ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ານການຂຸດຄົ້ນ IUU ແມ່ນໜ້າທີ່ການເມືອງຈຸດສຸມ
ກປ.ອອນໄລ - ຕອນບ່າຍວັນທີ 3 ມີນາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານວາລະປະຊຸມ ຄັ້ງທີ 32 ຂອງຄະນະຊີ້ນໍາແຫ່ງຊາດກ່ຽວກັບການຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກໍານົດ (IUU). ວາລະປະຊຸມໄດ້ຈັດຕັ້ງໂດຍກົງຢູ່ສໍານັກງານນາຍົກລັດຖະມົນຕີ, ທາງອອນລາຍກັບ 22 ແຂວງ, ນະຄອນແຄມທະເລ.
ສະຫຼຸບວາລະປະຊຸມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໃນໄລຍະທີ່ຜ່ານມາ, ພາຍໃຕ້ການຊີ້ນໍາຂອງຄະນະຊີ້ນໍາ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ຈັດຕັ້ງປະຕິບັດໜ້າທີ່, ມາດຕະການຕ້ານການຂຸດຄົ້ນ IUU ແລະບັນລຸໝາກຜົນຕັ້ງໜ້າຫຼາຍຢ່າງອີກດ້ວຍ. ພິເສດ, ທ້ອງຖິ່ນຕ່າງໆໄດ້ຜັນຂະຫຍາຍຕະຫຼອດການ, ເປັນປະຈໍາ, ຕໍ່ເນື່ອງເພື່ອພັດທະນາຂະແໜງສິນໃນນໍ້າແບບຍືນຍົງ, ປະກອບສ່ວນຕ້ານການຂຸດຄົ້ນ IUU, ກະກຽມຕ້ອນຮັບຢ່າງຕ້ັງໜ້າຄະນະກວດກາ ຄັ້ງທີ 5 ຂອງຄະນະກໍາມະການເອີລົບ (EC).
    |
 |
|
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ວາລະປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ຮຽກຮ້ອງຮັບປະກັນເປົ້າໝາຍຄວບຄູຢ່າງຈະແຈ້ງວ່າ: “ທັງພັດທະນາຂະແໜງສິນໃນນໍ້າແບບຍືນຍົງ, ຕາມການພັດທະນາລວມຂອງປະເທດມີການເຕີບໂຕສອງຕົວເລກ, ພ້ອມທັງແກ້ໄຂບັດເຫຼືອງ IUU ຕາມຄໍາກ່າວເຕືອນຂອງ EC”, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ເນັ້ນໜັກວ່າ, ນີ້ແມ່ນການພັດທະນາວ່ອງໄວ, ຍືນຍົງຂອງປະເທດ, ທັງເປັນກຽດ, ອິດທິພົນຊື່ສຽງຂອງຊາດ, ຊົນຊາດ, ທັງແມ່ນຮັບໃຊ້ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ...
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງການເຮັດວຽກງານໂຄສະນາ, ຂົນຂວາຍ, ການສຶກສາເປັນຢ່າງດີ ເພື່ອຍົກສູງຄວາມສະຕິ, ພັນທະ, ຄວາມຮັບຜິດຊອບ, ລະດົມການເຂົ້າຮ່ວມຢ່າງເຂັ້ມງວດ, ຕັ້ງໜ້າ, ແທດຈິງ, ມີປະສິດທິຜົນຂອງປະຊາຊົນ ແລະວິສາຫະກິດ. ກໍານົດພັດທະນາຂະແໜງສິນໃນນໍ້າແບບຍືນຍົງ, ຂຸດຄົ້ນການຂຸດຄົ້ນ IUU ແມ່ນໜ້າທີ່ການເມືອງຈຸດສຸມ, ຮີບດ່ວນຂອງຄະນະພັກ, ອໍານາດການປົກຄອງບັນດາແຂວງ, ນະຄອນ, ຕາແສງ, ເມືອງ, ເຂດແຄມທະເລ...
ໂດຍ: ໄຊນີດາ