ທ່ານນາງລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການບຸກໂຈມຕີຂອງ ອີຣານ ແນໃສ່ ອິດສະຣາແອັນ ໃນຮຸ່ງເຊົ້າວັນທີ 14 ເມສາ ແລະມີຄວາມວິຕົກກັງວົນ ຕໍ່ເຄັ່ງຕຶງອາດຈະແຜ່ລາມອອກສູ່ວົງກວ້າງໃນພາກພື້ນ. ທ່ານນາງ  Yoko Kamikawa ຮຽກຮ້ອງໃຫ້ ອີຣານ ລະງັບໃຈເພື່ອຫຼີກລ້ຽງສະພາບຄວາມເຄັ່ງຕຶງ ຢູ່ຕາເວັນອອກກາງ ປີນຂັ້ນໄດ.

leftcenterrightdel
ທ່ານນາງລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Yoko Kamikawa. ພາບ: ສໍານັກຂ່າວຫວຽດນາມ

ໃນຂະນະນັ້ນ, ກະສັດ Abdullah II ຂອງ ຈໍແດນ ໄດ້ສະແດງຄວາມວິຕົກກັງວົນຕໍ່ການຜັນແປໃນປັດຈຸບັນຢູ່ຕາເວັນອອກກາງ ຊຶ່ງອາດຈະເຮັດໃຫ້ການປະທະກັນປີນຂັ້ນໄດ, ກໍ່ຄວາມສ່ຽງຕໍ່ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ.

ບັນດາຄຳຮຽກຮ້ອງດັ່ງກ່າວ ໄດ້ຍົກອອກມາພາຍຫຼັງທີ່ທ່ານຫົວໜ້າເສນາທິການກຳລັງປ້ອງກັນຕົວອິດສະຣາແອັນ Herzi Halevi ຖະແຫຼງວ່າ ປະເທດນີ້ ຈະໂຕ້ຕອບເຫດບຸກໂຈມຕີດ້ວຍເຄື່ອງບິນບໍ່ມີຄົນຂັບ ແລະ ລູກສອນໄຟຂອງ ອີຣານ.

ແຫຼ່ງຄັດຈາກ: vovworld.vn