    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄໍາເຫັນທີ່ການເຮັດວຽກກັບການນໍາ ນະຄ້ອນເຫ້ວ. ພາບ: ສໍານັກຂ່າວສານຫວຽດນາມ. |
ພາຍຫຼັງຮັບຟັງການລາຍງານກ່ຽວກັບວຽກງານຜັນຂະຫຍາຍປະຕິບັດການຮັບມື ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນ້ຳຖ້ວມ, ດິນເຈື່ອນຢູ່ບໍລິເວນນະຄອນເຫ້ວ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງນະຄອນ ໃນວຽກງານປ້ອງກັນ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນ້ຳຖ້ວມ, ຮັບປະກັນຄວາມຮຽກຮ້ອງຕ້ອງການ ແລະຄຳແນະນຳຂອງສູນກາງ; ເປັນເຈົ້າການຖອດຖອນບົດຮຽນ, ສາເຫດທີ່ສອດຄ່ອງກັບສະພາບການຕົວຈິງຂອງທ້ອງຖິ່ນ.
ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ສູນກາງ, ແນວໂຮມປະເທດຊາດຫວຽດນາມ, ບັນດາຂະແໜງການ, ທ້ອງຖິ່ນ ໄດ້ເສີມຂະຫຍາຍຈິດໃຈສາມັກຄີ, ພ້ອມກັບການໜູນຊ່ວຍຂອງເພື່ອນມິດສາກົນໄດ້ໜູນຊ່ວຍຢ່າງທັນການເພື່ອທົດແທນຄວາມເສຍຫາຍຂອງປະຊາຊົນ. ບັນດາທ້ອງຖິ່ນປະຕິບັດທິດນໍາ 4 ຢູ່ກັບທີ່ເປັນຢ່າງດີ, ດ້ວຍການໜູນຊ່ວຍຂອງບັນດາກໍາລັງກອງທັບ, ຕຳຫຼວດ, ຊາວໜຸ່ມເປັນກຳລັງປະຈັນບານ ເພື່ອແນະນໍາປະຊາຊົນຍົກຍ້າຍ, ສະໜອງສະບຽງອາຫານ, ທັນຍາຫານ, ນ້ຳດື່ມ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມຢ່າງທັນການ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກ, ຊ່ວຍປະຊາຊົນ ມີຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິໂດຍໄວ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ລົງເຂດຖືກຕັດຂາດຍ້ອນຝົນຕົກນໍ້າຖ້ວມທີ່ບ້ານ ຄວງຟໍດົງ, ຕາແສງກວ໋າງດ່ຽນ, ນະຄອນເຫ້ວ. ພາບ: ສໍານັກຂ່າວສານຫວຽດນາມ. |
* ຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະຄະນະປະຕິບັດງານສູນກາງ ໄດ້ລົງຢ້ຽມຢາມຖາມຂ່າວ ແລະມອບຂອງຂວັນໃຫ້ປະຊາຊົນນະຄອນເຫ້ວ, ພິເສດແມ່ນຜູ້ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກຝົນຕົກນ້ຳຖ້ວມຄັ້ງປະຫວັດສາດທີ່ຜ່ານມາ.
ຢູ່ຕາແສງ ກວ໋າງດ່ຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ລົງຢ້ຽມຢາມຖາມຂ່າວ ແລະໃຫ້ກຳລັງໃຈບັນດາຄອບຄົວຢູ່ບ້ານ ຄວງຟໍດົງ - ບໍລິເວນຖືກຕັດຂາດ ຍ້ອນຝົນຕົກນ້ຳຖ້ວມໃນຊຸມວັນຜ່ານມາ. ທີ່ນີ້, ທ່ານເລຂາທິການໃຫຍ່ ໄດ້ຢ້ຽມຢາມຖາມຂ່າວ ແລະແບ່ງປັນຢ່າງເລິກເຊິ່ງກ່ຽວກັບຄວາມເສຍຫາຍ ແລະການສູນເສຍຍ້ອນຝົນຕົກນ້ຳຖ້ວມກໍ່ຂຶ້ນ ແລະຫວັງວ່າປະຊາຊົນຈະຜ່ານຜ່າຄວາມຫຍຸ້ງຍາກ ແລະເຮັດໃຫ້ຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິໂດຍໄວ.
    |
 |
|
ຕາງໜ້າການນຳພັກ, ລັດ, ທ່ານເລຂາທິການໃຫຍ່ ໂຕເລິມ ມອບເງິນ 100 ຕື້ດົ່ງ ແລະເຂົ້າສານ 200 ໂຕນ ໜູນຊ່ວຍ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນໍ້າຖ້ວມໃຫ້ນະຄອນເຫ້ວ. ພາບ: ສໍານັກຂ່າວສານຫວຽດນາມ. |
ເນື່ອງໃນໂອກາດນີ້, ເພື່ອແບ່ງປັນຄວາມຫຍຸ້ງຍາກ, ຄວາມເສຍຫາຍອັນໃຫຍ່ຫຼວງກັບປະຊາຊົນນະຄອນເຫ້ວ ຍ້ອນຜົນສະທ້ອນຈາກໄພນ້ຳຖ້ວມ, ປະກອບສ່ວນຊ່ວຍປະຊາຊົນນະຄອນເຫ້ວ ມີຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິໂດຍໄວ, ຟື້ນຟູເສດຖະກິດ-ສັງຄົມພາຍຫຼັງໄພພິບັດທຳມະຊາດ, ຕາງໜ້າການນຳພັກ, ລັດ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມອບເງິນຊ່ວຍເຫຼືອ 100 ຕື້ດົ່ງ ແລະເຂົ້າສານ 200 ໂຕນ ໃຫ້ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນນະຄອນ ເຫ້ວ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມຖາມຂ່າວ ແລະມອບຂອງຂວັນໃຫ້ປະຊາຊົນຕາແສງ ກວ໋າງດ່ຽນ, ນະຄອນເຫ້ວ. ພາບ: ສໍານັກຂ່າວສານຫວຽດນາມ. |
ໃນໂອກາດລົງຢ້ຽມຢາມຖາມຂ່າວ, ແບ່ງປັນກັບປະຊາຊົນຕາແສງກວ໋າງດ່ຽນ, ຕາງໜ້າການນຳພັກ, ລັດ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມອບຂອງຂວັນ 45 ພູດໃຫ້ບັນດາຄອບຄົວທີ່ປະສົບຄວາມຫຍຸ້ງຍາກພິເສດ, ຖືກຜົນສະທ້ອນອັນໜັກໜ່ວງຈາກຝົນຕົກນ້ຳຖ້ວມ. ທ່ານນາງ ຫງວຽນທິທູຮ່າ ຮອງປະທານ-ເລຂາທິການໃຫຍ່ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ມອບເງິນຊ່ວຍເຫຼືອ 20 ຕື້ດົ່ງຂອງຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໃຫ້ປະຊາຊົນນະຄອນເຫ້ວ.
ໂດຍ: ໄຊຊະນະ