ປະດັບຫຼຽນໄຊມິດຕະພາບໃຫ້ແກ່ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ຫວຽດນາມ
ກປ.ອອນໄລ - ຕອນເຊົ້າຂອງວັນທີ 31 ຕຸລາ, ທີ່ຮ່າໂນ້ຍ, ໂດຍໄດ້ຮັບການມອບສິດຈາກປະທານປະເທດແຫ່ງ ສສ ຫວຽດນາມ, ທ່ານ ຫງວຽນແມ້ງເກື່ອງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ປະດັບຫຼຽນໄຊມິດຕະພາບຂອງລັດຫວຽດນາມ ໃຫ້ແກ່ທ່ານ Denny Abdi ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ຫວຽດນາມ, ເພື່ອແນໃສ່ຮັບຮູ້ ແລະເຊີດຊູການປະກອບສ່ວນອັນດີເດັ່ນຂອງທ່ານເອກອັກຄະລັດຖະທູດໃນການປັບປຸງ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ອິນໂດເນເຊຍ ໃນເວລາທີ່ປະຕິບັດໜ້າທີ່ການທູດຜ່ານມາ.
ທີ່ພິທີ, ທ່ານຮອງລັດຖະມົນຕີ ຫງວຽນແມ້ງເກື່ອງ ໄດ້ຕີລາຄາສູງຂໍ້ລິເລີ່ມ, ຄວາມມານະພະຍາຍາມຂອງທ່ານເອກອັກຄະລັດຖະທູດ ໃນການຊຸກຍູ້ການຮ່ວມມືຮອບດ້ານໃນຂົງເຂດການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການພົບປະແລກປ່ຽນປະຊາຊົນ ແລະການຮ່ວມມືສອງຝ່າຍໃນຂອບເຂດອາຊຽນ, ປະກອບສ່ວນຍົກລະດັບການພົວພັນ ຫວຽດນາມ-ອິນໂດເນເຊຍ ໃຫ້ພັດທະນານັບມື້ນັບແທດຈິງ ແລະມີປະສິດທິຜົນ.
    |
 |
|
ທ່ານ ຫງວຽນແມ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ປະດັບຫຼຽນໄຊມິດຕະພາບໃຫ້ທ່ານ Denny Abdi ເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳ ຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ. |
ທ່ານເອກອັກຄະລັດຖະທູດ Denny Abdi ໄດ້ສະແດງຄວາມເປັນກຽດເມື່ອໄດ້ຮັບລາງວັນອັນສູງສົ່ງຈາກລັດຫວຽດນາມ, ສົ່ງຄຳຂອບໃຈຢ່າງຈິງໃຈມາຍັງການນໍາຂອງພັກ, ລັດ, ກະຊວງການຕ່າງປະເທດ ແລະປະຊາຊົນຫວຽດນາມ ທີ່ຍາມໃດກໍ່ສະຫງວນການສະໜັບສະໜູນ ແລະຮ່ວມມືຢ່າງແໜ້ນແຟ້ນໃຫ້ແກ່ທ່ານເອກອັກຄະລັດຖະທູດໃນຕະຫຼອດເວລາທີ່ທ່ານດຳລົງຕຳແໜ່ງ. ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ຈະສືບຕໍ່ປະກອບສ່ວນເຂົ້າໃນການປັບປຸງ ແລະເພີ່ມພູນຄູນສ້າງການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງອິນໂດເນເຊຍ ແລະ ຫວຽດນາມ, ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ ກໍ່ຄືການພັດທະນາຂອງປະຊາຄົມອາຊຽນ.
ໂດຍ: ຈາງຫງວຽນ