*ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຊົມເຊີຍທ່ານ Denny Abdi ເອກອັກຄະລັດຖະທູດອິນໂດເນເຊຍ ທີ່ໄດ້ສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສສ ຫວຽດນາມ ແລະໄດ້ຮັບການແຕ່ງຕັ້ງເປັນເລຂາທິການໃຫຍ່ກະຊວງການຕ່າງປະເທດອິນໂດເນເຊຍ. ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດໃນການຊຸກຍູ້ການພັດທະນາຢ່າງແຮງຂອງການພົວພັນລະຫວ່າງສອງປະເທດໃນຊຸມປີມໍ່ໆມານີ້.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Denny Abdi ເອກອັກຄະລັດຖະທູດອິນໂດເນເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເອກອັກຄະລັດຖະທູດ Denny Abdi ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຍາມໃດກໍ່ສະໜັບສະໜູນຫວຽດນາມ - ບ້ານເກີດເມືອງນອນທີສອງຂອງເອກອັກຄະລັດຖະທູດ ແລະເພີ່ມພູນຄູນສ້າງໃຫ້ການພົວພັນຫວຽດນາມ-ອິນໂດເນເຊຍ. ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນວ່າປະຊາຊົນສອງປະເທດ, ເປັນຕົ້ນແມ່ນຮຸ້ນໜຸ່ມຂອງສອງປະເທດ ຈະມີຄວາມພາກພູມໃຈ ແລະສືບຕໍ່ຊຸກຍູ້ການພົວພັນຫວຽດນາມ-ອິນໂດເນເຊຍ ກໍ່ຄືໃນອາຊຽນ ໃຫ້ພັດທະນານັບມື້ນັບດີງາມກວ່າ, ປະກອບສ່ວນເຂົ້າໃນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະການພັດທະນາໃນພາກພື້ນ ແລະໃນໂລກ.

* ໂດຍຕ້ອນຮັບທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ ທີ່ເຂົ້າຢ້ຽມອຳລາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຊົມເຊີຍ, ຕີລາຄາສູວທ່ານເອກອັກຄະລັດຖະທູດ ທີ່ສຳເລັດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ ໃນເວລາກວ່າ 4 ປີຜ່ານມາ, ປະຕິບັດບົດບາດເປັນຂົວຕໍ່ເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນໃນການຊຸກຍູ້ການພົວພັນສອງປະເທດໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ, ແທດຈິງ ແລະມີປະສິດທິຜົນໃນທຸກຊ່ອງທາງ, ທຸກຂົງເຂດໃນສະພາບການທີ່ມີຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດຈະປະສົບຜົນສຳເລັດໃນໜ້າທີ່ໃໝ່, ຫວັງວ່າ ທ່ານເອກອັກຄະລັດຖະທູດຈະສືບຕໍ່ປະກອບສ່ວນຫຼາຍຂຶ້ນໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສິງກະໂປ ແລະໃຫ້ຮູ້ວ່າ ຝ່າຍຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບທ່ານເອກອັກຄະລັດຖະທູດ ກັບມາຢ້ຽມຢາມຫວຽດນາມ ເມື່ອມີໂອກາດທີ່ເໝາະສົມ.

ໂດຍ: ຈາງຫງວຽນ