leftcenterrightdel
ສະຫາຍພົນເອກ ຟານວັນຢາງ ແລະບັນດາຜູ້ແທນເຂົ້າຮ່ວມລາຍການພົບປະແລກປ່ຽນ. ພາບ: qdnd.vn

ເຂົ້າຮ່ວມລາຍການມີສະຫາຍພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະບັນດາສະຫາຍການນໍາ, ຜູ້ບັນຊາການ, ອະດີດການນໍາ, ຜູ້ບັນຊາການກົມໃຫຍ່ພະລາທິການ ຜ່ານໄລຍະຕ່າງໆ; ບັນດາພະຍານປະຫວັດສາດ; ຜູ້ແທນບັນດາຄະນະ, ກະຊວງ, ຂະແໜງການ ແລະການນຳ, ຜູ້ບັນຊາການບັນດາອົງການ, ກົມກອງ ກອງທັບ...

leftcenterrightdel
ສະຫາຍພົນເອກ ຟານວັນຢາງ ແລະບັນດາຜູ້ແທນມອບດອກໄມ້ອວຍພອນຄະນະຈັດຕັ້ງລາຍການ. ພາບ: qdnd.vn

ງານພົບປະແລກປ່ຽນສິລະປະ “ກຳລັງແຮງຂອງພະລາທິການໃນໄຊຊະນະດ້ຽນບຽນຝູ” ໄດ້ວາດພາບວຽກງານຮັບປະກັນພະລາທິການໃນບັ້ນຮົບດ້ຽນບຽນຝູ ດ້ວຍບັນດາເລື່ອງລາວຈາກອະດີດຕະການເຖິງປະຈຸບັນ ແລະເລື່ອງລາວທີ່ສະແດງອອກຜ່ານດົນຕີ. ຜ່ານບົດສາລະຄະດີ ແລະການສໍາພາດ, ການພົບປະແລກປ່ຽນກັບຕົວພະຍານທີ່ເວທີ... ຊ່ວຍໃຫ້ຜູ້ຊົມເຂົ້າໃຈຕື່ມອີກກ່ຽວກັບເຈດຈໍານົງອົງອາດກ້າແກ່ນ, ນໍ້າໃຈຮັກຊາດ, ຈິດໃຈພິລະອາດຫານ, ການເສຍສະຫຼະຂອງທະຫານ ແລະປະຊາຊົນເຮົາ, ໃນນັ້ນມີການປະກອບສ່ວນສຳຄັນຂອງວຽກງານຮັບປະກັນພະລາທິການເພື່ອສ້າງເປັນໄຊຊະນະດ້ຽນບຽນຝູ “ສະໜັ່ນຫວັ່ນໄຫວໄປທົ່ວໂລກ”. ຜົນສຳເລັດຂອງວຽກງານພະລາທິການໃນບັ້ນຮົບດ້ຽນບຽນຝູ ແມ່ນບົດຮຽນອັນລໍ້າຄ່າທັງທາງດ້ານທິດສະດີ ແລະພຶດຕິກໍາຕົວຈິງໃນການສ້າງກໍາລັງແຮງບົ່ມຊ້ອນ ແລະທ່າຮົບທົ່ວປວງຊົນປ້ອງກັນຊາດ. ພັກ, ລັດ ແລະກອງທັບຂອງເຮົາ ຍັງຄົງສືບທອດບົດຮຽນຈາກສະພາສະໜອງແນວໂຮມ 70 ປີກ່ອນ, ດ້ວຍການເລືອກເຟັ້ນຢ່າງມີຫົວຄິດປະດິດສ້າງ ແລະພັດທະນາໃຫ້ເໝາະສົມກັບສະພາບການໃໝ່.

ໂດຍ: ເຈິ່ນຮວ່ຽນ