ແຫຼ່ງກໍາລັງທີ່ສໍາຄັນ
ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຍິ່ງນັບມື້ນັບຢືນຢັນບົດບາດສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ຜ່ານແຫຼ່ງກໍາລັງດ້ານການເງິນ, ສະຕິປັນຍາ, ເຕັກໂນໂລຢີ ແລະຕາໜ່າງເຊື່ອມຕໍ່ທົ່ວໂລກ. ຈໍານວນເງິນຕາຕ່າງປະເທດທີ່ສົ່ງກັບຫວຽດນາມ ໄດ້ຮັກສາຢູ່ໃນລະດັບສູງ ແລະມີສະຖຽນລະພາບໃນຫຼາຍປີຜ່ານມາ.
ຕາມນັ້ນແລ້ວ, ຈໍານວນເງິນຕາຕ່າງປະເທດທັງໝົດທີ່ສົ່ງກັບຫວຽດນາມ ໃນ 10 ປີຜ່ານມາບັນລຸກວ່າ 190 ຕື້ໂດລາສະຫະລັດ, ນໍາຫວຽດນາມ ນອນໃນກຸ່ມ 10 ປະເທດທີ່ໄດ້ຮັບເງິນຕາຕ່າງປະເທດຫຼາຍທີ່ສຸດໃນໂລກ. ໃນນັ້ນ, ນະຄອນໂຮ່ຈີມິນ ແມ່ນທ້ອງຖິ່ນໄດ້ຮັບເງິນຕາຕ່າງປະເທດຫຼາຍກວ່າໝູ່ໃນທົ່ວປະເທດ, ກວມເອົາປະມານ 60% ຂອງຈໍານວນເງິນຕາຕ່າງປະເທດທີ່ສົ່ງກັບມາທັງໝົດ, ກາຍເປັນແຫຼ່ງເງິນລົງທຶນເພີ່ມເຕີມສໍາຄັນໃຫ້ແກ່ການເຄື່ອນໄຫວລົງທຶນພັດທະນາເສດຖະກິດ-ສັງຄົມ.
    |
 |
|
ຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ກອງປະຊຸມໂອ້ລົມສົນທະນາ “ເສີມຂະຫຍາຍແຫຼ່ງກໍາລັງຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນການໝູນໃຊ້ຜົນງານຂອງການປະຕິວັດອຸດສາຫະກໍາ ຄັ້ງທີ 4 ເພື່ອຮັບໃຊ້ການພັດທະນານະຄອນໂຮ່ຈີມິນ”. ພາບ: ກ່ຽວແອວງ |
ຕາມນັກຊ່ຽວຊານທ່ານຕ່າງໆແລ້ວ, ປະຈຸບັນ, ຫວຽດນາມໄດ້ສ້າງອົງປະກອບຂອງລະບົບນິເວດເລີ່ມທຸລະກິດທີ່ສົມບູນພໍສົມຄວນ: ສະຕາດອັບ, ກອງທຶນລົງທຶນ, ໂຄງການໜູນຊ່ວຍ, ສູນນະວັດຕະກໍາ ແລະການກໍານົດທິດນະໂຍບາຍແຫ່ງຊາດ. ຈຸດພົ້ນເດັ່ນຂອງລະບົບນິເວດເລີ່ມທຸລະກິດຢູ່ຫວຽດນາມ ແມ່ນ: ຂອບຂະໜາດຕະຫຼາດໃຫຍ່, ພົນລະເມືອງໜຸ່ມ ແລະຈິດໃຈເລີ່ມທຸລະກິດສູງ; ພ້ອມກັບເລື່ອງລັດຖະບານກໍານົດວິທະຍາສາດ-ເຕັກໂນໂລຢີ ແລະຫັນປ່ຽນດີຈີຕອນແມ່ນເສົາຄໍ້າພັດທະນາ. ເຖິງຢ່າງໃດກໍ່ຕາມ, ຖ້າຫາກທຽບໃສ່ກັບລະບົບນິເວດເຕີບໂຕຢູ່ປະເທດພັດທະນາໃນພາກພື້ນ, ຫວຽດນາມ ຍັງມີ 3 ຊ່ອງຫວ່າງຕົ້ນຕໍລວມມີ: ທຶນເຕີບໂຕໃຫ້ແກ່ໄລຍະເປີດກວ້າງ ແລະການຫັນເປັນສາກົນຍັງຈໍາກັດ; ຍັງບໍ່ທັນສ້າງລະບົບບໍລິຫານ, ຄວບຄຸມຄວາມສ່ຽງ ແລະການເງິນທີ່ໂປ່ງໃສຕາມມາດຕະຖານສາກົນ;...
ເຖິງຢ່າງໃດກໍ່ຕາມ, ປະຊາຄົມເລ່ີມທຸລະກິດ, ນະວັດຕະກໍາຢູ່ຫວຽດນາມ ຍັງບໍ່ທັນເສີມຂະຫຍາຍຖືກຕາມແຫຼ່ງກໍາລັງທີ່ມີປະສິດທິຜົນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ໃນຂະນະນັ້ນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຍັງປະສົບກັບຮົ້ວກີດຂວາງເມື່ອກັບມາດໍາລົງຊີວິດ ຫຼື ລົງທຶນຢູ່ຫວຽດນາມ. ທີ່ກກອງປະຊຸມໂອ້ລົມສົນທະນາ “ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດດ້ວຍກາລະໂອກາດລົງທຶນຢູ່ຫວຽດນາມ: ແກ້ໄຂຮົ້ວກີດຂວາງ - ຂຸດຄົ້ນແຫຼ່ງກໍາລັງ”, ທີ່ຫາກໍ່ໄດ້ຈັດຕ້ັງຢູ່ນະຄອນໂຮ່ຈີມິນ, ບັນດາຜູ້ແທນຖືວ່າ ຂົ້ວກີດຂວາງຕ່າງໆເປັນຕົ້ນແມ່ນຢູ່ນຳລະບຽບການບໍລິຫານທີ່ກ່ຽວຂ້ອງກັບທີ່ພັກພາອາໄສ, ການຢັ້ງຢືນຍາດຕິພີ່ນ້ອງ; ລະບຽບການລົງທຶນຍັງມີຫຼາຍຂັ້ນຕອນ ແລະຂາດລັກສະນະລຸລ່ວງ; ຍາກທີ່ເຂົ້າເຖິງລະບົບຂໍ້ມູນນິຕິກໍາຢ່າງຈະແຈ້ງ, ຄົບຊຸດ, ພິເສດແມ່ນຕໍ່ກັບຂໍ້ກໍານົດໃໝ່...
ມານະພະຍາຍາມຂຸດຄົ້ນແຫຼ່ງກໍາລັງ
ໃນສະພາບການທີ່ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍຫຼາຍນະໂຍບາຍກະໂດດຂັ້ນ, ລະບົບນິເວດເລີ່ມທຸລະກິດໄດ້ຕີລາຄາວ່າ ແມ່ນໜຶ່ງໃນບັນດາຊ່ອງທີ່ໄດ້ຮັບແຫຼ່ງກໍາລັງຈາກຊາວຫວຽດນາມ ອາໄສຢູ່ຕ່າງປະເທດຢ່າງມີປະສິດທິຜົນ. ເພື່ອໃຫ້ກະແສເງິນລົງທຶນ, ສະຕິປັນຍາ ແລະບົດຮຽນສາກົນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ຫັນເປັນບັນດາໂຄງການລົງທຶນລະອຽດ, ໃນໄລຍະຜ່ານມາ, ລັດໄດ້ຜັນຂະຫຍາຍຫຼາຍນະໂຍບາຍ.
ນະຄອນໂຮ່ຈີມິນ ແມ່ນທ້ອງຖິ່ນດຶງດູດເງິນຕາຕ່າງປະເທດຫຼາຍກວ່າໝູ່ໃນທົ່ວປະເທດ, ດ້ວຍຈໍານວນເງິນຕາຕ່າງປະເທດບັນລຸປະມານ 9 ເຖິງ 10 ຕື້ໂດລາສະຫະລັດໃນແຕ່ລະປີ. ໃນຂະນະນັ້ນ, ລະບົບນິເວດເລີ່ມທຸລະກິດຂອງນະຄອນໂຮ່ຈີມິນ ມີວິສາຫະກິດປະມານ 2.000 ແຫ່ງ, ສຸມໃສ່ຂົງເຂດຕ່າງໆ ຄື ປັນຍາປະດິດ, ເຕັກໂນໂລຢີການເງິນ, ການຄ້າເອເລັກໂຕນິກ, ກະສິກໍາເຕັກໂນໂລຢີສູງ. ນະຄອນບັນລຸເປົ້າໝາຍນໍາລະບົບນິເວດເລີ່ມທຸລະກິດ, ນະວັດຕະກໍາເຂົ້າໃນກຸ່ມ 100 ນະຄອນທີ່ຂະຫຍັນຂັນເຄື່ອນທີ່ສຸດໃນທົ່ວໂລກໃນປີ 2030. ຮັບຮູ້ຄວາມສໍາຄັນຂອງແຫຼ່ງກໍາລັງຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນລະບົບວິເວດເລີ່ມທຸລະກິດ, ນະຄອນໂຮ່ຈີມິນ ພວມຜັນຂະຫຍາຍແຜນຮ່າງນະໂຍບາຍເສີມຂະຫຍາຍແຫຼ່ງກໍາລັງເງິນຕາຕ່າງປະເທດຢູ່ບໍລິເວນນະຄອນຮອດປີ 2030 ຢ່າງຂ້ຽວຂາດ.
ໃນການພົບປະຄັ້ງຕ່າງໆກັບຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ການນໍານະຄອນໂຮ່ຈີມິນ ປາດຖະໜາຢາກໃຫ້ຖັນແຖວປັນຍາຊົນ, ນັກຊ່ຽວຊານ, ນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດສືບຕໍ່ຮ່ວມເດີນທາງຢ່າງເລິກເຊິ່ງ ກວ້າງຂວາງ, ແທດຈິງກວ່າໃນການໃຫ້ຄໍາປຶກສາດ້ານຍຸດທະສາດ, ປະກອບຄໍາຄິດເຫັນໃສ່ນະໂຍບາຍ; ຖ່າຍທອດເຕັກໂນໂລຢີ, ບົດຮຽນບໍລິຫານ; ເຊື່ອມຕໍ່ການລົງທຶນ, ຕະຫຼາດ ແລະຄູ່ຮ່ວມມືສາກົນ; ພ້ອມທັງ ໃຫ້ຄໍາໝັ້ນສັນຍາສືບຕໍ່ປັບປຸງລະບອບລະບຽບການໃຫ້ສໍາເລັດ, ປະຕິຮູບສະພາບແວດລ້ອມແຫ່ງການລົງທຶນ-ດໍາເນີນທຸລະກິດ,... ແລະນໍາໃຊ້ແຫຼ່ງກໍາລັງ, ຮັບປະກັນການປົກປ້ອງສິດ ແລະຜົນປະໂຫຍດຖືກຕາມກົດໝາຍ, ອັນຊອບທໍາຂອງນັກລົງທຶນຢ່າງຄົບຖ້ວນ, ໃນນັ້ນ ມີປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ...
ຢູ່ຕ່າງປະເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຫຼາຍຄົນຍາມໃດກໍ່ຕິດຕາມການພັດທະນາຂອງບ້ານເກີດເມືອງນອນ; ພ້ອມທັງ ປາດຖະໜາຢາກລົງທຶນ, ປະກອບສ່ວນບົດຮຽນ, ຕາໜ່າງ ແລະຄວາມເຂົ້າໃຈສາກົນຕໍ່ລະບົບນິເວດເລີ່ມທຸລະກິດຢູ່ພາຍໃນປະເທດ. ໂດຍແມ່ນນັກທຸລະກິດທີ່ພວມເຄື່ອນໄຫວຢູ່ຍີ່ປຸ່ນ, ທ່ານ ຟານຊວນຫ້ຽວ ຜູ້ອໍານວຍການບໍລິສັດຫຸ້ນສ່ວນ Akira Japan, ຫົວໜ້າຄະນະສົ່ງເສີມການຄ້າການລົງທຶນ ສະມາຄົມວິສາຫະກິດຫວຽດນາມ ຢູ່ຍີ່ປຸ່ນ ຖືວ່າ ເພື່ອດຶງດູດແຫຼ່ງກໍາລັງຊາວຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າໃນລະບົບນິເວດເລີ່ມທຸລະກິດ, ຕ້ອງຫັນປ່ຽນຈາກຈິນຕະນາການ ຄື່ອນໄຫວໄປເປັນຈິນຕະນາການອອກແບບນະໂຍບາຍໄລຍະຍາວ.
ທ່ານ ຟານຊວນຫ້ຽວ ສະເໜີ 4 ກຸ່ມມາດຕະການ: ທີໜຶ່ງ, ສ້າງກົນໄກນິຕິກໍາທີ່ໝັ້ນຄົງ ແລະໂປ່ງໃສໃຫ້ແກ່ການລົງທຶນຂ້າມຊາຍແດນ; ຊາວຫວຽດນາມ ອາໄສຢູ່ຕ່າງປະເທດສາມາດຍອມຮັບຄວາມສ່ຽງຈາກຕະຫຼາດ, ແຕ່ຕ້ອງມີນະໂຍບາຍທີ່ໝັ້ນຄົງ. ທີສອງ, ສ້າງຕັ້ງກອງທຶນລົງທຶນລະຫວ່າງລັດ ແລະຊາວຫວຽດນາມອາໄສຢູ່ຕ່າງປະເທດ; ສິ່ງເຫຼົ່ານີ້ຈະສ້າງຄວາມເຊື່ອໝັ້ນ ແລະແບ່ງປັນຄວາມສ່ຽງ, ພິເສດໃນຂົງເຂດເຕັກໂນໂລຢີສູງ ແລະນະວັດຕະກໍາ. ທີສາມ, ສ້າງເຄືອຂ່າຍນັກຊ່ຽວຊານທີ່ອາໄສຢູ່ຕ່າງປະເທດໃນບົດບາດເປັນທີ່ປຶກສາດ້ານຍຸດທະສາດ. ຕາມນັ້ນແລ້ວ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ບໍ່ພຽງແຕ່ປະກອບສ່ວນເງິນລົງທຶນເທົ່ານັ້ນ ຫາກຍັງສາມາດເຂົ້າຮ່ວມສະພາບໍລິຫານ, ຖ່າຍທອດເຕັກໂນໂລຢີ ແລະມາດຕະຖານບໍລິຫານສາກົນ. ທີສີ່, ສ້າງສູນເຊື່ອມຕໍ່ນະວັດຕະກໍາລະຫວ່າງຫວຽດນາມ-ສາກົນ ແນໃສ່ເຊື່ອມຕໍ່ວິສາຫະກິດເລີ່ມທຸລະກິດໃນປະເທດກັບຕາໜ່າງວິສາຫະກິດ ແລະນັກລົງທຶນໃນທົ່ວໂລກ. ຖ້າຫາກລະບົບນິເວດມີຄວາມສົມບູນດ້ານລະບອບລະບຽບການ, ການບໍລິຫານ ແລະເຊື່ອມຕໍ່ສາກົນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຈະກາຍເປັນກໍາລັງຮ່ວມເດີນທາງທີ່ສໍາຄັນໃນວິວັດທະນາການນີ້.
ໂດຍ: ໄຊນີດາ