ທີ່ການພົບປະ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ ສີຈີນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ຕ່າງກໍຢັ້ງຢືນ ສອງຝ່າຍຍາມໃດກໍຖືການພັດທະນາການພົວພັນ ຫວຽດນາມ-ຈີນ, ຈີນ-ຫວຽດນາມ ເປັນສຳຄັນ. ສອງຝ່າຍຕົກລົງເປັນເອກະພາບສືບຕໍ່ເພີ່ມທະວີການພົວພັນແລກປ່ຽນ, ພົບປະຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ສະໜັບສະໜູນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການຮ່ວມມືແທດຈິງ, ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ຊຸກຍູ້ການພົວພັນ ຫວຽດນາມ-ຈີນ ພັດທະນາເປັນປົກກະຕິ, ປອດໃສ, ຍືນຍົງ ແລະນັບມື້ນັບເຂົ້າສູ່ລວງເລິກ. ສອງຝ່າຍກໍແລກປ່ຽນກ່ຽວກັບບັນຫາທະເລ ແລະບັນຫາສາກົນ, ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ຕົກລົງເຫັນດີສືບຕໍ່ຄວບຄຸມ ແລະແກ້ໄຂບັນດາຄວາມບໍ່ລົງລອຍກັນໃຫ້ສົມເຫດສົມຜົນ, ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພົບປະກັບທ່ານ ສີຈີນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ພາບ: ສໍານັກຂ່າວສານຫວຽດນາມ

ກໍໃນວັນດຽວກັນ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ມີການພົບປະກັບທ່ານຫົວໜ້າຄະນະຜູ້ແທນບັນດາປະເທດ ປາປົວ ນິວກີເນ, ເປຣູ ແລະຫົວໜ້າເຂດປົກຄອງພິເສດ ຮົ່ງກົງ, ຫົວໜ້າຄະນະຜູ້ແທນ ຮົ່ງກົງ, ຈີນ.

ໃນການພົບປະຄັ້ງຕ່າງໆ, ບັນດາຄູ່ຮ່ວມມືລ້ວນແຕ່ເຫັນດີເປັນເອກະພາບເພີ່ມທະວີການພົວພັນສອງຝ່າຍຢ່າງແທດຈິງ, ມີປະສິດທິຜົນກັບ ຫວຽດນາມ, ໃນນັ້ນ ໃຫ້ບຸລິມະສິດໃນບັນດາຂົງເຂດທີ່ມີທ່າແຮງ ແລະ ຄວາມຕ້ອງການຂອງແຕ່ລະຝ່າຍ, ເຊັ່ນ: ເສດຖະກິດ, ການຄ້າ, ວິທະຍາສາດ - ເຕັກໂນໂລຢີ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ, ການຮ່ວມມື ເພື່ອຮັບມືກັບບັນດາບັນຫາລວມເຊັ່ນ ການປ່ຽນແປງຂອງດິນຟ້າອາກາດ, ປ້ອງກັນຕ້ານໄພພິບັດທຳມະຊາດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ.

ຕອນຄ່ຳວັນທີ 31 ຕຸລາ, ທ່ານປະທານາທິບໍດີ ສ.ເກົາຫຼີ ແລະ ພັນລະຍາ ໄດ້ຈັດງານລ້ຽງຕ້ອນຮັບບັນດາການນຳ APEC ທີ່ເຂົ້າຮ່ວມກອງປະຊຸມ ຢ່າງສົມກຽດ.

ໂດຍ: ກວຽດເຕິມ