປະຊາຊົນ. ເມື່ອໄປຮອດບ່ອນ, ເຫັນພໍ່ແມ່ປະຊາຊົນມາຮັບເອົານ້ຳດ້ວຍຄວາມດີໃຈ, ອ້າຍນ້ອງພວກເຮົາກໍ່ລືມຄວາມເມື່ອຍ”.

ເພື່ອຊ່ວຍໃຫ້ປະຊາຊົນໄດ້ມີນ້ຳໃຊ້ຢ່າງສະດວກ, ກົມກອງຍັງໄດ້ຈັດຕັ້ງຈຸດສະໜອງນ້ຳຫຼາຍຈຸດ. ຢູ່ທ່າມກາງທະເລ ແລະໝູ່ເກາະອັນກວ້າງໃຫຍ່ໄພສານ, ປະສົມກັບສຽງນ້ຳໄຫຼ, ສຽງລົມພັດ ແລະສຽງຄື້ນທະເລ ແມ່ນຄຳເວົ້າທີ່ໃຫ້ກຳລັງໃຈ, ຢ້ຽມຢາມຖາມຂ່າວຂອງນັກຮົບ ແລະປະຊາຊົນ.

ຊ່ວຍປະຊາຊົນອຸ່ນອ່ຽນໃຈໄປຫາປາຢູ່ທະເລ

ອອກຈາກ ຮອນຈວຍ, ພວກຂ້າພະເຈົ້າສືບຕໍ່ໄປນໍານັກຮົບຕໍາຫຼວດທະເລເຂດ 4 ກັບເມືອເກາະ ນາມຢູ (ກຽນຫາຍ) ແລະຕາແສງບິ່ງອານ (ເຈົາແທ່ງ), ນາມທ໊າຍ (ອານບຽນ) ແຂວງກຽນຢາງ ບໍ່ພຽງແຕ່ເອົານ້ຳໄປໃຫ້ເທົ່ານັ້ນ ຫາກຍັງເພື່ອໂຄສະນາໃຫ້ພໍ່ແມ່ປະຊາຊົນຮັບຮູ້ກ່ຽວກັບຂໍ້ກຳນົດໃໝ່ໃນການໄປຫາສິນທະເລ. ແທນທີ່ການຈັດຕັ້ງໂຄສະນາ, ພະນັກງານ, ນັກຮົບກອງບັນຊາການຕໍາຫຼວດທະເລເຂດ 4 ແຕ່ລະຄົນຍັງໄດ້ໄປຮອດກໍາປັ່ນເພື່ອພົບປະກັບພໍ່ແມ່ປະຊາຊົນຊາວປະມົງ.

ສະຫາຍ ພັນຕີ ບຸ່ຍຊວນເຍີ, ຜູ້ຊ່ວຍວຽກດ້ານກົດໝາຍ, ຫ້ອງກົດໝາຍ, ກອງບັນຊາການຕໍາຫຼວດທະເລເຂດ 4 ໃຫ້ຮູ້ວ່າ ເດືອນພຶດສະພາ ຈະມາເຖິງນີ້, ຈະມີດຳລັດຈຳນວນໜື່ງກ່ຽວກັບຂົງເຂດສິນໃນນ້ຳຈະມີຜົນສັກສິດ. ລະອຽດ, ດຳລັດສະບັບເລກທີ 37/2024/NĐ-CP ລົງວັນທີ 4 ເມສາ 2024 ຂອງລັດຖະບານປັບປຸງ, ເພີ່ມເຕີມບາງມາດຕາຂອງດຳລັດສະບັບເລກທີ 26/2019/NĐ-CP ລົງວັນທີ 8 ມີນາ 2019 ຂອງລັດຖະບານ; ດຳລັດເລກທີ 38/2024/NĐ-CP ລົງວັນທີ 5 ເມສາ 2024 ຂອງລັດຖະບານວ່າດ້ວຍການກຳນົດການລົງໂທດຕໍ່ການລະເມີດທາງບໍລິຫານໃນຂົງເຂດສິນໃນນ້ຳເລີ່ມມີຜົນສັກສິດນັບແຕ່ວັນທີ 20 ພຶດສະພາ 2024 ປ່ຽນແທນໃຫ້ດຳລັດເລກທີ 42/2019/NĐ-CP. ເນື້ອໃນຂອງດຳລັດໄດ້ກຳນົດບາງມາດຕາ, ມາດຕະການປະຕິບັດກົດໝາຍວ່າດ້ວຍສິນໃນນ້ຳ, ການປັບໄໝລົງໂທດຕໍ່ຜູ້ລະເມີດບໍລິຫານໃນຂົງເຂດສິນໃນນ້ຳ; ພິເສດ, ບາງການກະທຳມີການປັບໄໝລົງໂທດສູງກວ່າ, ໂດຍສະເພາະແມ່ນຕໍ່ການກະທຳທີ່ກ່ຽວຂ້ອງເຖິງອຸປະກອນຕິດຕາມກວດກາການເດີນເຮືອ ແລະນຳໃຊ້ກຳປັ່ນຫາປາຂ້າມເຂດທີ່ອະນຸຍາດໃຫ້ຫາປາຢູ່ທະເລເຊິ່ງບໍ່ມີເອກະສານເປັນລາຍລັກອັກສອນ.

leftcenterrightdel
ໂຄສະນາເຜີຍແຜ່ກົດໝາຍໃຫ້ພໍ່ແມ່ປະຊາຊົນ, ຊາວປະມົງຢູ່ຕາແສງ ນາມຢູ, ເມືອງ ກຽນຫາຍ. ພາບ: qdnd.vn

ເອົາໃຈໃສ່ຮັບຟັງຕໍ່ຜູ້ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຂໍ້ກຳນົດໃໝ່ໃນການຫາປາ, ທ່ານ ຟານແທ່ງເຍີນ, ເຈົ້າຂອງເຮືອຫາປາ KG 95589 TS ໄດ້ແບ່ງປັນວ່າ: “ເຮັດອາຊີບຫາປາຢູ່ທະເລ, ຂໍ້ກຳນົດເຫຼົ່ານີ້ແມ່ນເປັນປະໂຫຍດຫຼາຍ. ຕົນເອງຕ້ອງເຂົ້າໃຈຂໍ້ກຳນົດຢ່າງຈະແຈ້ງຈຶ່ງຫາປາ, ຂຸດຄົ້ນສິນທະເລຢ່າງຖືກຕ້ອງ. ບໍ່ພຽງແຕ່ຕົນເອງກໍາແໜ້ນເທົ່ານັ້ນ, ແຕ່ຂ້າພະເຈົ້າຍັງໄດ້ເຜີຍແຜ່ໃຫ້ແກ່ລູກເຮືອ, ເພື່ອໃຫ້ເຂົາເຈົ້າຫາປາ, ຂຸດຄົ້ນໄດ້ຢ່າງຖືກຕ້ອງ ແລະບໍ່ສະໜັບສະໜູນ, ບໍ່ໃຫ້ການຮ່ວມມືຕໍ່ການລະເມີດການຂຸດຄົ້ນສິນໃນທະເລ.”

ພ້ອມກັບການໂຄສະນາເຜີຍແຜ່ຂໍ້ກຳນົດກ່ຽວກັບການຂຸດຄົ້ນສິນໃນທະເລ, ພະນັກງານ, ນັກຮົບກອງບັນຊາການຕໍາຫຼວດທະເລເຂດ 4 ກໍ່ໄດ້ນຳເອົາຂອງຂວັນມາມອບໃຫ້ເພື່ອຮັດແໜ້ນນ້ຳໃຈລະຫວ່າງ ທະຫານ - ປະຊາຊົນ. ນັ້ນແມ່ນ ຢາ, ທຸງຊາດ, ຮູບຂອງລຸງໂຮ່. ພ້ອມກັບພະນັກງານ ແລະນັກຮົບຕໍາຫຼວດທະເລເຂດ 4 ແຂວນທຸງຊາດຢູ່ເທິງເຮືອ, ອ້າຍ ເຢືອງງອກຮຸ່ງ, ເຈົ້າຂອງກຳປັ່ນຫາປາ KG 90034 TS, ໄດ້ອະທິບາຍວ່າ: “ນີ້ແມ່ນຂອງຂວັນທີ່ມີຄວາມສໍາຄັນທາງດ້ານຈິດໃຈອັນຍິ່ງໃຫຍ່. ຍ້ອນວ່າ, ຢູ່ທ່າມກາງທະເລທີ່ກວ້າງໃຫຍ່ໄພສານ, ທຸງຊາດທີ່ປິວຢູ່ເທິງກຳປັ່ນແຕ່ລະລຳປຽບເໝືອນຫຼັກໝາຍທີ່ຢັ້ງຢືນອະທິປະໄຕເຂດທະເລ, ໝູ່ເກາະທີ່ສັກສິດຂອງຫວຽດນາມ.”

ສໍາລັບຊາວປະມົງ, ກໍາປັ່ນທີ່ບໍ່ມີທຸງຊາດແມ່ນຄ້າຍຄືເຮືອນທີ່ບໍ່ມີຫຼັງຄາ. ຍິ່ງກວ່ານັ້ນ, ທຸກໆຄັ້ງທີ່ເບິ່ງທຸງຊາດຈະຊ່ວຍໃຫ້ຊາວປະມົງຮູ້ສຶກໝັ້ນໃຈກວ່າ, ເພາະການເດີນທາງອອກໄປຫາປາຢູ່ທະເລ,  ຂຸດຄົ້ນສິນທະເລກັບປະຊາຊົນແມ່ນໄດ້ຮັບການຕິດຕາມ, ສະໜັບສະໜູນ ແລະຊ່ວຍເຫຼືອຈາກບັນດາພະນັກງານ ແລະນັກຮົບກອງບັນຊາການຕໍາຫຼວດທະເລເຂດ 4.

ດ້ວຍການເຄື່ອນໄຫວທີ່ລະອຽດເລີ່ມຈາກຄຳສັ່ງຂອງໝາກຫົວໃຈ, 25 ປີຜ່ານມາ, ພະນັກງານ, ນັກຮົບກອງບັນຊາການຕໍາຫຼວດທະເລເຂດ 4 ຍາມໃດກໍ່ຜ່ານຜ່າທຸກຄວາມຫຍຸ້ງຍາກ, ອັນຕະລາຍ, ປະຕິບັດສຳເລັດໜ້າທີ່ ແລະກາຍເປັນບ່ອນອີງທີ່ໝັ້ນແກ່ນໃຫ້ຊາວປະມົງອອກໄປຫາປາຢູ່ທະເລ.

ໂດຍ: ໄຊນີດາ