ໃນບັນດາວັນບຸນ: ວັນບູຊາເຈົ້າຊີວິດຮຸງ; ສະເຫຼີມສະຫຼອງ 49 ປີແຫ່ງວັນປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ); ວັນກຳມະກອນສາກົນ (1 ພຶດສະພາ) ແລະສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (7 ພຶດສະພາ 1954 / 7 ພຶດສະພາ 2024), ບັນດາກົມກອງໄດ້ປະຕິບັດຄຳສັ່ງ, ແຜນການ, ຂໍ້ແນະນໍາຂອງຂັ້ນເທິງກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດຢ່າງເຂັ້ມງວດ; ຮັກສາລະບອບເວນຍາມ, ລາດຕະເວນ, ເວນຍາມຕໍ່ສູ້, ເວນຍາມກຽມພ້ອມສູ້ຮົບ ແລະປ້ອງກັນ, ຕ້ານໄພທຳມະຊາດ, ໄຟໄໝ້-ລະເບີດ, ຊອກຫາກູ້ຊີບ-ກູ້ໄພ; ຈັດຕັ້ງການຝຶກແອບບັນດາແຜນການຕໍ່ສູ້ປົກປັກຮັກສາບໍລິເວນເປັນປະຈໍາ...

leftcenterrightdel
ທ່ານພົນຕີ ຫງວຽນຢວານແອງ, ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ສະຫຼຸບການກວດກາ. ພາບ: qdnd.vn

ສະຫຼຸບການກວດກາ, ທ່ານພົນຕີ ຫງວຽນຢວານແອງ ໄດ້ຍ້ອງຍໍຊົມເຊີຍບັນດາກົມກອງທີ່ໄດ້ປະຕິບັດໜ້າທີ່ກຽມພ້ອມສູ້ຮົບເປັນຢ່າງດີ ແລະຮຽກຮ້ອງສືບຕໍ່ຊາບຊືມບັນດາຄໍາສັ່ງ, ຂໍ້ກໍານົດຂອງຂັ້ນເທິງກ່ຽວກັບໜ້າທີ່ກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ສຶກສາອົບຮົມພະນັກງານ-ນັກຮົບໃຫ້ເຂົ້າໃຈຢ່າງເລິກເຊິ່ງ ແລະປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ... ຄະນະພັກ, ຜູ້ບັນຊາການບັນດາກົມກອງເປັນເຈົ້າການໃນການເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຊີ້ນຳບັນດາກໍລະນີຢ່າງທັນການ, ມີປະສິດທິຜົນ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ບໍລິເວນ, ເປັນຕົ້ນແມ່ນເຂດຊາຍແດນ, ທ່າກຳປັ່ນທະເລ...

ໂດຍ: ຈາງຫງວຽນ