ທີມຫວຽດນາມ ຖືກຈັດເປັນທີມແຂງແຮງໃນການແຂ່ງຂັນນີ້

ໃນເງື່ອນໄຂຝົນຕົກ, ມື່ນພະລາດ, ບັນດານັກກິລາທີມກູ້ໄພກູ້ຊີບຫວຽດນາມ ໄດ້ສິ້ນສຸດການແຂ່ງຂັນ “ຂ້າມສິ່ງກີດຂວາງພິເສດ” ໄດ້ຢ່າງງາມຕາ ແລະປອດໄພຢ່າງເດັດຂາດ. ຢູ່ລາຍການຍິງປືນ K59, ໄລຍະ 30 ແມັດ, ທີມຂອງຫວຽດນາມ ບືນຕົວຂຶ້ນນໍາໜ້າ, ສາມາດດັບສູນໄດ້ 14/21 ເປົ້າໝາຍ. ທີມກອງເຮືອຮົບທະເລເໜືອ ດັບສູບໄດ້ 10/21 ເປົ້າໝາຍ. ໃນການແຂ່ງຂັນຍິງປືນ, ບັນດານັກກິລາ ຕ້ອງຖືຍຸດທະພັນໄວ້ປ້ອງກັນທາດພິດ. ຜົນການແຂ່ງຂັນປະກົດວ່າ, ບັນດາຄະແນນເຕັກນິກ, ຍິງປືນ ແລະລະດັບຄວາມໄວຂອງຫວຽດນາມ ລ້ວນແຕ່ລື່ນກາຍທີມເພື່ອນ.

leftcenterrightdel
ທ່ານພັນໂທ ຫງວຽນວັນຕວ໊ນ ກ່າວຄໍາເຫັນທີ່ພິທີໄຂການແຂ່ງຂັນກູ້ໄພ ກູ້ຊີບ. ພາບ: qdnd.vn

ທ່ານພັນໂທ ຫງວຽນວັນຕວ໊ນ, ຫົວໜ້າທີມ ໃຫ້ຮູ້ວ່າ, ໃນເງື່ອນໄຂສະພາບອາກາດຄືແນວນັ້ນ, ການປະຕິບັດລາຍການແຂ່ງຂັນທີ່ເປັນໜ້າວິຕົກກັງວົນທີ່ສຸດແມ່ນບັນຫາຄວາມປອດໄພ, ຄວາມສາມາດໃນການປະຕິບັດບັນດາເຕັກນິກດ້ານວິຊາສະເພາະຂອງປະເພດແຂ່ງຂັນກໍຖືກຈໍາກັດ. ແຕ່ດ້ວຍຈິດໃຈເດັດຂາດມີໄຊ, ບັນດາສະມາຊິກຂອງທີມໄດ້ແຂ່ງຂັນເໜືອກວ່າຄວາມສາມາດຂອງຕົນ.

leftcenterrightdel
ທີມກູ້ໄພກູ້ຊີບ ສະແດງຄວາມດີໃຈເມື່ອໄດ້ຮັບໄຊຊະນະໃນການແຂ່ງຂັນເທື່ອທໍາອິດ. ພາບ: qdnd.vn

ກ່າວຄໍາເຫັນໄຂພິທີ, ທ່ານພັນໂທ ຫງວຽນວັນຕວ໊ນ ຢັ້ງຢືນວ່າ: “ເປັນຄັ້ງທໍາອິດທີ່ທີມກູ້ໄພກູ້ຊີບກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມການແຂ່ງຂັນ, ພວກຂ້າພະເຈົ້າຕີລາຄາສູງຂອບຂະໜາດ, ວຽກງານຈັດຕັ້ງຂອງກະຊວງປ້ອງກັນປະເທດສະຫະພັນລັດເຊຍ”. ທ່ານພັນໂທ ຫງວຽນວັນຕວ໊ນ ໄດ້ສະແດງຄວາມຂອບໃຈປະເທດເຈົ້າພາບສະຫະພັນລັດເຊຍ ທີ່ໄດ້ສ້າງເງື່ອນໄຂດີທີ່ສຸດຊ່ວຍເຫຼືອບັນດາທີມຝຶກແອບ ແລະແຂ່ງຂັນ. ງານແຂ່ງຂັນກິລາການທະຫານຄັ້ງນີ້ແມ່ນໂອກາດເພື່ອໃຫ້ບັນດາທີມໄດ້ພົບປະແລກປ່ຽນ, ແບ່ງປັນບົດຮຽນ, ເພີ່ມທະວີຄວາມເຂົ້າໃຈ ແລະການຮ່ວມມືມິດຕະພາບ, ພ້ອມກັນຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍລວມ.

leftcenterrightdel
 
leftcenterrightdel
 
leftcenterrightdel
ບາງຮູບພາບຂອງການແຂ່ງຂັນປະເພດ “ຂ້າມສິ່ງກີດຂວາງພິເສດ” ຂອງທີມ. ພາບ: qdnd.vn

ທ່ານພັນໂທ ຫງວຽນວັນຕວ໊ນ ເນັ້ນໜັກວ່າ, “ທີມຫວຽດນາມ ໄດ້ເຂົ້າຮ່ວມການແຂ່ງຂັນດ້ວຍຈິດໃຈສາມັກຄີມິດຕະພາບ, ສະເໝີພາບ, ຄວາມຕັດສິນໃຈສູງ, ມີຄວາມຮັບຜິດຊອບພ້ອມກັບປະເທດເຈົ້າພາບສະຫະພັນລັດເຊຍ ປະກອບສ່ວນໃຫ້ແກ່ຜົນສໍາເລັດຂອງງານແຂ່ງຂັນກິລາການທະຫານຄັ້ງນີ້”. 

leftcenterrightdel
ບາງຮູບພາບຂອງການແຂ່ງຂັນປະເພດ “ຂ້າມສິ່ງກີດຂວາງພິເສດ” ຂອງທີມ. ພາບ: qdnd.vn

ວັນທີ 14 ສິງຫາ, ທີມກູ້ໄພກູ້ຊີບ ຈະແຂ່ງຂັນເທື່ອທີ 2 ກັບກອງເຮືອຮົບປາຊີຟິກຂອງສະຫະພັນລັດເຊຍ. ທ່ານພັນໂທ ຫງຽນວັນຕວ໊ນ ແບ່ງປັນວ່າ, ການແຂ່ງຂັນໃນເທື່ອທໍາອິດນີ້ເຮັດໃຫ້ອ້າຍມີຄວາມວິຕົກກັງວົນທີ່ສຸດເພາະວ່າລະດັບຄວາມຍາກແມ່ນສູງຫຼາຍ, ແຕ່ບັນດາສະມາຊິກກໍ່ໄດ້ເຮັດຫຼ້ອນໜ້າທີ່. ໃນການແຂ່ງຂັນເທື່ອທີ 2 ນີ້ຈະມີຄວາມອຸ່ນອ່ຽນໃຈກວ່າເພາະວ່າແມ່ນລາຍການແຂ່ງຂັນກ່ຽວກັບທ່າແຮງຂອງທີມ.

ໂດຍ: ໄຊະຊະນະ