ພົນເອກ ຟານວັນຢາງ ກວດກາວຽກງານກະກຽມການເລືອກຕັ້ງຢູ່ແຂວງກາວບັງ
ກປ.ອອນໄລ - ວັນທີ 4 ມີນາ, ຄະນະປະຕິບັດງານຂອງຄະນະປະຈຳສະພາແຫ່ງຊາດ - ສະພາເລືອກຕັ້ງແຫ່ງຊາດ ນໍາໂດຍ ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ດຳເນີນການຕິດຕາມກວດກາວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະການເລືອກຕັ້ງສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ທີ່ແຂວງກາວບັງ.
ຜ່ານການກວດກາຢູ່ບັນດາສະຖານທີ່ເລືອກຕັ້ງ, ຕາງໜ້າຄະນະປະຕິບັັດງານ, ທ່ານພົນເອກ ຟານວັນຢາງ ໄດ້ຕີລາຄາສູງຕໍ່ຈິດໃຈເປັນເຈົ້າການ, ມີຄວາມຮັບຜິດຊອບຂອງແຂວງກາວບັງ ໃນວຽກງານນຳພາ, ຊີ້ນຳ ແລະຈັດຕັ້ງປະຕິບັດໜ້າທີ່ການເລືອກຕັ້ງ. ມາຮອດປະຈຸບັນ, ວຽກງານກະກຽມການເລືອກຕັ້ງຢູ່ແຂວງກາວບັງ ໄດ້ດຳເນີນຢ່າງຄົບຊຸດ, ມີຈຸດສຸມ ແລະຮັບປະກັນຄວາມຄືບໜ້າ, ຖືກຕາມລະບຽບການ. ການສ້າງ ແລະປະກາດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງໄດ້ຮັບການຜັນຂະຫຍາຍໂດຍໄວ ແລະໃນທົ່ວແຂວງ. ວຽກງານກະກຽມການເລືອກຕັ້ງໄດ້ຮັບການຜັນຂະຫຍາຍຢ່າງມີແບບມີແຜນ, ລະດົມການເຂົ້າຮ່ວມຂອງທົ່ວລະບົບການເມືອງ; ກົນໄກສົມທົບກັນລະຫວ່າງອົງການ, ຫົວໜ່ວຍຕ່າງໆໄດ້ຮັບການຮັກສາ, ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດ ທຸກຂັ້ນເປັນຢ່າງດີ.
    |
 |
|
ທ່ານພົນເອກ ຟານວັນຢາງ ກວດກາວຽກງານກະກຽມການເລືອກຕັ້ງຢູ່ຕາແສງ ທູກຟານ, ແຂວງ ກາວບັ່ງ. ພາບ: ຈີຟານ. |
ທ່ານພົນເອກ ຟານວັນຢາງ ໄດ້ສະເໜີໃຫ້ແຂວງກາວບັ່ງ ປະຕິບັດຕາມຄຳສັ່ງເລກທີ 46-CT/TW ລົງວັນທີ 16 ພຶດສະພາ 2025 ແລະບົດສະຫຼຸບຂອງກົມການເມືອງກ່ຽວກັບການນໍາພາການເລືອກຕັ້ງ; ແຜນການເລກທີ 62/KH-HDBCQG ລົງວັນທີ 11 ພະຈິກ 2025 ກ່ຽວກັບການຜັນຂະຫຍາຍປະຕິບັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031, ພ້ອມກັບເອກະສານແນະນຳຂອງສະພາເລືອກຕັ້ງແຫ່ງຊາດ ຢ່າງໃກ້ຊິດ ແລະເຂັ້ມງວດ. ເປັນເຈົ້າການກໍາແໜ້ນສະພາບການ, ຕິດຕາມບໍລິເວນຮາກຖານ; ກະກຽມແຜນການຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງຄົບຖ້ວນ; ຈັດຕັ້ງການເລືອກຕັ້ງແບບປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ປອດໄພ, ເປັນງານບຸນຂອງທົ່ວປວງຊົນຢ່າງແທ້ຈິງ.
ໂດຍ: ຈາງຫງວຽນ