ທ່ານພົນຕີ ຟ້າມເຈື່ອງເຊີນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ເຫດການ. ເຂົ້າຮ່ວມຍັງມີການນຳບາງເຫຼົ່າທັບ, ເຫຼົ່າຮົບ, ບັນດາອົງການ, ກົມກອງຂຶ້ນກັບກະຊວງປ້ອງກັນປະເທດ; ຜູ້ຕາງໜ້າການທູດ, ການປ້ອງກັນຊາດບັນດາປະເທດ ແລະບັນດາອົງການຈັດຕັ້ງສາກົນ ປະຈຳ ຫວຽດນາມ.

leftcenterrightdel
ທ່ານພົນຕີ ຟ້າມເຈື່ອງເຊີນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ກ່າວຄຳເຫັນທີ່ເຫດການ. ພາບ: ງອັກທື

ທີ່ງານລ້ຽງ, ທ່ານ Andrew Goledzinowski ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ເນັ້ນໜັກເຖິງການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະອົດສະຕາລີ; ຢັ້ງຢືນການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍໄດ້ຂະຫຍາຍຢ່າງກວ້າງຂວາງໃນຫຼາຍຂົງເຂດ, ຈາກການສຶກສາ, ການບຳລຸງສ້າງ, ການຮັກສາສັນຕິພາບສະຫະປະຊາຊາດ, ຈົນຮອດການເຈລະຈາຍຸດທະສາດປ້ອງກັນຊາດຂັ້ນສູງ...

ກ່າວຄຳເຫັນທີ່ງານລ້ຽງ, ທ່ານພົນຕີ ຟ້າມເຈື່ອງເຊີນ ຖືວ່າການຮ່ວມມືດ້ານປ້ອງກັນຊາດ ແມ່ນຈຸດພົ້ນເດັ່ນໃນການພົວພັນຫວຽດນາມ-ອົດສະຕາລີ. ໃນໄລຍະຜ່ານມາ, ການພົວພັນດ້ານປ້ອງກັນຊາດສອງຝ່າຍໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນບົນພື້ນຖານບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ ປີ 2010, ຖະແຫຼງການວິໄສທັດຮ່ວມວ່າດ້ວຍການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ປີ 2018 ແລະບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ. ເດືອນມີນາ ຜ່ານມາ, ສອງຝ່າຍໄດ້ຈັດຕັ້ງການເຈລະຈານະໂຍບາຍປ້ອງກັນຊາດ ຄັ້ງທີ 7 ຢູ່ອົດສະຕາລີ ປະສົບຜົນສຳເລັດ, ປະກອບສ່ວນກຳນົດທິດທາງພົວພັນຮ່ວມມືດ້ານປ້ອງກັນຊາດໃນໄລຍະຈະມາເຖິງ.

ໂດຍ: ແສງເດືອນ