ຢູ່ສະຖານທີ່ໄປກວດກາ ແລະຢ້ຽມຢາມແຫ່ງຕ່າງໆ, ຄະນະປະຕິບັດງານຂອງກົມໃຫຍ່ການເມືອງ ໄດ້ໄປກວດກາ, ຢ້ຽມຢາມໂຄງການກໍ່ສ້າງດ້ານວັດທະນະທຳ, ບ່ອນກິນຢູ່ພັກເຊົາ, ຮ່ຳຮຽນ ແລະເຮັດວຽກຂອງທະຫານ; ຈັດຕັ້ງພິທີຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ເພື່ອພາລະກິດປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ, ໄຫຼ່ທະວີບອັນສັກກາລະບູຊາຂອງປະເທດຊາດ.

leftcenterrightdel
ບັນດາຜູ້ແທນ ຖ່າຍຮູບຢູ່ຫຼັກໝາຍອະທິປະໄຕ ເກາະເຈື່ອງຊາດົງ. ພາບ: qdnd.vn

ຄະນະປະຕິບັດງານ ຍັງໄດ້ມອບຂອງຂວັນນັບຮ້ອຍພູດ ຂອງກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ; ບັນດາອົງການ, ກົມກອງໃຫ້ແກ່ທະຫານ ແລະ ປະຊາຊົນຢູ່ໝູ່ເກາະ ເຈື່ອງຊາ ແລະ ຮ້ານເວນຍາມ DK1.

ຄະນະປະຕິບັດງານໄດ້ດໍາເນີນການກວດກາວຽກງານການຝຶກແອບ, ການກຽມພ້ອມສູ້ຮົບ; ໝາກຜົນແຫ່ງການຜັນຂະຫຍາຍການເຄື່ອນໄຫວວຽກງານພັກ, ວຽກງານການເມືອງ, ວຽກງານຮັບປະກັນດ້ານພະລາທິການ, ເຕັກນິກ, ການເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະຈິດໃຈ, ການພັດທະນາເສດຖະກິດ, ສັງຄົມຂອງທະຫານ ແລະ ປະຊາຊົນຢູ່ໝູ່ເກາະ ເຈື່ອງຊາ, ຮ້ານເວນຍາມ DK1.

leftcenterrightdel
ຄະນະປະຕິບັດງານ ອາໄລຫາບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດໝູ່ເກາະເຈື່ອງຊາ. ພາບ: qdnd.vn

ກ່າວຄຳເຫັນທີ່ການເຮັດວຽກກັບຄະນະພັກ, ຜູ້ບັນຊາການບັນດາເກາະທີ່ຂຶ້ນກັບໝູ່ເກາະ ເຈື່ອງຊາ ແລະ ຮ້ານເວນຍາມ DK1, ທ່ານພົນຕີ ເລກວາງມິງ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກລຳບາກ ແລະ ຍ້ອງຍໍຊົມເຊີຍໝາກຜົນ, ຜົນງານທີ່ທະຫານ ແລະ ປະຊາຊົນຢູ່ທີ່ນີ້ບັນລຸໄດ້ໃນການຝຶກແອບ, ກຽມພ້ອມສູ້ຮົບ, ພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ.

leftcenterrightdel
ທ່ານພົນຕີ ເລກວາງມິງ ພ້ອມດ້ວຍຄະນະປະຕິບັດງານ ຢ້ຽມຢາມ ແລະກວດກາ ຢູ່ເກາະ ນາມອຽດ. ພາບ: qdnd.vn
leftcenterrightdel
ທ່ານພົນຕີ ເລກວາງມິງ ພ້ອມດ້ວຍບັນດາຜູ້ແທນ ປູກຕົ້ນໄມ້ຢູ່ເກາະ ອານບາງ. ພາບ: qdnd.vn
leftcenterrightdel
ນັກຮົບທະຫານເຮືອ ເວນຍາມ ຢູ່ຫຼັກໝາຍອະທິປະໄຕ ເກາະຕົກຕານ  B. ພາບ: qdnd.vn

ທ່ານພົນຕີ ເລກວາງມິງ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ທະຫານ ແລະປະຊາຊົນຢູ່ໝູ່ເກາະ ເຈື່ອງຊາ ແລະ ຮ້ານເວນຍາມ DK1 ຕ້ອງເອົາໃຈໃສ່ເປັນພິເສດເຖິງວຽກງານກໍ່ສ້າງເຂດປ້ອງກັນຊາດຢ່າງໜັກແໜ້ນ, ຍົກສູງຄຸນນະພາບການຝຶກແອບ, ຄວາມສາມາດກຽມພ້ອມສູ້ຮົບ; ສ້າງຄຸນທາດການເມືອງ, ມີຄວາມກ້າຫານ, ເຈດຈໍານົງຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ພ້ອມແລ້ວທີ່ຈະເສຍສະຫຼະ, ຕັດສິນໃຈຮັກສາອະທິປະໄຕທະເລໝູ່ເກາະຂອງປະເທດຊາດ; ເປັນບ່ອນອີງອັນໜັກແໜ້ນໃຫ້ແກ່ຊາວປະມົງມີຄວາມອຸ່ນອ່ຽນໃຈອອກໄປຫາປາຢູ່ທະເລ; ສົມກັບຄວາມໄວ້ເນື້ອເຊື່ອໃຈ, ຄວາມຫວັງຄອງຄອຍ, ຄວາມເອົາໃຈໃສ່ຂອງປະຊາຊົນທົ່ວປະເທດທີ່ມີຕໍ່ກັບເຈື່ອງຊາ.

ໂດຍ: ທູຈາງ