ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງຕໍາຫຼວດທະເລຫວຽດນາມ ແລະກໍາລັງປົກປັກຮັກສາຝັ່ງທະເລຟີລິບປິນ. ທ່ານພົນຈັດຕະວາ ເລກວາງດ້າວ ເນັ້ນໜັກວ່າ ການພົວພັນລະຫວ່າງສອງຝ່າຍພວມໃນທ່າພັດທະນາຢ່າງສະດວກ, ມີປະສິດທິຜົນນັບແຕ່ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືທາງທະເລລະຫວ່າງສອງກໍາລັງໄດ້ຮັບການລົງນາມເມື່ອເດືອນມັງກອນ ຜ່ານມາ.

leftcenterrightdel
ຜູ້ແທນຖ່າຍຮູບພາຍຫຼັງພິທີລົງນາມ. ພາບ: qdnd.vn

ເມື່ອແລກປ່ຽນກ່ຽວກັບການເຄື່ອນໄຫວຮ່ວມມືໃນປີ 2024, ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າຕໍາຫຼວດທະເລຫວຽດນາມ ຈະຈັດສົ່ງກຳປັ່ນໄປຢ້ຽມຢາມ ແລະພົບປະແລກປ່ຽນກັບກໍາລັງປົກປັກຮັກສາຝັ່ງທະເລຟີລິບປິນ.

ໃນເດືອນ ທັນວາ 2024, ຕໍາຫຼວດທະເລຫວຽດນາມ ຄາດວ່າໄດ້ຈັດຕັ້ງລາຍການພົບປະແລກປ່ຽນ “ຕໍາຫຼວດທະເລຫວຽດນາມ ແລະເພື່ອນມິດ” ຄັ້ງທີ 2 ຢູ່ຮ່າໂນ້ຍ. ກໍາລັງປົກປັກຮັກສາຝັ່ງທະເລຟີລິບປິນ ສະແດງຄວາມປາດຖະໜາຢາກເຂົ້າຮ່ວມລາຍການ. ສອງຝ່າຍກໍ່ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການປະຕິບັດກົດໝາຍຢູ່ທະເລ, ຕ້ານໂຈນສະລັດ ແລະໂຈນປະກອບອາວຸດ, ສົມທົບກັນໃນການເຄື່ອນໄຫວຊອກຫາກູ້ໄພ, ກູ້ຊີບ, ພ້ອມແລ້ວທີ່ຈະສະໜັບສະໜູນ ແລະໜູນຊ່ວຍເຊິ່ງກັນ ແລະກັນ; ສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບໃນບັນດາການເຄື່ອນໄຫວໃນຂອບເຂດຫຼາຍຝ່າຍເຊິ່ງທັງສອງຝ່າຍເປັນສະມາຊິກ.

ໂດຍ: ໄຊນີດາ