5 ກໍານົດທິດໃຫຍ່ສໍາລັບການຮ່ວມມືໃຫ້ APEC

ຕອນເຊົ້າວັນທີ 1 ພະຈິກ, ຢູ່ນະຄອນ Gyeongju, ສ.ເກົາຫຼີ ໄດ້ດຳເນີນວາລະປະຊຸມທີ 2 ກອງປະຊຸມບັນດາການນໍາ APEC ຄັ້ງທີ 32 ດ້ວຍການເຂົ້າຮ່ວມຂອງການນຳ, ຫົວໜ້າຄະນະຜູ້ແທນທີ່ມາຈາກ 21 ພື້ນຖານເສດຖະກິດສະມາຊິກ APEC. ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ດ້ວຍຫົວຂໍ້ “ກະກຽມໃຫ້ອາຊີ-ປາຊີຟິກ ພ້ອມແລ້ວທີ່ຈະໃຫ້ອະນາຄົດ”, ກອງປະຊຸມໄດ້ຢືນຢັນຄວາມຕັດສິນໃຈຂອງບັນດາພື້ນຖານເສດຖະກິດ APEC ເພື່ອສ້າງພາກພື້ນໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມແລ້ວທີ່ຈະປະເຊີນກັບສິ່ງທ້າທາຍ, ການເຕີບໂຕທາງດ້ານເສດຖະກິດແບບຍືນຍົງ ແລະນໍາຜົນປະໂຫຍດມາໃຫ້ປະຊາຊົນ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ເຂົ້າຮ່ວມວາລະປະຊຸມທີ 2 ກອງປະຊຸມບັນດາການນໍາ APEC. ພາບ: APEC 2025 KOREA & Yonhap News

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ສະເໜີ 5 ກຳນົດທິດໃຫຍ່ສຳລັບການຮ່ວມມືໃຫ້ APEC. ຕາມນັ້ນແລ້ວ, ບັນດາສະມາຊິກ APEC ຄວນສ້າງວິໄສທັດຍຸດທະສາດລວມກ່ຽວກັບການພັດທະນາລະບົບຊີວະພາບນະວັດຕະກໍາ ແລະເສີມຂະຫຍາຍບົດບາດນໍາໜ້າໃນການບໍລິຫານເສດຖະກິດດີຈີຕອນ ແລະປັນຍາປະດິດ, ພິເສດແມ່ນການສ້າງບັນທັດຖານທີ່ຈໍາເປັນ ເພື່ອຮັບປະກັນຄວາມດຸ່ນດ່ຽງລະຫວ່າງກໍາລັງໜູນພັດທະນາຂອງ ວິສາຫະກິດກັບສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ແລະຄວາມກ້າວໜ້າທາງດ້ານສັງຄົມ ກໍ່ຄືໂອກາດສະເໝີພາບລະຫວ່າງບັນດາພື້ນຖານເສດຖະກິດ. APEC ກໍ່ຄວນເອົາໃຈໃສ່ເປັນພິເສດເຖິງການສ້າງພື້ນຖານໂຄງລ່າງຢ່າງຄົບຊຸດ, ຍືນຍົງ ແລະລະບົບຊີວະພາບດີຈີຕອນທີ່ປອດໄພ, ເປັນໜ້າໄວ້ເນື້ອເຊື່ອໃຈໃຫ້ການພັດທະນາເສດຖະກິດດີຈີຕອນຢູ່ພາກພື້ນ.

leftcenterrightdel
ບັນຍາກາດທີ່ວາລະປະຊຸມທີ 2 ກອງປະຊຸມບັນດາການນໍາ APEC. ພາບ: APEC 2025 KOREA & Yonhap News

ສິ້ນສຸດກອງປະຊຸມ, ບັນດາການນຳ APEC ໄດ້ຮັບຮອງເອົາຖະແຫຼງການ Gyeongju, ຢືນຢັນຄຳໝັ້ນສັນຍາຢ່າງແຂງແຮງ ເພື່ອຊຸກຍູ້ບັນດາກໍາລັງໜູນການເຕີບໂຕໃໝ່, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງເວທີປາໄສ, ມຸ່ງໄປເຖິງເປົ້າໝາຍສ້າງປະຊາຄົມອາຊີ-ປາຊີຟິກ ເປີດກວ້າງ, ຂະຫຍັນຂັນເຄື່ອນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະສັນຕິພາບ, ເພື່ອຄວາມວັດທະນາຖາວອນຂອງປະຊາຊົນ ແລະຄົນລຸ້ນຫຼັງ.

ກອງປະຊຸມບັນດາການນໍາ APEC ຄັ້ງທີ 32 ໄດ້ສິ້ນສຸດລົງຢ່າງສຳເລັດຜົນ. ບັນດາສະມາຊິກ APEC ຊົມເຊີຍ ສ.ເກົາຫຼີ ໄດ້ຮັບຜົນສຳເລັດໃນການເປັນເຈົ້າພາບຈັດຕັ້ງກອງປະຊຸມຂັ້ນສູງ APEC ຄັ້ງທີ 32 ແລະປີ APEC 2025, ພ້ອມທັງຊົມເຊີຍ ຈີນ ຈະເປັນເຈົ້າພາບຈັດຕັ້ງປີ APEC 2026.

ຍູ້ແຮງການພົວພັນ ແລະການພົບປະແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ-ສ.ເກົາຫຼີ

ຕອນບ່າຍວັນທີ 1 ພະຈິກ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ມາຢ້ຽມຢາມນະຄອນບູຊານ ແລະຕ້ອນຮັບທ່ານ Park Heong Joon ເຈົ້າຄອງນະຄອນບູຊານ.

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ຢືນຢັນຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດແມ່ນຍັງໃຫຍ່ຫຼວງຢູ່ ແລະສອງຝ່າຍພວມຕັ້ງໜ້າຮ່ວມມືປະຕິບັດຜົນສຳເລັດການຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸ 150 ຕື້ໂດລາສະຫະລັດ ໃນປີ 2030 ຕາມທິດດຸ່ນດ່ຽງ ແລະຍືນຍົງ. ທ່ານປະທານປະເທດ ເລືອງເກື່ອງ ສະເໜີໃຫ້ນະຄອນບູຊານ ສືບຕໍ່ຊຸກຍູ້ເປີດກວ້າງການຮ່ວມມືກັບບັນດາແຂວງ, ນະຄອນຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດທີ່ມີທ່າແຮງຂອງນະຄອນບູຊາ ແມ່ນທ່າກໍາປັ່ນທະເລ, ຕໍ່ກໍາປັ່ນ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Park Heong Joon ເຈົ້າຄອງ ນະຄອນບູຊານ. ພາບ: qdnd.vn

ສ່ວນທ່ານ Park Heong Joon ໃຫ້ຄຳໝັ້ນສັນຍາວ່າ ນະຄອນບູຊານ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບນະຄອນໂຮ່ຈີມິນ ແລະບັນດາແຂວງ, ນະຄອນຂອງຫວຽດນາມ ເພື່ອເພີ່ມທະວີການຮ່ວມມືແທດຈິງໃນບັນດາຂົງເຂດເຊິ່ງສອງຝ່າຍມີທ່າແຮງ, ເປັນຕ້ົນແມ່ນໃນຂົງເຂດທ່າກໍາປັ່ນທະເລ, ຕໍ່ກໍາປັ່ນ, ບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ການຮ່ວມມືດ້ານທ່ອງທ່ຽວ.

ນະຄອນບູຊານ ສືບຕໍ່ມີບັນດານະໂຍບາຍປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງພົນລະເມືອງຫວຽດນາມ 14.000 ຄົນຢູ່ນະຄອນບູຊານ, ຜ່ານນັ້ນສ້າງເງື່ອນໄຂໃຫ້ປະຊາຄົມຊາວຫວຽດນາມ ນັບມື້ນັບເຊື່ອມໂຍງໄດ້ເປັນຢ່າງດີ, ເລິກເຊິ່ງກວ້າງຂວາງກວ່າ ແລະມີການປະກອບສ່ວນໃຫ້ການພັດທະນາຂອງນະຄອນຫຼາຍກວ່າອີກ, ກໍ່ຄືເສີມຂະຫຍາຍບົດບາດເປັນຂົວຕໍ່ມິດຕະພາບລະຫວ່າງສອງປະເທດຢ່າງມີປະສິດທິຜົນ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Kim Ghee Whan ປະທານກອງທຶນພົບປະແລກປ່ຽນສາກົນ ສ.ເກົາຫຼີ (KF). ພາບ: qdnd.vn

* ຕອນບ່າຍວັນທີ 1 ພະຈິກ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ໃຫ້ການຕ້ອນຮັບທ່ານ Kim Ghee Whan ປະທານກອງທຶນພົບປະແລກປ່ຽນສາກົນ ສ.ເກົາຫຼີ (KF). ທີ່ການຕ້ອນຮັບ, ທ່ານ Kim Ghee Whan ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງກອງທຶນ.

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ຮັບຮູ້ຄວາມມານະພະຍາຍາມຂອງກອງທຶນ KF ໃນໄລຍະຜ່ານມາໄດ້ສະແດງໃຫ້ເຫັນບົດບາດນໍາໜ້າໃນຂົງເຂດການທູດວັດທະນະທຳ, ປັບປຸງພື້ນຖານມະນຸດສະທຳໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສ.ເກົາຫຼີ.

* ຕອນບ່າຍວັນທີ 1 ພະຈິກ, ຢູ່ນະຄອນບູຊານ, ທ່ານປະທານປະເທດ ເລືອງເກື່ອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີການພົບປະກັບພະນັກງານ, ພາລະກອນບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈໍາ ສ.ເກົາຫຼີ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ.

*ຕອນຄໍ່າວັນທີ 1 ພະຈິກ, ຕອນຄ່ຳວັນທີ 1 ພະຈິກ, ທ່ານປະທານປະເທດ ເລືອງເກື່ອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກນະຄອນບູຊານ, ສິ້ນສຸດການປະຕິບັດງານເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC) ຄັ້ງທີ 32 ຢູ່ນະຄອນ Gyeongju ແລະການເຮັດວຽກສອງຝ່າຍຢູ່ ສ.ເກົາຫຼີ ຕາມຄຳເຊີນຂອງທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ແຕ່ວັນທີ 29 ຕຸລາ ຫາວັນທີ 1 ພະຈິກ ຢ່າງຈົບງາມ. 

ໂດຍ: ເຈິ່ນຮວ່ຽນ