ຕາມທ່ານພັນເອກພິເສດ, ຮສຈ. ປອ ຫງວຽນດິ່ງເງິນ ແລ້ວ, ເພື່ອແນໃສ່ປະກອບສ່ວນປະຕິບັດນະໂຍບາຍແນວຫຼັງກອງທັບ, ສືບຕໍ່ປະຕິບັດຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ  ກິນປາຄິດຮອດຄຸນນ້ຳ”, “ຕອບບຸນແທນຄຸນ”, ສະແດງຄວາມຮູ້ບຸນຄຸນ ຕໍ່ກັບຜູ້ທີ່ມີຄຸນງານຄວາມດີ, ພ້ອມທັງເພີ່ມທະວີນໍ້າໃຈສາມັກຄີລະຫວ່າງທະຫານ ແລະປະຊາຊົນ, ໃນຊຸມປີມໍ່ໆມານີ້, ທາງໂຮງໝໍກອງທັບ 103 ຍາມໃດກໍ່ປະຕິບັດລາຍການສົມທົບກັນລະຫວ່າງທະຫານ ແລະປະຊາຊົນ ເປັນຢ່າງດີ, ຈັດສ່ົງຫຼາຍຄະນະປະຕິບັດງານ ໄປກວດພະຍາດ, ໃຫ້ຄຳປຶກສາດ້ານສຸຂະພາບ, ແຈກຢາຍຢາໂດຍບໍ່ເສຍຄ່າ, ມອບຂອງຂວັນໃຫ້ແກ່ທະຫານເສຍອົງຄະ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກຢູ່ເຂດຫ່າງໄກສອກຫຼີກ...

leftcenterrightdel
ການນໍາໂຮງໝໍກອງທັບ 103 ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ ຢູ່ຕາແສງ ຮົວແທັງ. ພາບ: qdnd.vn
leftcenterrightdel
ປະຊາຊົນນັບຮ້ອຍເທື່ອຄົນ ໄດ້ຮັບການກວດພະຍາດ, ໃຫ້ຄໍາປຶກສາດ້ານສຸຂະພາບໂດຍບໍ່ເສຍຄ່າ ຈາກບັນດາແພດໝໍຂອງໂຮງໝໍກອງທັບ 103. ພາບ: qdnd.vn
leftcenterrightdel
ບັນດາແພດໝໍໃຫ້ຄໍາປຶກສາດ້ານສຸຂະພາບ ແລະແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ. ພາບ: qdnd.vn
leftcenterrightdel
ຄວາມດີໃຈຂອງປະຊາຊົນ ຢູ່ຕາແສງຮົວແທັງ ເມື່ອໄດ້ກວດພະຍາດ, ໃຫ້ຄໍາປຶກສາດ້ານສຸຂະພາບ, ແຈກຢາຍຢາໂດຍບໍ່ເສຍຄ່າ. ພາບ: qdnd.vn

ທີ່ລາຍການ, ບັນດາແພດໝໍຂອງໂຮງໝໍກອງທັບ 103 ໄດ້ຈັດການກວດພະຍາດ,  ແຈກຢາຍຢາໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນ 1.000 ເທື່ອຄົນ; ມອບຂອງຂວັນ 20 ພູດ ດ້ວຍມູນຄ່າ 20 ລ້ານດົ່ງ ໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍຢູ່ຕາແສງ ຮົວແທັງ.

ໂດຍ: ທູຈາງ