ທີ່ການພົບປະສອງຝ່າຍ, ທ່ານປະທານປະເທດ ເລືອງເກື່ອງ ແລະທ່ານປະທານາທິບໍດີ Lee Jae Myung ໄດ້ເຫັນດີເປັນເອກະພາບສືບຕໍໍ່ຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການພົບປະແລກປ່ຽນຂັ້ນສູງ ແລະທຸກຂັ້ນຜ່ານຫຼາຍຊ່ອງທາງ, ສົມທົບກັນຜັນຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວ ແລະຊຸກຍູ້ການຜັນຂະຫຍາຍບັນດາເອກະສານຮ່ວມມືທີ່ໄດ້ລົງນາມລະຫວ່າງສອງປະເທດຢ່າງມີເນື້ອແທ້; ໃຫ້ຄຳໝັ້ນສັນຍາຍູ້ແຮງການຮ່ວມມືດ້ານເສດຖະກິດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສອດຄ່ອງກັບເປົ້າໝາຍພັດທະນາຂອງສອງຝ່າຍ, ສ້າງບາດກ້າວຫັນປ່ຽນອັນໃຫຍ່ຫຼວງ ແລະແທດຈິງໃນການຮ່ວມມື.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Lee Jae Myung ປະທານາທິບໍດີ ສ.ເກົາຫຼີ. ພາບ: qdnd.vn

ທ່ານປະທານປະເທດ ເລືອງເກື່ອງ ສະເໜີສອງຝ່າຍພ້ອມກັນສົມທົບຜັນຂະຫຍາຍບັນດາມາດຕະການຢ່າງແທດຈິງ ເພື່ອປະຕິບັດສຳເລັດເປົ້າໝາຍນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 150 ຕື້ໂດລາສະຫະລັດ ໃນປີ 2030 ຕາມທິດສົມດຸນ, ຍືນຍົງໂດຍໄວ; ພ້ອມທັງຢືນຢັນວ່າ ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ສ.ເກົາຫຼີ ມີຄວາມອຸ່ນອ່ຽນໃຈລົງທຶນອັນຍາວນານຢູ່ ຫວຽດນາມ.

ສ່ວນທ່ານປະທານາທິບໍດີ Lee Jae Myung ເນັ້ນໜັກວ່າ ສ.ເກົາຫຼີ ສືບຕໍ່ຖື ຫວຽດນາມ ເປັນຄູ່ຮ່ວມມືຍຸດທະສາດສຳຄັນໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ; ຢືນຢັນຈະເປີດກວ້າງຂະແໜງອາຊີບທີ່ຮັບເອົາແຮງງານຫວຽດນາມ; ເຫັນດີເປັນເອກະພາບການຮ່ວມມືຖ່າຍທອດເຕັກໂນໂລຢີ ແລະພັດທະນາອຸດສາຫະກໍາສຳຮອງຢູ່ຫວຽດນາມ; ພ້ອມທັງປາດຖະໜາຢາກສືບຕໍ່ໜູນຊ່ວຍໃຫ້ວິສາຫະກິດ ສ.ເກົາຫຼີ ເປີດກວ້າງການລົງທຶນເຂົ້າຫວຽດນາມ, ເປັນຕົ້ນແມ່ນໃນບັນດາຂົງເຂດທີ່ສຳຄັນ, ຄື: ພື້ນຖານໂຄງລ່າງ, ພະລັງງານ, ກໍ່ສ້າງຕົວເມືອງໃໝ່...

ໂດຍ: ໄຊຊະນະ