ທີ່ຊຸດຝຶກອົບຮົມ, ບັນດານັກສໍາມະນາກອນໄດ້ແນະນຳລະບຽບການລວມໃນວຽກງານຮັບປະກັນຄວາມໝັ້ນຄົງ ແລະຄວາມປອດໄພ; ວຽກງານສົມທົບກັນ, ການປະສານງານຂອງນາຍທະຫານສື່ສານ ແລະນາຍແປພາສາກັບກຳລັງທີ່ປະຕິບັດໜ້າທີ່ຮັບປະກັນຄວາມໝ້ັນຄົງ; ທີ່ຄວນເອົາໃຈໃສ່ໃນພິທີການຮັບໃຊ້; ພາລະໜ້າທີ່ຂອງນາຍທະຫານສື່ສານ ກໍ່ຄືປະສົບການ ໃນການແກ້ໄຂກໍລະນີ. ຜ່ານນັ້ນ ບັນດາພະນັກງານສື່ສານ ແລະນາຍແປພາສາຈະມີທັກສາ ແລະຄວາມຮູ້ທີ່ເປັນປະໂຫຍດ, ປະກອບສ່ວນເຮັດໃຫ້ງານວາງສະແດງປະສົບຜົນສຳເລັດ.

leftcenterrightdel
ບັນຍາກາດທີ່ຊຸດຝຶກອົບຮົມ. ພາບ: qdnd.vn

ງານວາງສະແດງຈະດຳເນີນໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22-12-1944 / 22-12-2024) ແລະ 35 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາດ (22-12-1989 / 22-12-2024), ເດືອນທັນວາ 2024), ຄາດວ່າງານວາງສະແດງຈະຕ້ອນຮັບການນໍາຂັ້ນສູງຫຼາຍທ່ານຂອງກະຊວງປ້ອງກັນປະເທດ ແລະກອງທັບບັນດາປະເທດທີ່ມາຈາກທຸກທະວີບ; ພ້ອມກັບວິສາຫະກິດ, ບໍລິສັດ, ແລະກຸ່ມບໍລິສັດອຸດສາ ຫະກໍາປ້ອງກັນຊາດ ຂະໜາດໃຫຍ່ໃນໂລກ ເພື່ອວາງສະແດງຜະລິດຕະພັນຂອງຕົນ.

ໂດຍ: ທະນາພອນ