leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: vov.vn

ຕອນບ່າຍວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດ ເກຼັກ Ioannis Plakiotakis ໃນໂອກາດມາຢ້ຽມຢາມຫວຽດນາມ ແຕ່ວັນທີ 28 ກຸມພາ - 5 ມີນາ 2026.

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກເຮັດໃຫ້ການພົວພັນມິດຕະພາບ ແລະການຮ່ວມມືໃນຫຼາຍກັບ ເກຼັກ ເລິກເຊິ່ງກວ່າອີກ. ທ່ານປະທານສະພາແຫ່ງຊາດ ສະເໜີສອງຝ່າຍສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການຮ່ວມມືໃນຫຼາຍດ້ານລະຫວ່າງສອງປະເທດຜ່ານການຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ທຸກຊ່ອງທາງ.

ສ່ວນທ່ານ Ioannis Plakiotakis ຮອງປະທານສະພາແຫ່ງຊາດ ເກຼັກ ຢັ້ງຢືນວ່າ ເກຼັກ ປາດຖະໜາຢາກຊຸກຍູ້ການຮ່ວມມືຢ່າງຮອບດ້ານຂອງສອງປະເທດໃນທຸກຊ່ອງທາງລັດຖະສະພາ ແລະອຳນາດການປົກຄອງ, ໃນຂອບເຂດ ສປຊ ດ້ວຍບົດບາດເປັນກຳມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ