leftcenterrightdel
ແພດໝໍກວດພະຍາດໃຫ້ແກ່ພໍ່ແມ່ປະຊາຊົນຢູ່ຕາແສງແກວລົມ, ເມືອງດ້ຽນບຽນດົງ, ແຂວງດ້ຽນບຽນ. ພາບ: ຮົ່ງແສ໊ງ-ຮວ່າງເຈື່ອງ

ຄະນະປະຕິບັດງານຂອງກົມໃຫຍ່ພະລາທິການ ລວມມີ ແພດໝໍຈາກວິທະຍາຄານແພດສາດກໍາມັນຕະພາບລັງສີ ແລະມະເຮັງກອງທັບ, ວິທະຍາຄານແພດສາດສໍາຮອງກອງທັບ, ກົມເສນາຮັກ, ໂຮງໝໍກອງທັບ 354. ຄະນະປະຕິບັດງານຂອງວິທະຍາຄານການແພດລວມທັງແພດໝໍທີ່ມາຈາກໂຮງໝໍກອງທັບ 103.

ໃນລາຍການກວດພະຍາດ, ໃຫ້ຄຳປຶກສາສຸຂະພາບໃຫ້ແກ່ປະຊາຊົນ, ຄະນະປະຕິບັດງານຂອງກົມໃຫຍ່ພະລາທິການໄດ້ກວດພະຍາດ, ໃຫ້ຄຳປຶກສາສຸຂະພາບ ແລະແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ 1.250 ເທື່ອຄົນດ້ວຍຍອດມູນຄ່າເກືອບ 300 ລ້ານດົ່ງ. ຄະນະປະຕິບັດງານຂອງວິທະຍາຄານການແພດໄດ້ກວດພະຍາດ, ໃຫ້ຄຳປຶກສາສຸຂະພາບ ແລະແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນເກືອບ 600 ເທື່ອຄົນ, ພ້ອມທັງມອບຂອງຂວັນ 20 ພູດໃຫ້ຄອບຄົວນະໂຍບາຍ ແລະຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.

ໂດຍ: ເຈິ່ນຮວ່ຽນ