ຄະນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນປະເທດຫວຽດນາມ ນຳໂດຍທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມ ADMM-19.
ປັບປຸງນໍ້າໃຈສາມັກຄີ, ກໍາລັງແຮງຂອງອາຊຽນ
ກ່າວຄໍາເຫັນເປີດກອງປະຊຸມ, ລັດຖະມົນຕີກະຊວງປ້ອງກັນປະເທດມາເລເຊຍ ສະແດງຄວາມຂອບອົກຂອບໃຈບັນດາປະເທດທີ່ໄດ້ໃຫ້ການສະໜັບສະໜູນ ແລະໜູນຊ່ວຍມາເລເຊຍ ໃນປີປະທານອາຊຽນ 2025, ໃນນັ້ນມີການຈັດຕັ້ງກອງປະຊຸມ ADMM-19 ດ້ວຍຫົວຂໍ້ "ຄວາມສາມັກຄີຂອງອາຊຽນ ເພື່ອຄວາມໝັ້ນຄົງ ແລະວັດທະນາຖາວອນ". ທ່ານລັດຖະມົນຕີ Dato' Seri Mohamed Khaled bin Nordin ໄດ້ເນັ້ນໜັກວ່າ ປີ 2025, ດ້ວຍການຜັນແປຫຼາຍຢ່າງໄດ້ທົດສອບຄວາມສາມາດຕ້ານທານຂອງບັນດາພື້ນຖານເສດຖະກິດອາຊຽນ. ໃນສະພາບການດັ່ງກ່າວ, ອາຊຽນ ຍັງສືບຕໍ່ຢືນຢູ່ຢ່າງໝັ້ນຄົງ. ລັດຖະມົນຕີກະຊວງປ້ອງກັນປະເທດມາເລເຊຍ ໄດ້ຊົມເຊີຍກຳປູເຈຍ ແລະ ໄທ ທີ່ໄດ້ລົງນາມໃນຂໍ້ຕົກລົງສັນຕິພາບ ກໍ່ຄືເລື່ອງ ຕີມໍ ແລັດສະເຕ ໄດ້ເຂົ້າເປັນສະມາຊິກທີ 11 ຂອງອາຊຽນ ຢ່າງເປັນທາງການ; ແບ່ງປັນຕໍ່ຫວຽດນາມ ແລະ ຟີລິບປິນ ທີ່ໄດ້ຮັບຜົນສະທ້ອນຈາກໄພພິບັດທຳມະຊາດທີ່ຜ່ານມາ.
    |
 |
|
ຄະນະຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 19 ຢູ່ມາເລເຊຍ. ພາບ: qdnd.vn |
ຕາງໜ້າຄະນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ຫວຽດນາມ ໄດ້ສະໜັບສະໜູນຢູ່ລະດັບສູງສຸດເພື່ອໃຫ້ມາເລເຊຍ ປະຕິບັດສໍາເລັດໜ້າທີ່ເປັນປະທານອາຊຽນ 2025; ສືບຕໍ່ປັບປຸງຄວາມສາມັກຄີ, ກໍາລັງແຮງຂອງອາຊຽນ ເພື່ອເປັນເຈົ້າການຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງໃນພາກພື້ນຢ່າງມີໄຫວພິບ ເພື່ອພາກພື້ນທີ່ສັນຕິພາບ, ຄວາມໝັ້ນຄົງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ກອງປະຊຸມ ADMM-19 ໄດ້ຮັບຟັງບົດລາຍງານກ່ຽວກັບຜົນຂອງກອງປະຊຸມເຈົ້າໜ້າທີ່ປ້ອງກັນປະເທດອາວຸໂສອາຊຽນ (ADSOM); ຮັບຮອງເອກະສານຂໍ້ລິເລີ່ມໃໝ່ 8 ສະບັບໃນ ADMM; ອະນຸມັດການຈັດກອງປະຊຸມສໍາມະນາກ່ຽວກັບຄວາມໝັ້ນຄົງທາງໄຊເບີການເດີນທະເລ - ໂຄງການຜັນຂະຫຍາຍເອກະສານນິຍາມທັດສະນະຂອງອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ ຈາກມູມມອງດ້ານປ້ອງກັນຊາດ; ຈັດຕັ້ງກອງປະຊຸມສໍາມະນາການຮ່ວມມືອຸດສາຫະກຳປ້ອງກັນຊາດ ອາຊຽນ-ສ.ເກົາຫຼີ; ຈັດຕັ້ງການພົບປະບໍ່ເປັນທາງການຂອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ+1, ຈັດຕັ້ງການຝຶກຊ້ອມການເດີນທະເລ ອາຊຽນ+1; ເຫັນດີເປັນເອກະພາບກ່ຽວກັບລາຍການດໍາເນີນງານຂອງກອງປະຊຸມ ADMM+ ຄັ້ງທີ 12 ທີ່ຈັດຂຶ້ນໃນວັນທີ 1 ພະຈິກ.
ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ກ່ຽວກັບການຜັນຂະຫຍາຍແຜນການຍຸດທະສາດປະຊາຄົມການເມືອງ-ຄວາມໝັ້ນຄົງ ອາຊຽນ ຂອງວິໄສທັດປະຊາຄົມອາຊຽນ 2045 ແລະຖະແຫຼງການຮ່ວມ ກົວລາລຳເປີ ຂອງ ADMM ກ່ຽວກັບອາຊຽນ ສາມັກຄີເພື່ອຄວາມໝັ້ນຄົງ ແລະວັດທະນາຖາວອນ. ໃນນັ້ນ, ຖະແຫຼງການຮ່ວມ ກົວລາລຳເປີ ຂອງ ADMM ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາບົດບາດນຳໜ້າຂອງອາຊຽນ, ເຊັ່ນດຽວກັນກັບ ADMM ແລະ ADMM+ ໃນການຮ່ວມມືດ້ານຄວາມໝັ້ນຄົງໃນພາກພື້ນ; ຢືນຢັນຄຳໝັ້ນສັນຍາທີ່ເພີ່ມທະວີການຮ່ວມມືໃນຂົງເຂດຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ ແລະໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາການຮ່ວມມືທີ່ເປີດເຜີຍ, ໂປ່ງໃສ ແລະຍອມຮັບກັບຄູ່ຮ່ວມມືເຈລະຈາ; ຮຽກຮ້ອງໃຫ້ມີການປະຕິບັດຢ່າງຄົບຖ້ວນຂອງຄວາມເຫັນດີເຫັນພ້ອມ 5 ຂໍ້ທີ່ບັນດາການນໍາອາຊຽນ ໄດ້ວາງອອກເພື່ອແກ້ໄຂບັນຫາມຽນມາ.
ອາຊຽນ - ຈີນ ມຸ່ງໄປເຖິງອະນາຄົດ
ໃນຂອບເຂດການເຂົ້າຮ່ວມ ADMM-19, ໃນມື້ດຽວກັນ, ທ່ານພົນເອກ ຟານວັນຢາງ ໄດ້ເຂົ້າຮ່ວມງານລ້ຽງອາຫານທ່ຽງລະຫວ່າງບັນດາລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ແລະລັດຖະມົນຕີກະຊວງປ້ອງກັນປະເທດຈີນ.
    |
 |
|
ທ່ານພົນເອກ ຟານວັນຢາງ ແລະທ່ານ Dong Jun ລັດຖະມົນຕີກະຊວງປ້ອງກັນປະເທດຈີນ . ພາບ: qdnd.vn |
ທີ່ເຫດການ, ທ່ານພົນໂທ Dong Jun ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ໄດ້ເນັ້ນໜັກວ່າ ການຮ່ວມມືດ້ານປ້ອງກັນຊາດ ຈີນ-ອາຊຽນ ນັບມື້ນັບແທດຈິງ, ມີປະສິດທິຜົນ, ປະກອບສ່ວນເຂົ້າໃນການຮັກສາຄວາມໝັ້ນຄົງ, ສະຖຽນລະພາບ ແລະການພັດທະນາໃນພາກພື້ນ. ເນື່ອງໃນໂອກາດນີ້, ບັນດາຜູ້ແທນໄດ້ຫວນຄືນຜົນງານ ແລະບົດຮຽນທີ່ປະສົບຜົນສຳເລັດຂອງການຮ່ວມມືດ້ານປ້ອງກັນຊາດ ອາຊຽນ-ຈີນ, ແບ່ງປັນບັນຫາທີ່ ຕ່າງຝ່າຍຕ່າງມີຄວາມສົນໃຈ ກໍ່ຄືສະເໜີທິດທາງໃນການນຳເອົາການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍມຸ່ງໄປເຖິງອະນາຄົດ.
ກ່າວຄຳປາໄສທີ່ເຫດການ, ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ຫວຽດນາມ ສະໜັບສະໜູນ ຄວາມພະຍາຍາມໃນການຊຸກຍູ້ການຮ່ວມມືທີ່ແທ້ຈິງ, ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງຝ່າຍຢ່າງແຂງແຮງ. ຕາມນັ້ນແລ້ວ, ຫວຽດນາມ ຊົມເຊີຍ ແລະສະໜັບສະໜູນແຜນການຈັດຕັ້ງການຝຶກຊ້ອມຮ່ວມການເດີນທະເລ ອາຊຽນ-ຈີນ ຄັ້ງທີ 2, ຖື ນີ້ ແມ່ນມາດຕະການເພື່ອເພີ່ມທະວີກໍາລັງຄວາມສາມາດໃນການປະສານງານ, ສະແດງໃຫ້ເຫັນຄຳ ໝັ້ນສັນຍາຂອງອາຊຽນ ແລະ ຈີນ ໃນການຊຸກຍູ້ການສົ່ງເສີມການຮ່ວມມືດ້ານປ້ອງກັນປະເທດທີ່ແທ້ຈິງ. ຫວຽດນາມ ຕີລາຄາສູງ ແລະສະໜັບສະໜູນການ ເລື່ອງຈີນເຂົ້າຮ່ວມ ຂໍ້ລິເລີ່ມພື້ນຖານໂຄງລ່າງສາຍຕິດຕໍ່ໂດຍກົງຂອງອາຊຽນ (ADI); ເຊື່ອໝັ້ນວ່າ ນີ້ແມ່ນບາດກ້າວທີ່ສຳຄັນເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ແບ່ງປັນຂໍ້ມູນຂ່າວສານຢ່າງທັນການ, ຊ່ວຍຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານໃນພາກພື້ນ, ໃນນັ້ນມີຄວາມໝັ້ນຄົງການເດີນທະເລຢ່າງມີປະສິດທິຜົນ.
ຫວຽດນາມ ສະໜັບສະໜູນ ແລະພ້ອມແລ້ວທີ່ຈະເຂົ້າຮ່ວມ ຂໍ້ລິເລີ່ມການຮ່ວມມື ໂດຍ ຈີນ ສະເໜີຢ່າງຕັ້ງໜ້າ, ພິເສດແມ່ນການພົບປະແລກປ່ຽນນາຍທະຫານໜຸ່ມອາຊຽນ-ຈີນ ແລະການພົບປະແລກປ່ຽນສະຖາບັນຄົ້ນຄວ້າປ້ອງກັນປະເທດອາຊຽນ-ຈີນ, ຖືນີ້ແມ່ນບັນດາຊ່ອງທາງທີ່ມີປະສິດທິຜົນເພື່ອໃຫ້ການນໍາລຸ້ນຕໍ່ໄປ ແລະ ນັກຮຽນຮູ້ດ້ານປ້ອງກັນປະເທດ ເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ. ຫວຽດນາມ ສະໜັບສະໜູນຈີນ ແລະ ບຣູໄນ ປະຕິບັດໃຫ້ສຳເລັດ ການເປັນປະທານຮ່ວມຂອງກຸ່ມຜູ້ຊ່ຽວຊານ ADMM+ ກ່ຽວກັບການຮັກສາສັນຕິພາບສຳລັບໄລຍະ 2024-2027.
ຊຸກຍູ້ການຮ່ວມມືດ້ານການປ້ອງກັນຊາດລະຫວ່າງຫວຽດນາມ ແລະບັນດາປະເທດ
ໃນວັນທີ 31 ມັງກອນ, ທ່ານພົນເອກ ຟານວັນຢາງ ແລະ ທ່ານພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດລາວ; ທ່ານພົນເອກ Tea Seiha ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ໄດ້ມີການພົບປະຢູ່ນອກກອງປະຊຸມ ADMM-19 ແລະ ADMM+ ຄັ້ງທີ 12. ນີ້ແມ່ນຄັ້ງທຳອິດທີ່ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ລາວ ແລະ ກຳປູເຈຍ ໄດ້ພົບປະກັນໃນກອງປະຊຸມຫຼາຍຝ່າຍ.
    |
 |
|
ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ລາວ ແລະ ກຳປູເຈຍ ໃນກອງປະຊຸມສາມຝ່າຍເນື່ອງໃນໂອກາດເຂົ້າຮ່ວມ ADMM-19. ພາບ: qdnd.vn |
ໃນການພົບປະ, ລັດຖະມົນຕີກະຊວງປ້ອງກັນປະເທດຂອງສາມປະເທດໄດ້ຢືນຢັນວ່າ ການຮ່ວມມືລະຫວ່າງສາມປະເທດໄດ້ຮັບການຊຸກຍູ້. ພິເສດ, ການຮ່ວມມືດ້ານການປ້ອງກັນຊາດ, ຄວາມໝັ້ນຄົງຍາມໃດກໍ່ແມ່ນເສົາຄ້ຳທີ່ສຳຄັນໃນສາຍພົວພັນລວມລະຫວ່າງສາມປະເທດ. ເພື່ອສືບຕໍ່ນໍາການຮ່ວມມືດ້ານການປ້ອງກັນຊາດລະຫວ່າງສາມປະເທດໃນໄລຍະຈະມາເຖິງ, ລັດຖະມົນຕີກະຊວງປ້ອງກັນປະເທດຂອງສາມປະເທດໄດ້ຕົກລົງເຫັນດີກ່ຽວກັບເນື້ອໃນການຮ່ວມມືຢ່າງແທດຈິງ, ໃນນັ້ນຖືເປັນສໍາຄັນການໂຄສະນາ, ການສຶກສາອົບຮົມໃຫ້ແກ່ກອງທັບ ແລະປະຊາຊົນ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບຄວາມຈິງທາງປະຫວັດສາດ, ຄວາມໝາຍ ແລະຄວາມສຳຄັນຂອງຄວາມສາມັກຄີຂອງສາມປະເທດຕໍ່ຊະຕາກຳຂອງແຕ່ລະປະເທດ.
* ກ່ອນໜ້ານີ້, ທ່ານລັດຖະມົນຕີຫວຽດນາມ ໄດ້ພົບປະສອງຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ.
    |
 |
|
ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ພາບ: qdnd.vn |
ໃນການພົບປະກັບລັດຖະມົນຕີກະຊວງປ້ອງກັນປະເທດລາວ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມປິຕິຊົມຊື່ນ ເມື່ອເຫັນວ່າ ບັນດາເນື້ອໃນຂອງອະນຸສັນຍາຮ່ວມມືໄລຍະ 2025-2029 ແລະແຜນການຮ່ວມມື ປີ 2025 ອົງການສອງຝ່າຍໄດ້ສົມທົບກັນ, ຜັນຂະຫຍາຍຢ່າງມີປະສິດທິຜົນ, ແທດຈິງໃນດ້ານຕ່າງໆ, ຄື: ການປະສານສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດວຽກງານໂຄສະນາ, ການສຶກສາອົບຮົມກ່ຽວກັບການພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງຫວຽດນາມ ແລະ ລາວ ເປັນຢ່າງດີ; ແລກປ່ຽນຂໍ້ມູນ, ສະພາບການ, ຜ່ານນັ້ນເປັນເສນາທິການຢ່າງມີປະສິດທິຜົນໃຫ້ແກ່ການນໍາພັກ, ລັດກ່ຽວກັບບັນຫາຍຸດທະສາດທີ່ສົ່ງຜົນກະທົບຕໍ່ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ; ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ, ພະລາທິການ, ເຕັກນິກ, ອຸດສາຫະກຳປ້ອງກັນຊາດໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້.
ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຄຳລຽງ ອຸທະໄກສອນ ໄດ້ເຫັນດີມອບໝາຍໃຫ້ອົງການທີ່ກ່ຽວຂ້ອງຂອງທັງສອງຝ່າຍເປັນເຈົ້າການສົມທົບກັນສະຫຼຸບຜົນຂອງການຜັນຂະຫຍາຍແຜນການຮ່ວມມືປີ 2025, ສ້າງແຜນການຮ່ວມມືປີ 2026 ເພື່ອລົງນາມໃນໄລຍະຈະມາເຖິງ.
    |
 |
|
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ Tea Seiha ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ. ພາບ: qdnd.vn |
ໃນການພົບປະກັບລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ Tea Seiha ໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນດ້ານປ້ອງກັນຊາດສອງຝ່າຍນັບມື້ນັບພັດທະນາຢ່າງດີງາມກວ່າເກົ່າ. ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສ, ກົນໄກຫຼາຍຝ່າຍ ແລະກິດຈະກຳການເຄື່ອນໄຫວຂອງສາກົນທີ່ແຕ່ລະຝ່າຍຈັດຕັ້ງ. ສອງຝ່າຍໄດ້ຕົກລົງ ສືບຕໍ່ມານະພະຍາຍາມເພື່ອນໍາການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ, ເພື່ອປັບປຸງທີ່ຕັ້ງໃຫ້ເປັນໜຶ່ງໃນບັນດາເສົາຄ້ຳທີ່ສຳຄັນໃນການພົວພັນຫວຽດນາມ-ກຳປູເຈຍ; ຍູ້ໄວການກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ-ກຳປູເຈຍ ຄັ້ງທີ 2 ທີ່ຈະມາເຖິງນີ້.
ໂດຍ: ຈາງຫງວຽນ