ຫວຽດນາມ ຈະສ້າງເງື່ອນໄຂເພື່ອໃຫ້ກຸ່ມບໍລິສັດ Amazon ເປີດກວ້າງການຮ່ວມມືດໍາເນີນທຸລະກິດຢູ່ຫວຽດນາມ
ກປ.ອອນໄລ - ທ່ານພົນເອກ ເລືອງຕາມກວາງ ຢັ້ງຢືນວ່າ ກະຊວງຕໍາຫຼວດຫວຽດນາມ ຈະສ້າງເງື່ອນໄຂເພື່ອໃຫ້ Amazon, ໃນນັ້ນມີ AWS ເປີດກວ້າງການລົງທຶນ, ເຄື່ອນໄຫວປົກກະຕິ ແລະປະຕິບັດຕາມກົດໝາຍຫວຽດນາມ.
    |
 |
|
ທ່ານພົນເອກ ເລືອງຕາມກວາງ ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ຕ້ອນຮັບທ່ານ Kerry Person ຮອງປະທານຮັບຜິດຊອບການພັດທະນາສູນຂໍ້ມູນ, ບໍລິສັດ Amazon Web Services (AWS), ກຸ່ມບໍລິສັດ Amazon. ພາບ: ສໍານັກຂ່າວສານຫວຽດນາມ. |
ວັນທີ 4 ມີນາ, ທີ່ຮ່າໂນ້ຍ, ທ່ານພົນເອກ ເລືອງຕາມກວາງ ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໄດ້ຕ້ອນຮັບທ່ານ Kerry Person ຮອງປະທານຮັບຜິດຊອບການພັດທະນາສູນຂໍ້ມູນ, ບໍລິສັດ Amazon Web Services (AWS), ກຸ່ມບໍລິສັດ Amazon.
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເລືອງຕາມກວາງ ເນັ້ນໜັກວ່າ ຫວຽດນາມ ເປັນຕະຫຼາດທີ່ມີທ່າແຮງບົ່ມຊ້ອນພັດທະນາອັນໃຫຍ່ຫຼວງ, ນອນໃນພື້ນຖານເສດຖະກິດເຕີບໂຕໄວແຖວໜ້າອາຊຽນ, ມີຖັນແຖວວິສະວະກອນຄົ້ນຄວ້າ ແລະພັດທະນາຄຸນນະພາບສູງພ້ອມກັບສະພາບແວດລ້ອມການລົງທຶນທີ່ສະດວກ, ສອດຄ່ອງກັບຄວາມຕ້ອງການເປີດກວ້າງການລົງທຶນ, ດໍາເນີນທຸລະກິດຂອງວິສາຫະກິດອາເມລິກາ; ຢັ້ງຢືນວ່າ ບົນພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອາເມລິກາ, ກະຊວງຕໍາຫຼວດຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ, ໃນນັ້ນມີກຸ່ມບໍລິສັດ Amazon, ເຄື່ອນໄຫວປົກກະຕິ, ສະດວກຢູ່ຫວຽດນາມ ບົນຈິດໃຈປະຕິບັດຕາມກົດໝາຍຫວຽດນາມ ແລະຂໍ້ກໍານົດຂອງກົດໝາຍສາກົນ.
ສ່ວນທ່ານ Kerry Person ຕີລາຄາສູງວິໄສທັດຂອງຫວຽດນາມ ໃນການຊຸກຍູ້ການຫັນເປັນດີຈີຕອນ, ນະວັດຕະກໍາ ແລະສ້າງພື້ນຖານໂຄງລ່າງດີຈີຕອນທີ່ປອດໄພ, ຍືນຍົງ; ພ້ອມທັງຢັ້ງຢືນວ່າ Amazon ໃຫ້ຄໍາໝັ້ນສັນຍາສືບຕໍ່ເປີດກວ້າງການເຄື່ອນໄຫວລົງທຶນ, ຊຸກຍູ້ການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຢູ່ຫວຽດນາມ.
ໂດຍ: ກວຽດເຕິມ