ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນທີ່ຕັ້ງໜ້າຫຼັງຈາກ 10 ປີແຫ່ງການລົງນາມໃນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ EAEU (ລວມມີ ລັດເຊຍ, ເບລາຣຸດ, ກາຊັກສະຖານ, ອາເມເນຍ ແລະກິກີດສະຖານ). ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຖືວ່າ ຕ້ອງສືບຕໍ່ຊຸກຍູ້ການພົວພັນລະຫວ່າງຫວຽດນາມ - EAEU ດ້ວຍບັນດາສັນຍາ, ໂຄງການຮ່ວມມືທີ່ລະອຽດ; ຂຸດຄົ້ນສັນຍາໃຫ້ດີຂຶ້ນ, ເປີດປະຕູຕະຫຼາດຕື່ມອີກ, ຊຸກຍູ້ການຄ້າ, ການລົງທຶນ, ເສີມຂະຫຍາຍບັນດາທ່າແຮງທີ່ເພີ່ມເຕີມເຊິ່ງກັນ ແລະກັນ ດ້ວຍຈິດໃຈແຫ່ງຄວາມສາມັກຄີ ເພື່ອມີກໍາລັງແຮງ, ການຮ່ວມມືເພື່ອມີແຫຼ່ງກໍາລັງ, ແລກປ່ຽນເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະຜົນປະໂຫຍດທີ່ກົມກຽວ ແລະແບ່ງປັນຄວາມສ່ຽງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບທ່ານ Bakytzhan Sagintayev ປະທານສະພາຄະນະກຳມະການເສດຖະກິດ ອາຊີ-ເອີລົບ. ພາບ: ສໍານັກຂ່າວສານຫວຽດນາມ

ເພື່ອຊຸກຍູ້ການຮ່ວມມືສອງຝ່າຍລະຫວ່າງຫວຽດນາມ ແລະບັນດາປະເທດ EAEU ເວົ້າລວມໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສືບຕໍ່ຜັນຂະຫຍາຍກົນໄກການຮ່ວມມືລະຫວ່າງສອງຝ່າຍຢ່າງມີປະສິດທິຜົນ ເພື່ອແກ້ໄຂຂໍ້ຕິດຂັດທາງດ້ານເຕັກນິກຢ່າງທັນການ; ບັນດາປະເທດສະມາຊິກ EAEU ພິຈາລະນາຍົກເລີກມາດຕະການປ້ອງກັນລະດັບ ແລະເພີ່ມໂຄຕ້າສຳລັບສິນຄ້າບາງປະເພດໃຫ້ຫວຽດນາມ; ເປີດກວ້າງການນໍາເຂົ້າສິນຄ້າຫວຽດນາມ ທີ່ມີທ່າແຮງ, ຄື: ຜະລິດຕະພັນກະເສດ, ສິນໃນທະເລ, ສິນໃນນໍ້າ, ເອເລກໂຕນິກ...

ສ່ວນທ່ານ Bakytzhan Sagintayev ໄດ້ຕີລາຄາສູງຕໍ່ໝາກຜົນທີ່ໜ້າປະທັບໃຈທີ່ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາໃນການຊຸກຍູ້ການເຕີບໂຕທາງເສດຖະກິດ ແລະສະຖຽນລະພາບເສດຖະກິດມະຫາພາກ; ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການພົວພັນສອງຝ່າຍຈະສືບຕໍ່ໄດ້ຮັບການປັບປຸງ, ພັດທະນາຢ່າງແຂງແຮງ; ໃຫ້ຮູ້ວ່າ ສະມາຊິກ EAEU ທຸກຄົນລ້ວນແຕ່ຢາກເພີ່ມທະວີການຮ່ວມມືກັບຫວຽດນາມ; ຢືນຢັນວ່າ ຫວຽດນາມ ແລະ EAEU ມີຄວາມຕ້ອງການເພີ່ມທະວີການຮ່ວມມືໃນໄລຍະໃໝ່ ແລະຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສອງຝ່າຍແມ່ນໃຫຍ່ຫຼວງຫຼາຍດ້ວຍຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງສູງ.

ໂດຍ: ຈາງຫງວຽນ